ແຮັກເກີຕົວະຂາຍຜົນງານ NFT ລົງໃນເວັບໄຊສິລະປິນດັງ Banksy ໄດ້ເງິນຮອດ 3 ແສນປອນ


ແຮັກເກີຜູ້ໜຶ່ງໄດ້ລົງໂຄສະນາຮູບຜົນງານ NFT ປອມລົງໜ້າເວັບໄຊທາງການຂອງສິລະປິນດັງ Banksy ແລະ ມີຄົນຫຼົງກົນກົດເຂົ້າໄປປະມູນດ້ວຍມູນຄ່າສູງເຖິງ 336,000 ປອນ. ແຕ່ສຸດທ້າຍແຮັກເກີຄົນນັ້ນກໍໂອນເງິນຄືນກັບໄປໃຫ້ຜູ້ປະມູນ. ໃນຮູບແບບຂອງ NFT ນັ້ນ, ຜົນງານຈະເປັນການຊື້ຂາຍອອນລາຍ ຜົນງານຈະບໍ່ໄດ້ຖືກສົ່ງໃຫ້ເປັນຮູບແບບຈັບບາຍໄດ້ ແລະຜູ້ຊື້ຈະໄດ້ຮັບໃບຢັ້ງຢືນຄວາມເປັນເຈົ້າຂອງໃນຮູບແບບດິຈິຕອລ. ເຊິ່ງແຮັກເກີຜູ້ນີ້ ໄດ້ຕິດລິ້ງໜ້າໂຄສະນາຕົວະໃຫ້ຜູ້ຊື້ເຂົ້າມາປະມູນຜົນງານປອມໃນໜ້າເວັບໄຊຫຼັກຂອງ Banksy ເລີຍ. ຜູ້ເປັນເຫຍື່ອໄດ້ບອກວ່າລາວກຳລັງຊື້ຜົນງານ NFT ທຳອິດຈາກສິລະປິນກຣາຟິຕີ້ຊື່ດັງຂອງໂລກ. ແຕ່ຫຼັງຈາກສັງເກດວ່າການປະມູນໄດ້ສິ້ນສຸດລົງໄວເກີນປົກກະຕິ ຫຼັງຈາກທີ່ລາວໄດ້ໃຫ້ເງິນສູງກວ່າຄູ່ແຂ່ງເຖິງ 90%, ລາວກໍໄດ້ຮູ້ຕົວວ່າເວັບໄຊຂອງສິລະປິນດັງໄດ້ຖືກແຮັກ ແລະ ລາວເປັນເຫຍື່ອໃນການຕົວະຄັ້ງນີ້.

ແລະຜູ້ໂຊກຮ້າຍທີ່ໂອນເງິນຊື້ຜົນງານ NFT ຈະຕ້ອງໃຊ້ສະກຸນເງິນດິຈິຕອລຈ່າຍເທົ່ານັ້ນ ເຊິ່ງຜູ້ຊື້ບໍ່ສາມາດປ່ຽນແປງຫຍັງໄດ້ຫຼັງຈາກທີ່ໄດ້ວາງເງິນລົງປະມູນໃນຮູບແບບ OpenSea. ທັນທີທີ່ຈຳນວນເງິນຖືກວາງລົງ ແລະ ຕັດສິນການປະມູນ, ການໂອນເງິນຈະບໍ່ສາມາດຖືກປ່ຽນແປງຫຼືຍົກເລີກໄດ້.

ແຕ່ຫຼັງຈາກນັ້ນຜູ້ແຮັກກໍໄດ້ໂອນເງິນກັບຄືນມາໃຫ້ລາວທັງໝົດຍົກເວັ້ນແຕ່ຄ່າໂອນປະມານ 5.000 ປອນ. ພ້ອມທັງຍັງເສີມວ່າເງິນທີ່ໂອນກັບມາຄືນນັ້ນເປັນສິ່ງທີ່ບໍ່ຄາດຄິດຫຼາຍ ແລະ ບອກວ່າຕົນເອງນັ້ນໂຊກດີຫຼາຍເມື່ອທຽບກັບຄົນອື່ນແລ້ວ ໃນສະຖານະການດຽວກັນ ແຕ່ຜົນອາດຈະອອກມາບໍ່ຄືກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/