ຈີນ ຈະຄວບຄຸມການສົ່ງອອກແຮ່ Graphite ກັງວົນສົ່ງຜົນຕໍ່ວົງການ EV


Graphite ເປັນແຮ່ໂລຫະຊະນິດໜຶ່ງທີ່ມີນ້ຳໜັກເບົາຜິດປົກກະຕິ ຖ້າຫາກຢາກສົ່ງອອກຜະລິດຕະພັນ Graphite ບາງຊະນິດ ຈະຕ້ອງໄດ້ຮັບອະນຸຍາດຈາກລັດຖະບານກ່ອນ. ຂໍ້ຈໍາກັດການສົ່ງອອກດັ່ງກ່າວ ມີຜົນຕັ້ງແຕ່ວັນທີ 1 ທັນວາ 2023 ເປັນຕົ້ນໄປ ໂດຍຜູ້ສົ່ງອອກຕ້ອງຂໍໃບອະນຸຍາດການສົ່ງອອກ Graphite 3 ປະເພດ ໄດ້ແກ່:

1. ວັດສະດຸ Graphite ສັງເຄາະທີ່ມີຄວາມບໍລິສຸດສູງ, ຄວາມທົນທານສູງ ແລະ ມີຄວາມເຂັ້ມຂຸ້ນສູງ.

2. Graphite ເກັດທຳມະຊາດ.

3. ຜະລິດຕະພັນ Graphite.

ນອກຈາກນີ້ ຈີນ ເປັນຜູ້ຜະລິດ ແລະ ສົ່ງອອກ Graphite ລາຍໃຫຍ່ທີ່ສຸດໃນໂລກ ໂດຍເປັນຜູ້ຜະລິດກວມເອົາ 67% ຂອງໂລກ ແລະ ເປັນຜູ້ກັ່ນ Graphite ສຳລັບໃຊ້ເປັນວັດສະດຸທີ່ໃຊ້ແອໂນດຂອງແບັດເຕີຣີລົດໄຟຟ້າ EV ຫຼາຍກວ່າ 90% ທີ່ໃຊ້ງານໃນທົ່ວໂລກ.

ກະຊວງການຄ້າຈີນລະບຸວ່າ: ຄວາມເຄື່ອນໄຫວຄັ້ງນີ້ ມີສ່ວນຊ່ວຍຮັບຮອງຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງຕ່ອງໂສ້ອຸປະປະທານໂລກ ແລະ ຕ່ອງໂສ້ອຸດສາຫະກຳ ແລະ ການປະກອບສ່ວນປົກປ້ອງຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຊາດ.

ຂໍ້ມູນຈາກ:

The Intel Ligence

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/