UN ຮຽກຮ້ອງໃຫ້ລັດຖະບານທົ່ວໂລກກຽມຮັບມືກັບການມາຮອດຂອງ El Niño ເພື່ອປົກປ້ອງ ແລະ ຊ່ວຍເຫຼືອໃນການດຳລົງຊີວິດຂອງມະນຸດ


ເມື່ອວັນທີ 5 ກໍລະກົດທີ່ຜ່ານມາ, ອົງການ​ອຸຕຸນິຍົມ​ໂລກ​ຂອງ​ສະຫະ​ປະຊາ​ຊາດ (WMO) ​ໄດ້​ປະກາດ​ການມາເຖິງຂອງປາກົດການ El Niño ເຊິ່ງເປັນປາກົດການສະພາບອາກາດຄັ້ງໃຫຍ່ ໂດຍ​ເຕືອນ​ວ່າ​ການ​ກັບ​ຄືນ​ມາຂອງປາກົດການນີ້​ຈະ​ເປັນການປູ​ທາງ​ໄປສູ່​ອຸນ​ຫະ​ພູມ​ໂລກ ​ແລະ​ ສະ​ພາບ​ອາ​ກາດ​ທີ່​ຮ້າຍ​ແຮງ​. ໃນຕອນນີ້ເຈົ້າ​ໜ້າ​ທີ່​ເລີ່ມ​ກຽມ​ພ້ອມ​ຮັບ​ມື​ກັບ​ເຫດ​ການດັ່ງກ່າວ ​ເຊິ່ງມີ​ຄວາມ​ສໍາ​ຄັນ​ຕໍ່​ການດຳລົງຊີ​ວິດຂອງມະນຸດ.

ປາກົດການ El Niño ຄັ້ງຫຼ້າສຸດທີ່ຜ່ານມາເກີດຂຶ້ນໃນປີ 2016 ເຊິ່ງຍັງເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ, ໂດຍເກີດຈາກຄວາມຮ້ອນທີ່ເພີ່ມຂຶ້ນທົ່ວໂລກ ເປັນຜົນມາຈາກການປ່ອຍກ໊າສຄາບອນໄດອັອກໄຊທີ່ມະນຸດສ້າງຂຶ້ນ ເຊິ່ງ WMO ເອີ້ນວ່າ “Double Whammy” ສາມາດເຮັດໃຫ້ສະພາບດິນຟ້າອາກາດຮຸນແຮງຂຶ້ນທັງເທິງບົກ ແລະ ໃນທະເລທົ່ວໂລກ.

WMO ໄດ້ປະເມີນວ່າມີຄວາມເປັນໄປໄດ້ເຖິງ 90% ທີ່​ເຫດການ El Niño ​ຈະຄົງຢູ່ໄປ​ຈົນ​ຮອດ​ທ້າຍ​ປີ 2023 ​ໂດຍ​ມີ​ຄວາມ​ຮຸນ​ແຮງ​ປານກາງ ຫຼື​ ສູງ​ກວ່າ. ໂດຍໂອກາດທີ່ຈະເກີດປາກົດ​ການ El Nino ທີ່​ຮ້າຍ​ແຮງ ​ແລະ​ ຮ້ອນ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ຢູ່ທີ່ 56% ​ໂດຍມາຈາກການຄາດການຂອງ​ເຈົ້າ​ໜ້າ​ທີ່​ສະຫະລັດ.

Peterry Talas ເລຂາທິການຂອງ WMO ກ່າວວ່າ: “ການເກີດປາກົດການ El Niño ຈະເພີ່ມຄວາມເປັນໄປໄດ້ຢ່າງຫຼວງຫຼາຍໃນການທໍາລາຍສະຖິຕິອຸນຫະພູມ ແລະ ເຮັດໃຫ້ເກີດຄວາມຮ້ອນທີ່ຮຸນແຮງຂຶ້ນໃນຫຼາຍພາກສ່ວນຂອງໂລກ ແລະ ໃນມະຫາສະໝຸດ”

ການປະກາດປາກົດການ El Niño ໂດຍ WMO ນັ້ນ ເປັນການສົ່ງສັນຍານໃຫ້ລັດຖະບານທົ່ວໂລກເພື່ອລະດົມການກຽມພ້ອມເພື່ອຈຳກັດຜົນກະທົບຕໍ່ສຸຂະພາບ, ລະບົບນິເວດ, ເສດຖະກິດ ແລະ ອື່ນໆ. ການ​ເຕືອນ​ໄພ​ລ່ວງ​ໜ້າ​ ແລະ ​ການ​​ດຳເນີນການລ່ວງ​ໜ້າ​ສຳ​ລັບ​ເຫດສະພາບ​ອາ​ກາດ​ທີ່​ຮ້າຍ​ແຮງ​ທີ່​ກ່ຽວ​ຂ້ອງ​ກັບ​ປາ​ກົດ​ການ​ດິນ​ຟ້າ​ອາ​ກາດ​ທີ່​ສຳ​ຄັນ​ນີ້​ແມ່ນ​ສຳ​ຄັນ​ຕໍ່​ການ​ຊ່ວຍ​ຊີ​ວິດ​ ແລະ ການດຳລົງ​ຊີ​ວິດ​ຂອງຜູ້ຄົນ.

ນັກຄົ້ນຄວ້າບາງຄົນຄິດວ່າ El Niño ສາມາດເຮັດໃຫ້ປີ 2023 ກາຍເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ ເຖິງແມ່ນວ່າຈະມີຄື້ນຄວາມຮ້ອນທີ່ເພີ່ມຂຶ້ນໃນປີ 2024. ອີງຕາມບົດລາຍງານທີ່ຜ່ານມາໂດຍ WMO ແລະ UK Met Office ຄາດການວ່າມີໂອກາດ 66% ທີ່ອຸນຫະພູມໂລກທັງປີຈະເພີ່ມສູງຂຶ້ນເຖິງ 1.5 ອົງສາ ເປັນເວລາຢ່າງໜ້ອຍໜຶ່ງປີພາຍໃນປີ 2027.

ທີ່ມາ:

https://cutt.ly/JwuCPhlq

https://cutt.ly/4wuCPmiN

https://cutt.ly/DwuCPYfe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/