Hurricane Ida ໜຶ່ງໃນພາຍຸທີ່ຮ້າຍແຮງທີ່ສຸດຕະຫຼອດ 150 ປີມານີ້


ໃນວັນທີ 31 ສິງຫາທີ່ຜ່ານມານີ້ ມີພາຍຸເຮີຣິເຄນໄອດາ ຈາກທະເລເຂົ້າສູ່ພື້ນດິນຂອງພາກໃຕ້ໃນສະຫະລັດອາເມຣິກາ ດ້ວຍຄວາມໄວ 241 ກິໂລແມັດຕໍ່ຊົ່ວໂມງ ແລະໄດ້ທຳລາຍບ້ານເຮືອນຕິດຕໍ່ກັນຈາກລັດລຸຍເຊຍນາ (Louisiana) ສົ່ງຜົນໃຫ້ບໍ່ມີໄຟຟ້າ-ນ້ຳສະອາດໄປຫຼາຍອາທິດ. ເດັກນ້ອຍ 7 ຄົນ ແລະ ຜູ້ໃຫຍ່ 5 ຄົນໄດ້ຮັບບາດເຈັບສາຫັດ, 6 ຄົນໄດ້ເສຍຊີວິດຈາກພາຍຸດັ່ງກ່າວ.

ຕະຫຼອດ 71 ປີ ໂດຍສະເລ່ຍແລ້ວ ສະຫະລັດອາເມຣິກາຈະປະສົບກັບພາຍຸເຮີຣິເຄນທີ່ຂຶ້ນບົກພຽງແຕ່ 3 ຮອບຕໍ່ປີເທົ່ານັ້ນ. ແຕ່ປີນີ້ອີກໜ້ອຍດຽວກໍໄດ້ເຂົ້າມາຄູ່ກັບສະຖິຕິຂອງປີທີ່ຜ່ານມາ ເຊິ່ງແມ່ນ 11 ເຮີຣິເຄນທີ່ຂຶ້ນບົກພາຍໃນປີດຽວ. ເຮີຣີເຄນໄອດາ ໄດ້ມີຄວາມແຮງສະເໝີກັບເຮີຣີເຄນລໍຣາ ໃນປີ 2004 ສົ່ງຜົນໃຫ້ພາຍຸດັ່ງກ່າວໄດ້ກາຍເປັນໜຶ່ງໃນ 5 ຂອງເຮີຣິເຄນທີ່ີມີຄວາມໜາແໜ້ນຂອງພາຍຸຮຸນແຮງທີ່ສຸດໃນຮອບ 150 ປີ.

ສຳລັບພາຍຸເຮີຣິເຄນໄອດາ ແມ່ນຄັ້ງທຳທິດທີ່ລັດລຸຍເຊຍນາໄດ້ຖືກໂຈມຕີຈາກເຮີຣີເຄນທີ່ມີຄວາມໄວ 241 ກມ/ ຊມ. ຄວາມໜາແໜ້ນຂອງພາຍຸນັ້ນ ມັນເລີ່ມຈາກ 137 ກມ/ຊມ ຂຶ້ນໄປຮອດ 214 ກມ/ຊມ ພາຍໃນເວລາພຽງ 20 ຊົ່ວໂມງ. ໄອດາໄດ້ທຳລາຍສະຖິຕິເພີ່ມຄວາມໜາແໜ້ນຂອງພາຍຸສູງເຖິງ 105 ກມ/ ຊມ ພາຍໃນເວລາ 24 ຊົ່ວໂມງ. ກົງກັບ ພາຍຸ Humberto ໃນປີ 2007 ທີ່ມີຄວາມໜາແໜ້ນຂອງພາຍຸກ່ອນລົງພື້ນ.

ການບຸກໂຈມຕີດັ່ງກ່າວຍັງກົງກັບວັນຄົບຮອບ 16 ປີ ຂອງການໂຈມຕີເຮີຣິເຄນ Katrina (31 ສິງຫາ 2005) ເຊິ່ງເປັນເຫດການທີ່ສູນເສຍຊີວິດຫຼາຍທີ່ສຸດເຖິງ 1,800 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/