1 ໃນ 3 ຂອງຕົ້ນໄມ້ປ່າກຳລັງຈະສູນພັນ


ອ້າງອີງຈາກລາຍງານຂອງ The State of the World’s Trees ຕົ້ນໄມ້ 17,500 ສາຍພັນກຳລັງຢູ່ໃນກຸ່ມສ່ຽງຕໍ່ການສູນພັນ ໂດຍຄິດໄລ່ເປັນ 30% ຂອງຈຳນວນສາຍພັນທັງໝົດ

“ໃນໂລກເຮົາມີຕົ້ນໄມ້ເກືອບ 60,000 ສາຍພັນ ແລະ ນີ້ເປັນຄັ້ງທຳອິດທີ່ພວກເຮົາໄດ້ຮູ້ວ່າ ມີສາຍພັນໃດທີ່ຕ້ອງການການອະນຸລັກ, ສິ່ງໃດທີ່ເປັນອັນຕະລາຍຕໍ່ພວກມັນ ແລະ ພວກມັນແມ່ນຫຍັງ” ດຣ. ມາລິນ ຣິເວີສ ຈາກອົງການກຸສົນອະນຸລັກສວນພືດພັນສາກົນ.

ຕົ້ນໄມ້ທຸກຕົ້ນ ມີໜ້າທີ່ສຳຄັນຕໍ່ລະບົບນິເວດຂອງໃຜມັນ ແລະ ການທີ່ 30% ຂອງຕົ້ນໄມ້ທັງໝົດຢູ່ໃນສະພາວະກຳລັງສູນພັນຈຶ່ງຕ້ອງຮີບປະຕິບັດການຮັກສາໄວ້. ພາຍໃນນັ້ນມີທັງຕົ້ນ Magnolias ແລະ Dipterocarps ທີ່ພົບເຫັນໄດ້ໃນເຂດປ່າອາຊີຕາເວັນອອກໃຕ້. ຕົ້ນໂອກ, ຕົ້ນເມເປີ້ນ ແລະ ອີໂບນີກໍກຳລັງພົບກັບການສູນພັນເຊັ່ນກັນ.

ໃນກຸ່ມປະເທດທີ່ກຳລັງສູນເສຍຕົ້ນໄມ້ຫຼາກຫຼາຍສາຍພັນທີ່ສຸດຄື: ບຣາຊິວ ໂດຍມີເຖິງ 1,788 ສາຍພັນຈາກພຽງປະເທດດຽວ ແລະ ອີກ 5 ປະເທດໄດ້ແກ່: ອິນໂດເນເຊຍ, ມາເລເຊຍ, ຈີນ, ໂຄລົມເບຍ, ເວເນຊູເອລາ.

ນັກວິທະຍາສາດໄດ້ປະເມີນວ່າ ສັດປ່າແລະພືດກວ່າໜຶ່ງລ້ານສາຍພັນກໍກຳລັງເຂົ້າສູ່ການສູນພັນເຊັ່ນກັນ. ໂດຍພາຍໃນ 300 ປີທີ່ຜ່ານມານີ້, ປ່າໃນທົ່ວໂລກໄດ້ມີການລົດໜ້ອຍລົງເຖິງ 40% ສົ່ງຜົນກະທົບຢ່າງຮຸນແຮງຕໍ່ທີ່ຢູ່ອາໄສໄປຈົນຮອດແຫຼ່ງອາຫານຂອງສັດ ແລະ ພືດ.

ການປ່ຽນແປງຂອງສະພາບອາກາດ, ຄວາມຮຸນແຮງຂອງອາກາດ ແລະ ລະດັບນ້ຳທີ່ນັບມື້ນັບສູງຂຶ້ນຕ່າງກໍເປັນໄພຕໍ່ຕົ້ນໄມ້. ທັ້ງທີ່ມັນຊ່ວຍສະໜັບສະໜູນລະບົບນິເວດຂອງທຳມະຊາດ ແລະ ຍັງເປັນຕົວຕໍ່ສູ້ກັບສະພາວະໂລກຮ້ອນ. ການສູນເສຍພຽງແຕ່ສາຍພັນດຽວກໍອາດສົ່ງຜົນຕໍ່ສິ່ງອື່ນເປັນວົງກວ້າງໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/