ປະເທດຈີນປະກາດອອກພັນທະບັດລັດຖະບານເພີ່ມເຕີມມູນຄ່າ 137 ຕື້ໂດລາ, ເພື່ອກະຕຸ້ນເສດຖະກິດພາຍໃນປະເທດ


ໃນວັນອັງຄານທີ່ຜ່ານມາ, ຈີນໄດ້ປະກາດອອກພັນທະບັດລັດຖະບານມູນຄ່າ 1 ພັນຕື້ຢວນ (137 ຕື້ໂດລາ) ໃນໄຕມາດທີ 4 ຂອງປີນີ້, ​ເພື່ອ​ສະໜັບສະໜູນ​ເສດຖະກິດ​ທີ່ຊົບເຊົາຈາກການລະບາດຂອງ Covid-19 ​, ພັນທະບັດ​ດັ່ງກ່າວຈະ​ຖືກ​ແຈກ​ຢາຍ​ໃຫ້​ລັດຖະບານ​ທ້ອງ​ຖິ່ນ​ເພື່ອ​ປ້ອງ​ກັນ ​ແລະ ສ້ອມແປງພື້ນທີ່ທີ່ໄດ້ຮັບໄພພິບັດ​ຈາກນ້ຳຖ້ວມຄັ້ງໃຫຍ່ ແລະ ປັບປຸງໂຄງສ້າງພື້ນຖານຂອງປະເທດ. ​ໂດຍເສດຖະກິດໃນ​ຈີນໄດ້ມີການຂະຫຍາຍຕົວ​ທີ່ດີໃນໄຕມາດທີ 3 ແຕ່ກໍຍັງຕໍ່າກວ່າເປົ້າໝາຍທີ່ວາງໄວຢູ່ , ດ້ວຍເຫດນີ້ຈຶ່ງນຳ​ໄປ​ສູ່​ການ​ຮຽກຮ້ອງ​ໃຫ້​ມີ​ມາດ​ຕະການ​ຊຸກຍູ້​ເສດຖະກິດເພີ່ມ​ຂຶ້ນຕື່ມ​ອີກ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ກະຕຸ້ນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ແລະ ຊ່ວຍຮັກສາປະລິມານແຮງຊຸກຍູ້ໃນການຟື້ນຕົວຫຼັງຈາກໄຕມາດທີ 4.

ການ​ອອກ​ພັນທະບັດເພີ່ມເຕີມຂອງຈີນ​ຈະ​ເພີ່ມ​ການ​ຂາດ​ດຸນ​ງົບປະມານ​ໃນປີ 2023 ຈາກ 3% ຂຶ້ນ​ເປັນ 3,8%, ເຊິ່ງ​ເປັນ​ເລື່ອງ​ທີ່​ບໍ່ຄ່ອຍໄດ້ເຫັນຫຼາຍເທົ່າໃດ ​ທີ່​ຈີນ​ຍອມ​ໃຫ້​ມີການ​ຂາດ​ດຸນ​ດັ່ງກ່າວເພີ່ມຂຶ້ນ. ສໍາລັບເງິນທີ່ໄດ້ຈາກການອອກພັນທະບັດຈະຖືກໂອນໃຫ້ລັດຖະບານທ້ອງຖິ່ນ ​ເພື່ອ​ຊ່ວຍ​ຫຼຸດຜ່ອນ​ພາລະ​ງົບປະມານ​ຂອງ​ລັດຖະບານ​ທ້ອງ​ຖິ່ນ.

ເຊິ່ງທີ່​ປຶກສາ​ດ້ານ​ນະ​ໂຍບາຍ​ບາງ​ຄົນ​ຂອງ​ລັດຖະບານ​ຈີນໄດ້​ກ່າວ​ວ່າ: ລັດ​ຖະ​ບານ​ກາງ​ຍັງ​ມີພື້ນ​ທີ່ເຫຼືອໃນການ​​ໃຊ້​ຈ່າຍ​ຫຼາຍຂຶ້ນ​. ເນື່ອງຈາກອັດຕາສ່ວນຂອງໜີ້ຕໍ່ GDP ຍັງຢູ່ໃນລະດັບທີ 21%, ເຊິ່ງຕ່ຳ​ກວ່າ​ລະດັບ​ໜີ້​ສິນ​ຂອງ​ລັດຖະບານ​ທ້ອງ​ຖິ່ນທີ່ໃນຕອນນີ້ຢູ່ທີ່ 76%. ທັງນີ້, ເງິນເຄິ່ງໜື່ງຈະຖືກນໍາໃຊ້ເຂົ້າເພື່ອປະກອບການໃນການຊ່ວຍເຫຼືອດ້ານຕ່າງໆໃນປີນີ້ ແລະ ອີກເຄິ່ງໜຶ່ງແມ່ນກຳນົດໃຊ້ໃນຕົ້ນປີ 2024.

Zhu Zhongming ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງຈີນກ່າວວ່າ

“ການ​ອອກ​ພັນທະບັດ​ຈະ​ຊ່ວຍເພີ່ມ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ​ແລະ ​ເພີ່ມ​ຄວາມເຂັ້ມແຂງຂອງ​ການ​ຟື້ນຕົວດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ. ໃນສ່ວນຂອງລະດັບໜີ້ສິນລັດຖະບານນັ້ນແມ່ນຍັງຄົງຢູ່ໃນລະດັບທີ່ເໝາະສົມ”

ອີງຕາມຂໍ້ມູນຂອງກະຊວງການຄັງຂອງຈີນໄດ້ເປີດເຜີຍວ່າ ໃນ 3 ໄຕມາດທຳອິດຂອງປີ 2023, ຈີນໄດ້ອອກພັນທະບັດລັດຖະບານໄປແລ້ວຫຼາຍກວ່າ 7.5 ພັນຕື້ຢວນ ເຊິ່ງຖືວ່າເປັນເງິນຈຳນວນຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ເຊິ່ງໄດ້ມີການອອກພັນທະບັດພິເສດພຽງ 1 ພັນຕື້ຢວນເພື່ອຮັບມືກັບວິກິດການທີ່ເກີດຈາກ Covid-19 , ໃນຂະນະທີ່ໃນປີ 2022 ການອອກພັນທະບັດໄດ້ມີການຫຼຸດລົງເຫຼືອ​ພຽງ 750 ຕື້​ຢວນ.

ເສດຖະກິດ​ຂອງຈີນ​ໃນ​ໄຕ​ມາດ​ທີ 3 ​ໄດ້ມີການ​ເຕີບ​ໂຕ 4,9%, ເຊິ່ງສູງ​ກວ່າ​ທີ່​ຄາດ​ການໄວ້ເນື່ອງຈາກໄດ້ຮັບແຮງໜຸນຈາກ​ຫຼາຍ​ປັດ​ໄຈ, ລວມທັງຂະແໜງການບໍລິໂພກ ແລະ ອຸດສາຫະກໍາ. ນີ້ເຮັດໃຫ້ຄວາມເປັນໄປໄດ້ທີ່ລັດຖະບານຈີນຈະສາມາດບັນລຸເປົ້າໝາຍ GDP ຂອງຕົນທີ່ປະມານ 5% ໃນປີ 2023.

ບັນດາ​ນັກ​ສັງ​ເກດ​ການ​ຊີ້​ໃຫ້ເຫັນ​ວ່າ ຄວາມອ່ອນແອໃນການຟື້ນຕົວທາງດ້ານເສດຖະກິດຂອງຈີນຫຼັງຈາກການລະບາດຂອງ COVID-19 ນັ້ນໄດ້ເຮັດໃຫ້ຄວາມໃຝ່ຝັນທີ່ຢາກຈະປະຕິຮູບໂຄງສ້າງເສດກິດໃນແນວທາງການບໍລິໂພກຕ້ອງຖືກຈຳກັດ. ເນື່ອງຈາກຕ້ອງໄດ້ຫັນມາ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຮີບ​ດ່ວນ​ໃນ​ທັນ​ທີ​ຂອງ​ການ​ຮັກສາ​ການ​ຟື້ນ​ຟູ​ຫຼັງ​ຈາກ​ການລະບາດຂອງ COVID-19 ຢ່າງຕໍ່ເນື່ອງ, ​ເຮັດ​ໃຫ້ໃນໄລຍະ 2 – 3 ເດືອນທີ່ຜ່ານມາໄດ້ມີການ​​ໂຕ້​ວາທີ​ຢ່າງດຸເດືອດໃນກຸ່ມທີ່​​ປຶກສາ​ດ້ານ​ນະ​ໂຍບາຍ​ຂອງ​ລັດຖະບານ. ໂດຍໃນບາງສ່ວນກໍໄດ້ມີການສະໜັບສະໜູນການປະຕິຮູບຢ່າງຮີບດ່ວນ ເພື່ອສ້າງເຄື່ອງຈັກໃໝ່ສໍາລັບເສດຖະກິດທີ່ຫຼາຍກວ່າການລົງທຶນດ້ານອະສັງຫາລິມະສັບ ແລະ ໂຄງສ້າງ.

ຄວາມ​ຕ້ອງ​ການ​ໃນ​ໄລ​ຍະ​ສັ້ນ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ເບິ່ງຄືວ່າຈະມີຄວາມສຳຄັນຫຼາຍກວ່າ​ການ​ປະ​ຕິ​ຮູບ. ດ້ວຍ​ເຫດ​ນີ້, ລັດຖະບານ​ຈຶ່ງ​ເລືອກ​ເອົາ​ມາດ​ຕະການ​ດ້ານ​ການ​ເງິນ ​ແລະ ​ການຄັງເປັນຫຼັກເພື່ອອັດສີດ​ເສດຖະກິດ​ແທນ.

ທີ່ມາ:

economictimes

siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/