ລາຄາຄຳໂລກ ດີດຕົວຂຶ້ນມາ 2.000 ໂດລາ ທ່າມກາງຄວາມກັງວົນຕໍ່ສົງຄາມ ເຮັດໃຫ້ຄວາມຕ້ອງການໃນສິນຊັບປອດໄພເພີ່ມຂຶ້ນ


ລາຄາຄໍາໄດ້ເພີ່ມຂຶ້ນສູງກວ່າ $2,000 ຕໍ່ອອນ ຫຼື ປະມານ 1,8 ບາດ ອີກເທື່ອໜຶ່ງ ທ່າມກາງຄວາມກັງວົນກ່ຽວກັບຄວາມຂັດແຍ້ງຢູ່ໃນຕາເວັນອອກກາງ ຮາມາສ- ອິດສະຣາເອວ ເຮັດໃຫ້ຄວາມຕ້ອງການໃນຊັບສິນທີ່ປອດໄພເຊັ່ນ: ຄໍາ ນັ້ນເພີ່ມຂຶ້ນ.

ນັບ​ຕັ້ງ​ແຕ່​ກຸ່ມ​ຮາ​ມາ​ສ​ໂຈມ​ຕີ​ອິດ​ສະ​ຣາ​ແອນ​ໃນ​ວັນ​ທີ 7 ຕຸ​ລາ, ລາ​ຄາ​ຄຳ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 9%, ໂດຍຫຼ້າສຸດຂຶ້ນມາຢູ່ທີ່ 2.006,35 ໂດ​ລາ​ຕໍ່​ອອນ​ ເຊິ່ງເປັນສະຖິຕິສູງສຸດໃນຫຼາຍເດືອນ ​ແລະ ​ ເຂົ້າ​ໃກ້​ກັບ​ລະດັບ​ສູງ​ສຸດ​ຕະຫຼອດ​ການທີ່ 2.075.47 ​ໂດ​ລາ​ຕໍ່​ອອນ​ໃນ​ປີ 2020.

ທ່ານ Bart Melek, ຜູ້ອໍານວຍການ ແລະ ຫົວຫນ້າຍຸດທະສາດລາຄາສິນຄ້າຂອງທະນາຄານ TD ກ່າວວ່າ: “ການ​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ທາງ​ພາກ​ພື້ນ​ຂອງ​ອິດ​ສະ​ຣາ​ເອວຢູ່​ເຂດ Gaza ເຮັດໃຫ້ເກີດຄວາມສ່ຽງທີ່ຄວາມຂັດແຍ້ງຈະຂະຫຍາຍສູງຂຶ້ນ. ນີ້ເຮັດໃຫ້ຄວາມຕ້ອງການຄໍາເພີ່ມຂຶ້ນ, ເຊິ່ງຖືວ່າເປັນຊັບສິນທີ່ປອດໄພ”

ຜູ້​ຊ່ຽວຊານ​ກ່າວ​ວ່າ ການ​ຂຶ້ນ​ລາຄາ​ຄຳ​ຮອບ​ນີ້​ບໍ່​ແມ່ນ​ສະຖານະ​ການ​ທີ່​ປົກກະຕິ ເນື່ອງຈາກວ່າລາຄາຄໍາໂດຍທົ່ວໄປແລ້ວຈະເຄື່ອນໄຫວ ສວນທາງກັບຜົນຕອບແທນຂອງພັນທະບັດ. ແຕ່ໃນເດືອນນີ້ ຜົນຕອບແທນພັນທະບັດຂອງສະຫະລັດ ໄລຍະ 10 ປີແມ່ນຢູ່ໃນລະດັບທີ່ສູງທີ່ສຸດໃນຮອບ 16 ປີ, ແຕ່ລາຄາຄໍາຍັງສືບຕໍ່ເພີ່ມຂຶ້ນ.

ສະຖານະການນີ້ສະທ້ອນໃຫ້ເຫັນວ່ານັກລົງທຶນກໍາລັງໃຫ້ນໍ້າໜັກຄວາມສ່ຽງທີ່ສະຖານະການຂັດແຍ້ງລະຫວ່າງອິດສະຣາເອວ ແລະ ຮາມາສ ຈະເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ການສະໜອງນ້ໍາມັນຂອງໂລກ. ເຊິ່ງໃນກໍລະນີທີ່ລາຄານ້ໍາມັນເພີ່ມຂຶ້ນ, ມັນຈະນໍາໄປສູ່ການເລັ່ງຂອງອັດຕາເງິນເຟີ້ ທີ່ຈະກົດດັນຕໍ່ທະນາຄານກາງທົ່ວໂລກຕ້ອງດູແລເສດຖະກິດ ໂດຍຜ່ານນະໂຍບາຍການເງິນ.

ສ່ວນລາຄາຄຳໃນ ສປປ ລາວ ອີງຕາມ ແອັບ Easy Gold ໃນວັນທີ 27 ຕຸລາ ຄຳຮູບປະພັນແມ່ນຕົກຢູ່ທີ່ 23.329.000 ກີບຕໍ່ 1 ​ບາດ ແລະ ຄຳແທ່ງ ແມ່ນມີລາຄາຢູ່ທີ່ 23.270.000 ກີບ ຕໍ່ 1 ບາດ.

https://www.facebook.com/photo.php?fbid=1083547072925974&set=pb.100038120746471.-2207520000&type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/