ດາວເຄາະນ້ອຍອະໂຟຟິສ ອາດມີໂອກາດຕຳໂລກອີກ 48 ປີຂ້າງໜ້າ.


ນັກດາຣາສາດຕ່າງຈັບຕາເບິ່ງ “ດາວເຄາະນ້ອຍອະໂຟຟິສ” ເນື່ອງຈາກເປັນ 1 ໃນ 3 ດາວເຄາະນ້ອຍທີ່ມີໂອກາດພຸ່ງຕຳໂລກໃນຊ່ວງໜຶ່ງຮ້ອຍປີຕໍ່ຈາກນີ້ ແຕ່ເມື່ອບໍ່ດົນມານີ້ ນັກດາຣາສາດຈາກມະຫາວິທະຍາໄລຮາວາຍໄດ້ເປີດເຜີຍວ່າ ວົງໂຄຈອນຂອງອະໂຟຟິສມີຄວາມປ່ຽນແປງ ແລະ ອາດຈະພຸ່ງຕຳໂລກປະມານທີ 12 ເມສາ ປີ 2068 ຫຼືອີກ 48 ປີຂ້າງໜ້າ.

Dave Tholen ນັກດາຣາສາດປະຈຳສະຖາບັນດາຣາສາດຂອງມະຫາວິທະຍາໄລຮາວາຍ ຜູ້ຕິດຕາມດາວເຄາະນ້ອຍອະໂຟຟິສຫຼາຍກວ່າ 16 ປີ ໄດ້ອະທິບາຍເຖິງຜົນການສຳຫຼວດຫຼ້າສຸດວ່າ ການປ່ຽນແປງວົງໂຄຈອນຂອງດາວເຄາະນ້ອຍເກີດຈາກການດູດຊັບລັງສີດວງອາທິດເອີ້ນວ່າ ຢາຄອຟສະກີເອັບເຟັກ (Yarkovsky Effect) ສົ່ງຜົນໃຫ້ເກີດການບ່ຽງເບນວົງໂຄຈອນດາວເຄາະນ້ອຍອະໂຟຟິສ ຈາກທີ່ຄຳນວນໄວ້ປີລະ 170 ແມັດ ເຊິ່ງຫຼາຍພໍທີ່ອາດຈະມີໂອກາດຕຳໂລກໃນປີ 2068. ແນວໃດກໍຕາມ ຂະນະນີ້ໂອກາດການເກີດຫຼາຍທີ່ສຸດຕາມ Sentry Risk Table ຂອງອົງການນາຊາຄື 1 ໃນ 150.000 ຫຼື ຄິດເປັນ 0.00067%.

ປັດຈຸບັນ ນັກດາຣາສາດໄດ້ຕິດຕາມດາວເຄາະນ້ອຍອະໂຟຟິສຢ່າງຕໍ່ເນື່ອງ ອັບເດດຂໍ້ມູນຫຼ້າສຸດແລະຄຳນວນຢ່າງລະມັດລະວັງ ເຊິ່ງຂໍ້ມູນຈາກກ້ອງໂທລະທັດຊູບາຣຸໃນເດືອນມັງກອນເຖິງເດືອນມີນາ ຊ່ວຍວັດຕຳແໜ່ງຂອງອະໂຟຟິສໄດ້ຢ່າງຖືກຕ້ອງ ແລະ ສາມາດວັດຂະໜາດເສັ້ນຜ່າສູນກາງດາວເຄາະນ້ອຍອະໂຟຟິສໄດ້ 370 ແມັດ.

ການເຂົ້າໃກ້ໂລກຫຼາຍທີ່ສຸດຄັ້ງຖັດໄປ ຄືວັນທີ 13 ເມສາ 2029 ເຊິ່ງອາດຈະເຮັດໃຫ້ສາມາດເບິ່ງເຫັນດາວເຄາະນ້ອຍດວງນີ້ໄດ້ດ້ວຍຕາເປົ່າ. ນັກດາຣາສາດຕ່າງພາກັນຖ້າການເຂົ້າໃກ້ຄັ້ງນີ້ເພາະເປັນໂອກາດທີ່ຈະໄດ້ຂໍ້ມູນຂອງວົງໂຄຈອນທີ່ແມ່ນຍຳຫຼາຍຂຶ້ນ, ຜົນຂອງແຮງດຶງດູດ ແລະ ແສງອາທິດທີ່ມີຜົນກັບວົງໂຄຈອນຂອງອະໂຟຟິສ.

ດາວເຄາະນ້ອຍອະໂຟຟິສ ຖືກຄົ້ນພົບໃນປີ 2004 ໂດຍຫໍເບິ່ງດາວແຫ່ງຊາດຄິດພີກ (Kitt Peak National Observatory) ຖ້າການພຸ່ງຕຳເກີດຂຶ້ນ ຈະເຮັດໃຫ້ເກີດແຮງລະເບີດທີ່ທຽບເທົ່າກັບລະເບີດ TNT ຈຳນວນ 880 ລ້ານຕັນ.

ທີ່ມາ: https://www.facebook.com/148300028566953/posts/3634294373300817/?d=n