ອິນໂດເນເຊຍ ອາດເປັນປະຕູການລົງທຶນ EV ໃນອາຊຽນ


ຈາກນະໂຍບາຍສະໜັບສະໜູນ EV ຂອງອິນໂດເນເຊຍໄດ້ດຶງດູດນັກລົງທຶນລະດັບໂລກໃຫ້ເຂົ້າມາປະເທດຫຼາຍຂຶ້ນ ເຊິ່ງຜູ້ຊ່ຽວຊານເບິ່ງວ່າ ສິ່ງນີ້ອາດກະຕຸ້ນການລົງທຶນໃນອຸດສາຫະກຳລົດຂອງພູມີພາກອາຊີຕາເວັນອອກສຽງໃຕ້.

ຈາກກາຍລາຍງານຂອງ ASEAN Briefing  ອິນໂດເນເຊຍ ອຸດົມສົມບູນໄປດ້ວຍຊັບພະຍາກອນແຮ່ທາດທີ່ສຳຄັນຕໍ່ການຜະລິດແບັດເຕີຣີລົດ EV ບໍ່ວ່າຈະເປັນທອງ ນິກເກິລ ໂຄບອນ ແລະ ບັອກໄຊ. ພ້ອມກັນນີ້ ຍັງເປັນຜູ້ສົ່ງອອກນິກເກິລລາຍໃຫຍ່ທີ່ສຸດໃນໂລກ ໂດຍມີສັດສ່ວນເຖິງ 22% ຂອງສຳຮອງນິກເກິລທົ່ວໂລກ.

ນອກຈາກນີ້ ອິນໂດເນເຊຍຍັງພະຍາຍາມຈີບ Tesla ດ້ວຍຄວາມຫວັງວ່າຈະນຳຂໍ້ໄດ້ປຽບດ້ານແຫຼ່ງຊັບພະຍາກອນໃຫ້ພັດທະນາກາຍເປັນສູນກາງອຸປະທານລົດ EV ທີ່ສຳຄັນໃນລະດັບໂລກດ້ວຍ.

ເປົ້າໝາຍໃນການເປັນສູນກາງແບັດເຕີຣີລົດ EV ໃນລະດັບໂລກຂອງອິນໂດເນເຊຍ ເບິ່ງຄືວ່າຈະໄດ້ຮັບແຮງສະໜັບສພໜູນຫຼາຍໃນບໍ່ເທົ່າໃດປີຜ່ານມາ ເຊິ່ງຜູຜະລິດລົດສັນຊາດເອເຊຍຂອງ Toyota ແລະ Hyundai ກໍມີການລົງທຶນຫຼາຍພັນລ້ານໂດລາສະຫະລັດ ເພື່ອຂະຫຍາຍໂຮງງານການຜະລິດລົດ EV ໃນອິນໂດເນເຊຍ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/