ຕຳຫຼວດອັງກິດ ຈັບໄວໜຸ່ມມືບອນ ຕັດຕົ້ນໄມ້ແຫ່ງຊາດທີ່ມີອາຍຸຫຼາຍກວ່າ 200 ປີ


Sycamore Gap ເປັນຊື່ຂອງຕົ້ນໄມ້ທີ່ມີຊື່ສຽງໃນປະເທດອັງກິດ ເຊິ່ງມີອາຍຸປະມານ 200 ປີ ແລະ ຍັງໄດ້ຮັບການໂຫວດຈາກປະຊາຊົນຊາວອັງກິດໃຫ້ເປັນ “ຕົ້ນໄມ້ແຫ່ງປີຂອງປະເທດອັງກິດ” ໃນປີ 2016 ຫຼ້າສຸດໄດ້ມີໄວໜຸ່ມມືບອນຕັດມັນໃຫ້ເຫຼືອແຕ່ຕໍ.

ຕຳຫຼວດອັງກິດໄດ້ເລັ່ງເຂົ້າສືບສວນໄວໜຸ່ມອາຍຸ 16 ປີ ຫຼັງຈາກໄດ້ກໍ່ເຫດຕັດຕົ້ນໄມ້ອາຍຸເກືອບ 200 ປີ ເຊິ່ງເປັນສັນຍະລັກສຳຄັນຂອງກຳແພງບູຮານ “Hadrian’s Wall” ທີ່ເປັນແຫຼ່ງທ່ອງທ່ຽວຊື່ດັງຂອງທາງຕອນເໜືອໃນປະເທດອັງກິດ ໃນເມືອງ Northumbria ຈົນເກີດກະແສຄວາມຄຽດແຄ້ນຂອງປະຊາຊົນທີ່ຮ່ວມກັນອະນຸລັກ.

ໂດຍຕຳຫຼວດໄດ້ສືບສວນຢ່າງເຂັ້ມຂຸ້ນ ພ້ອມກັບເຊື່ອວ່າໄວໜຸ່ມອາຍຸພຽງ 16 ປີ ຄົນນີ້ ບໍ່ໄດ້ລົງມືກໍ່ເຫດພຽງຄົນດຽວຢ່າງແນ່ນອນ ເບື້ອງຕົ້ນໄວໜຸ່ມຄົນນີ້ຈະຖືກດຳເນີນຄະດີອາຍາ ຖານກໍ່ໃຫ້ເກີດຄວາມເສຍຫາຍ ເຊິ່ງຈາກພາບທີ່ ເຜີຍແຜ່ໃນໂລກອອນລາຍຈະເຫັນໄດ້ວ່າຕົ້ນໄມ້ໜ້າຈະຖືກຕັດດ້ວຍເລື່ອຍໄຟຟ້ານັ້ນເອງ.

ສຳລັບຕົ້ນໄມ້ Sycamore Gap ເປັນຕົ້ນໄມ້ໃຫຍ່ຕົ້ນດຽວທີ່ຕັ້ງຢູ່ກາງທຳມະຊາດອັນກວ້າງໃຫຍ່ໃນອຸທິຍານແຫ່ງຊາດ Northumberland ໃນປະເທດອັງກິດ ໂດຍມັນກາຍເປັນຕົ້ນໄມ້ທີ່ມີຊື່ສຽງຫຼັງຈາກການປາກົດໃນຮູບເງົາ  Robin Hood: Prince of Thieves ໃນປີ 1991 ເຊິ່ງນັບແຕ່ນັ້ນມາຕົ້ນໄມ້ Sycamore Gap ກໍເປັນທີ່ຮູ້ຈັກໃນຊື່ຂອງ The Robin Hood Tree ພ້ອມກັບກາຍເປັນແລນມາກຂອງບັນດານັກທ່ອງທ່ຽວອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/