ທົ່ວໂລກຈັບຕາເບິ່ງ Covid-19 ສາຍພັນໃໝ່ ມີຊື່ວ່າ “Mu”


ໃນວັນທີ 30 ສິງຫາທີ່ຜ່ານມານີ້ ທາງອົງການອະນາໄມໂລກ (WHO) ໄດ້ມີການເພີ່ມສາຍພັນໃໝ່ເຂົ້າໃນລາຍການສາຍພັນໂຄວິດ-19. ສາຍພັນດັ່ງກ່າວນັ້ນມີຊື່ວ່າ Mu ຫຼື ມິວ (ຊື່ລະຫັດທາງວິທະຍາສາດເອີ້ນວ່າ B.1.621) ແລະ ພວກເຂົາກຳລັງຈັບຕາເບິ່ງເຊື້ອດັ່ງກ່າວຢູ່.

ເຊື້ອສາຍພັນໃໝ່ນີ້ ຖືກພົບຄັ້ງທຳອິດທີ່ປະເທດໂຄລົມເບຍ ໃນເດືອນມັງກອນປີ 2021. ແຕ່ຫຼັງຈາກນັ້ນກໍມີອີກ 39 ປະເທດທີ່ຢືນຢັນວ່າພົບເຊື້ອດຽວກັນ. ອ້າງອີງຈາກອົງການອະນາໄມໂລກແລ້ວ, ການແຜ່ເຊື້ອໃນປະເທດຂອງທະວີບອາຟຣິກາເອງຈາກໂຄລົມເບຍສູ່ ເອກົວດໍ ເຖິງວ່າຈະເພີ່ມຂຶ້ນ ແລະ ກະຈາຍຢ່າງໄວ ແຕ່ການແຜ່ກະຈາຍຂອງເຊື້ອສາຍພັນມິວທົ່ວໂລກເຊັ່ນ: ຮົງກົງ, ສະຫະລັດອາເມຣິກາ, ສະຫະລາຊະອານາຈັກ ແລະ ປະເທດຢູໂຣບຕ່າງໆ ຍັງຕໍ່າກວ່າ 0,1% ຂອງຜູ້ຕິດເຊື້ອໂຄວິດທັງໝົດ. ມີ 32 ກໍລະນີທີ່ໄດ້ຕິດເຊື້ອດັ່ງກ່າວໃນສະຫະລາຊະອານາຈັກ. ຈາກການຕິດຕາມການກະຈາຍເຊື້ອພົບວ່າຜູ້ຕິດເຊື້ອສ່ວນໃຫຍ່ແມ່ນຢູ່ໃນກຸ່ມອາຍຸ 20 ປີ ທີ່ເມືອງລອນດອນ, ແລະເຊື່ອວ່າເປັນການນຳເຂົ້າເຊື້ອຈາກຜູ້ມາຢ້ຽມຢາມປະເທດ.

ສາຍພັນມິວຈະມີການປ່ຽນແປງທາງຢີນ ເຊິ່ງໝາຍຄວາມວ່າມັນສາມາດຫຼົບຫຼີກພູມຕ້ານທານຈາກວັກຊີນໃນປັດຈຸບັນ ຫຼື ການໃຊ້ແອນຕິບໍດີຈາກເຊື້ອຊະນິດດຽວກັນອາດບໍ່ມີຜົນເລີຍ. ອົງການອະນາໄມໂລກໄດ້ເສີມວ່າເຊື້ອມິວນີ້ຕ້ອງໄດ້ຮັບການສຶກສາເພີ່ມຕື່ມເພື່ອຢືນຢັນໃນຂໍ້ກັງວົນຕ່າງໆເຊັ່ນ: ເຊື້ອຕົວນີ້ຈະແຜ່ກະຈາຍໄດ້ງ່າຍຫຼືບໍ່, ມັນຈະອັນຕະລາຍກວ່າສາຍພັນອື່ນໆ ຫຼືບໍ່, ຫຼືຈະສາມາດຕ້ານວັກຊີນ ແລະ ການປິ່ນປົວໄດ້ຫຼາຍເທົ່າໃດ.

ນັກວິທະຍາສາດໄດ້ນຳຕົວຢ່າງມິວມາສັງເກດ ຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ ເພື່ອເບິ່ງການປະກອບຕົວ, ການປະພຶດ ແມ່ນຍັງບໍ່ພົບຄວາມອັນຕະລາຍເທົ່າສາຍພັນອາວຟາ ແລະ ເດວຕ້າ ທີ່ເປັນສາຍພັນທີ່ອັນຕະລາຍທີ່ສຸດ ແລະ ຕິດຕໍ່ຫຼາຍທີ່ສຸດ. ຈົນມາຮອດເດືອນສິງຫາ ທີ່ນັກວິທະຍາສາດໄດ້ພົບວ່າສາຍພັນດັ່ງກ່າວມີລັກສະນະຕໍ່ຕ້ານຄືກັບສາຍພັນເບຕ້າທີ່ມີພູມຕ້ານທານຕໍ່ວັກຊີນ ແຕ່ກໍຍັງຕ້ອງເຝົ້າສັງເກດອີກຕໍ່ໄປ.

ສິ່ງທີ່ນັກວິທະຍາສາດກັງວົນສ່ວນໜຶ່ງນັ້ນ ກໍຍ້ອນວ່າສາຍພັນມິວເກີດມາຈາກການປ່ຽນແປງທາງກຳມະພັນໜຶ່ງເອີ້ນວ່າ P681H ເປັນການປ່ຽນແປງທີ່ພົບເຫັນໃນສາຍພັນອາວຟາ, ເຊິ່ງມັນກ່ຽວກັບການຕິດເຊື້ອທີ່ໄວຂຶ້ນ. ການປ່ຽນແປງອື່ນໆເຊັ່ນ: E484K ແລະ E417N ທີ່ຈະຊ່ວຍໃນການຫຼົບຫຼີກພູມຕ້ານທານຈາກວັກຊີນ. ໝາຍຄວາມວ່າຖ້າຫາກໄດ້ຕິດເຊື້ອແລ້ວ, ສາຍພັນມິວຈະກາຍເປັນສາຍພັນທີ່ອັນຕະລາຍກວ່າສາຍພັນເດລຕ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/