ອຸທາຫອນ! ເດັກນ້ອຍອາຍຸ 10 ປີໃນໄຕ້ຫວັນ ໃສ່ Smart Watch ທີ່ບໍ່ໄດ້ມາດຕະຖານ ຈົນລະເບີດໃສ່ຂໍ້ມື ຕ້ອງໄດ້ປູກຖ່າຍຜິວໜັງໃໝ່


ເມື່ອບໍ່ດົນນີ້ ໄດ້ມີລາຍງານວ່າ Smart Watch ຫຼື ໂມງອັດສະລິຍະ ຂອງເດັກຊາຍຄົນໜຶ່ງ ອາຍຸ 10 ປີ ເຊິ່ງຮຽນຢູ່ຊັ້ນ ປ.5 ໃນເຂດເມືອງ ນິວໄທເປ ໄຕ້ຫວັນ ໄດ້ເກີດລະເບີດຂຶ້ນຂະນະທີ່ສວມໃສ່ໃນຂໍ້ມືຂອງເດັກຄົນດັ່ງກ່າວ ຈົນຖືກໄຟໄໝ້ໜັກພໍສົມຄວນ ເຊິ່ງອາດຈະຕ້ອງເຮັດການປູກຖ່າຍຜິວໜັງໃໝ່.

ໃນລາຍງານລະບຸວ່າ Smart Watch ໜ່ວຍດັ່ງກ່າວໄດ້ເກີດໄຟລຸກໄໝ້ ໂດຍບໍ່ຮູ້ສາເຫດ ລະຫວ່າງທີ່ເດັກຊາຍຜູ້ເຄາະຮ້າຍດັ່ງກ່າວ ກຳລັງເດີນທາງໄປຮຽນເພີ່ມ, ໄຟໄດ້ໄໝ້ບໍລິເວນຂໍ້ມືຊ້າຍ ລາມໄປຈົນຮອດບໍລິເວນນິ້ວມືຟາກຊ້າຍ.

ພົນລະເມືອງດີທີ່ເຫັນເຫດການ ໄດ້ເຂົ້າມາຊ່ວຍເດັກຊາຍດັ່ງກ່າວ ແລະ ເມື່ອໄປຮອດໂຮງຮຽນເພີ່ມ ຄູກໍໄດ້ເຮັດການປະຖົມພະຍາບານເບື້ອງຕົ້ນໂດຍການໃຊ້ນໍ້າມາລ້າງບາດ ໂທແຈ້ງກູ້ໄພເພື່ອແຈ້ງອາການບາດເຈັບ ແລະ ນຳຕົວສົ່ງໂຮງໝໍໃນທີ່ສຸດ.

ຈົງຊື ໝິງ ຫົວໜ້າສຳນັກງານດັບເພີງ ນິວໄທເປ ເປີດເຜີຍວ່າ Smart Watch ທີ່ຊື້ຜ່ານຊ່ອງທາງອອນລາຍມີຄຸນະພາບທີ່ແຕກຕ່າງກັນ ແລະ ໄດ້ແນະນຳໃຫ້ປະຊາຊົນເລືອກຊື້ Smart Watch ທີ່ມີການຮັບຮອງເລືອກຄວາມປອດໄພ.

ພາຍຫຼັງເຫດການດັ່ງກ່າວເກີດຂຶ້ນ  ຜູ້ໃຊ້ບັນຊີໃນສື່ສັງຄົມອອນລາຍ ໄດ້ອອກມາລະບຸວ່າ ໂມງດັ່ງກ່າວຄ້າຍຄືກັບ Smart Watch ຍີ່ຫໍ້ໜຶ່ງທີ່ຜະລິດໃນປະເທດຈີນ ເຊິ່ງບໍລິສັດດັ່ງກ່າວກໍອອກມາບອກວ່າ ເປັນເລື່ອງຍາກທີ່ຈະລະບຸວ່າໂມງໜ່ວຍດັ່ງກ່າວເປັນຂອງບໍລິສັດຕົນເອງ ແລະ ຮອດຕອນນີ້ທາງບໍລິສັດຍັງບໍ່ໄດ້ຮັບຄຳຮຽກຮ້ອງ ຫຼື ຟ້ອງຮ້ອງໃດໆ ຈາກລູກຄ້າ ຫຼັງເຫດການດັ່ງກ່າວເກີດຂຶ້ນ.

ບໍຣເທີ ທິມ (Brother Tim) ຜູ້ຊ່ຽວຊານດ້ານອຸປະກອນ ອີເລັກໂທຣນິກ ສຳລັບຜູ້ບໍລິໂພກ ໄດ້ເປີດເຜີຍວ່າ ສາເຫດຂອງການລະເບີດໜ້າຈະເກີດຈາກແບັດເຕີຣີ ເຊິ່ງແນະນຳໃຫ້ຫຼີກເວັ້ນການຊື້ Smart Watch ໃນຍີ່ຫໍ້ທີ່ເຮົາບໍ່ຮູ້ຈັກ ຫຼື ບໍ່ເປັນທີ່ຍອມຮັບຂອງຄົນທົ່ວໄປ ແລະ ເຮັດໃຫ້ແນ່ໃຈວ່າເຮົາໄດ້ປ່ຽນແບັດເຕີຣີຢ່າງໜ້ອຍໃນທຸກໆ 3 ປີ.

ຂອບໃຈຂໍ້ມູນຈາກ: taiwanenglishnews, mustsharenews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/