ເຣນ ຈັບມືກັບ Jin Young Park ກຽມເປິດຕົວໃນຖານະສິລະປິນດູໂອ.


ຕົ້ນສັງກັດອອກມາປະກາດວ່າ Rain ແລະ Jin Young Park ກຽມເປິດໂຕອີກຄັ້ງໃນຖານະສີລະປິນດູໂອ ຫຼັງຈາກທີ່ຕົ້ນສັງກັດຂອງ Rain ໄດ້ອອກມາປະກາດຢ່າງເປັນທາງການວ່າ Rain ກຳລັງກຽມຕົວເພື່ອ Debut ໃນຖານະສີລະປິນດູໂອ ຫຼື ສີລະປິນຄູ່ ໂດຍສີລະປິນທີ່ຈະມາ Debut ກັບ Rain ຍັງບໍ່ໄດ້ຮັບການເປິດເຜີຍຕົວຕົນ ແລະ ລາຍລະອຽດແຕ່ຢ່າງໃດ, ເຊິ່ງມີພຽງຄຳບອກເລົ່າລອຍໆວ່າເປັນຄົນທີ່ມີທັກສະໃນການເຕັ້ນທີ່ໂດດເດັ່ນ.

ໃນວັນທີ່ 30 ພຶດສະພາ 2020 ທີ່ຜ່ານ Rain Company ແລະ Sublime Artist Agency ຕົ້ນສັງກັດຂອງ Rain ໄດ້ອອກມາຢືນຢັນວ່າ Rain ແລະ Jin Young Park ຜູ້ກໍ່ຕັ້ງ ແລະ ໂປຣດິວເຊີ້ບໍລິສັດ JYP Entertainment ກຳລັງກຽມເປີດໂຕໃນຖານະດູໂອ ໂດຍກຳນົດການກັບມາຍັງບໍ່ໄດ້ຮັບການຕັດສິນໃຈ.

Jin Young Park ຜູ້ກໍ່ຕັ້ງ ແລະ ໂປຣດິວເຊີ້ຂອງຄ່າຍ JYP Entertainment ອາດຈະຄຸ້ນຕາຈາກການຮ່ວມງານກັບສີລະປິນໃນສັງກັດຫຼາກຫຼາຍທັ້ງ Wonder Glirs, 2PM, 2AM, MissA, GOT7, TWICE ແລະ ອີກຫຼາກຫຼາຍ ນອກຈາກນີ້ຍັງມີຜົນງານດ້ານການສະແດງ ແລະ ເປັນຄະນະກຳມະການໃນລາຍການໂທລະທັດຊື່ດັງຕົວຢ່າງ K-POP Star ອີກດ້ວຍ.

ກ່ອນໜ້ານີ້ Rain ເຄີຍເປັນສີລະປິນໃນຄ່າຍ JYP Entertainment ແລະ J.Y Park ໄດ້ມີສ່ວນຮ່ວມໃນການສ້າງຜົນງານເພງຍອດຮິດຫຼາກຫຼາຍເຊັ່ນ: It’s Raining, I Do, Bad Man ແລະ ອີກຫຼາກຫຼາຍ.

ທີ່ມາ: https://m.facebook.com/story.php?story_fbid=1455369688165638&id=153951094974177