Paralympics ປີນີ້ ມີ Gojo Satoru ອອກມາຮ່ວມແຂ່ງກິລານຳ!!!


ສຳລັບການແຂ່ງຂັນ Paralympics 2020 ທີ່ຍັງບໍ່ທັນຈົບ ຄວາມມັນຄວາມມ່ວນຍັງມີມາໃຫ້ເຫັນຢູ່ຕະຫຼອດ ມີເຫດການໃໝ່ໆເກີດຂຶ້ນຢູ່ສະເໝີຕະຫຼອດໃນການແຂ່ງຂັນ, ທີ່ສຳຄັນຍັງໄດ້ເຫັນຄວາມອົດທົນພະຍາຍາມຂອງນັກກິລາທີ່ພິການ ພາກັນແຂ່ງຂັນຢ່າງເຕັມທີ່.

ໃນວັນທີ 30 ສິງຫາ ທີ່ຜ່ານມາ ມີການແຂ່ງຂັນທີ່ຫຼາຍຄົນໃຫ້ຄວາມສົນໃຈພໍສົມຄວນ ເພາະນັກກິລາປະເທດຈີນຄົນໜຶ່ງ ມີລັກສະນະທີ່ຄ້າຍຄືກັບ Gojo Satoru ຕົວລະຄອນຈາກອະນິເມະຊື່ດັງ. ລາວຊື່ວ່າ Hu Mingyao ເປັນນັກກິລາ Goalball, ໃນຂະນະທີ່ການແຂ່ງຂັນໄດ້ດຳເນີນໄປນັ້ນ ໄດ້ເກີດມີຮູບໜຶ່ງທີ່ທ່າທາງຂອງ Hu Mingyao ໄດ້ໄປຄືກັບ Gojo Satoru ຕົວລະຄອນຈາກອະນິເມະເລື່ອງ Jujutsu Kaisen, ກາຍເປັນວ່າ ລາວໄດ້ຮັບຄວາມສົນໃຈ ແລະ ຮູບດັ່ງກ່າວນັ້ນກໍຖືກເວົ້າເຖິງເປັນຈຳນວນຫຼາຍ.

Hu Mingyao ນັກກິລາທີມຊາດຈີນ ອາໄສຢູ່ທາງຕະເວັນຕົກສຽງໃຕ້ຂອງມົນທົນຢູນານ ເຊິ່ງພິການທາງສາຍຕາ ແຕ່ປະສົບການທາງດ້ານກິລາທີ່ຜ່ານມາ ແມ່ນໄດ້ສ້າງຊື່ສຽງໃຫ້ປະເທດ ແລະ ພິສູດໃຫ້ໃຜຕໍ່ໃຜໄດ້ເຫັນເຖິງຄວາມສາມາດ. ການແຂ່ງຂັນ Goalball ເປັນການແຂ່ງຂັນສຳລັບນັກກິລາພິການທາງສາຍຕາ, ທັກສະໃນການແຂ່ງຂັນກໍຖືວ່າເຮັດໄດ້ດີເກີນຄາດໝາຍ ມີການຈຳແນກສຽງບານໄດ້ ວ່ອງໄວໃນການສັງເກດດ້ວຍສຽງ.

ທີ່ຜ່ານມາກໍເຄີຍປະສົບຜົນສຳເລັດ ເປັນທັງດາວເດັ່ນໃນ Paralympics ໃນປີ 2010 ແລະ ຍັງໄດ້ເປັນຕົວແທນຂອງປະເທດໃນການແຂ່ງຂັນ Asian Para Games ທີ່ກວາງໂຈ ແລະ ຊະນະການແຂ່ງຂັນ ພ້ອມປ້ອງກັນແຊ້ມໃນປີ 2014 ແລະ ປີ 2018 ອີກພ້ອມ.

ຂອບໃຈຂໍ້ມູນຈາກ: https://bit.ly/2Yi5Cxt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/