ເຮັດແທ້! ຈັບຄົນລັກຖິ້ມຂີ້ເຫຍື້ອ.


ໃນວັນທີ 20 ຕຸລາ 2020 ໄດ້ມີພົນລະເມືອງດີລົງຂ່າວທາງ facebook ກ່ຽວກັບ ການລັກຖິ້ມຂີ້ເຫຍື້ອຢູ່ເສັ້ນທາງໜອງບົວທອງ-ໜອງບຶກ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ຈາກນັ້ນ, ຫ້ອງການ ຄບຕ ຈຶ່ງໄດ້ແຕ່ງພະນັກງານ ລົງສົມທົບກັບອຳນາດການປົກຄອງບ້ານ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ພ້ອມທັງລົງກວດກາສະຖານທີ່ຕົວຈິງ ຊອກຫາຜູ້ກະທຳຜິດ, ມາຮອດວັນທີ 5 ພະຈິກ 2020 ຈຶ່ງຮູ້ວ່າຜູ້ກະທຳຜິດເປັນເຈົ້າຂອງຮ້ານຂາຍເຄື່ອງເຮືອນປະເພດສະແຕນເລດ ຕັ້ງຢູ່ຖະໜົນອາຊຽນ, ເຂດໜອງດ້ວງ ແລະ ໄດ້ເຊີນຜູ້ກ່ຽວມາສຶກສາອົບຮົມ ແລະ ປັບໄໝຕາມລະບຽບເປັນເງິນ 6,000,000 ກີບ, ພ້ອມໃຫ້ເຮັດອະນາໄມສະຖານທີ່ດັ່ງກ່າວໃຫ້ມີຄວາມສະອາດ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງຄົນໃນສັງຄົມ ຈົ່ງມີສ່ວນຮ່ວມຊ່ວຍກັນຮັກສາຄວາມສະອາດ ແລະ ຖືວ່າວຽກງານດັ່ງກ່າວເປັນໜ້າທີ່ຂອງໝົດທຸກຄົນ.

ພ້ອມດຽວກັນນີ້, ກໍລະນີພົບເຫັນຄົນລັກຖິ້ມຂີ້ເຫຍື້ອຊະຊາຍ ກະລຸນາແຈ້ງມາຍັງ ຫ້ອງການ ຄບຕ ໝາຍເລກໂທລະສັບ: 030 5829 366 ດ້ວຍ.

ທີ່ມາ: https://www.facebook.com/100024566317378/posts/924654545030081/?d=n