ຄໍາມ່ວນເນັ້ນການສົ່ງເສີມຜະລິດຕະພັນພາຍໃນຕິດພັນກັບການທ່ອງທ່ຽວ


ອຳນາດການປົກຄອງແຂວງ ຄຳມ່ວນ  ໄດ້ເນັ້ນການ ນຳເອົາສິນຄ້າພາຍໃນແຂວງ ຫຼື ພາຍໃນປະເທດ ມາວາງສະແດງໃນງານເທສະການຕ່າງໆ ເພື່ອເຜີຍແຜ່ ສົ່ງເສີມ ແລະ ກະຕຸກຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງຢູ່ພາຍໃນແຂວງໄດ້ມີໂອກາດນໍາເອົາ ສິນຄ້າຂອງຕົນເອງມາວາງສະແດງ ແລະ ຈໍາໜ່າຍ ສິນຄ້າຂອງຄົນລາວເອງ.

ທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ປະຈໍາແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວແຂວງວ່າ: ໃນການກະກຽມການສະແດງ ແລະ ຈໍາໜ່າຍສິນຄ້າຕິດພັນກັບງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈໍາປີ 2023 ຢູ່ເທສະບານເມືອງທ່າແຂກ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ໄດ້ຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໂດຍເນັ້ນສະເພາະສິນຄ້າທີ່ຜະລິດຂຶ້ນພາຍໃນແຂວງ ແລະ ສິນຄ້າທີ່ຜະລິດຢູ່ ສປປ ລາວ ພ້ອມກັນນັ້ນກໍໄດ້ມີສິນຄ້າທີ່ມາຈາກຕ່າງປະເທດຈໍານວນໜຶ່ງ ເຊິ່ງໄດ້ນໍາມາຈໍາໜ່າຍໃນຂອບເຂດງານບຸນໃນປີນີ້ ເພື່ອເປັນກະຕຸກຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງຢູ່ພາຍໃນແຂວງໄດ້ມີໂອກາດນໍາເອົາ ສິນຄ້າຂອງຕົນເອງມາວາງສະແດງ ແລະ ຈໍາໜ່າຍ.  ພ້ອມກັນນັ້ນກໍເພື່ອເປັນການຊອກຫາຄູ່ຮ່ວມທາງທຸລະກິດເພື່ອເປັນແລກປ່ຽນ  ແລະ ຊື້ – ຂາຍຜະລິດຕະພັນນໍາກັນ.

ສໍາລັບສິນຄ້າ (ODOP) ແມ່ນໄດ້ສະເໜີໃຫ້  10 ຕົວເມືອງທົ່ວແຂວງໄດ້ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ທີ່ບໍລິເວນຫໍໄຫວ້ມູນເຊື້ອ 21 ມີນາແຕ່ຍັງ 3 ຕົວເມືອງທີ່ບໍ່ໄດ້ເຂົ້າວາງສະແດງເນື່ອງຈາກວ່າຄານໍາເອົາຜະລິດຕະພັນຂອງເມືອງໄປຮ່ວມງານວາງສະແດງ ແລະ ຈໍາໜ່າຍຢູ່ນະຄອນຫຼວງວຽງຈັນເປັນຕົ້ນແມ່ນເມືອງນາກາຍ, ເມືອງຄູນຄໍາ ແລະ ເມືອງຫີນບູນ. ພິເສດທາງສະຫະພັນແມ່ຍິງແຂວງກໍໄດ້ຮ້ານຄ້າວາງສະແດງ ແລະ ຈໍາໜ່າຍທີ່ເປັນຜະລິດພັນພາຍໃນແຂວງເຊິ່ງໄດ້ນໍາເອົາຜະລິດຕະພັນມາຮ່ວມໃນງານຄັ້ງນີ້ດ້ວຍ .

ນອກຈາກນັ້ນຍັງມີຫົວໜ່ວຍຜູ້ຜະລິດອີກຈໍານວນໜຶ່ງໂດຍສະເພາະແມ່ນແຈ່ວ , ປະເພດຢາສະໝຸນໄພ ແລະ ສິນຄ້າປະເພດອື່ນໆເຊັ່ນ : ຊາ ແລະ ກາເຟ . ສໍາລັບໃນສ່ວນທົ່ວໄປຂອງງານແມ່ນມີຮ້ານຈໍາໜ່າຍສິນຄ້າປະເພດຕ່າງໆລວມທັງການຂາຍບັ່ງເຂົ້າຫຼາມ , ປີ້ງໄກ່ຈໍານວນ 300 ກວ່າລັອກເຊິ່ງເຫັນວ່າຫຼາຍກວ່າປີຜ່ານມາ .

ພ້ອມນັ້ນທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ປະຈໍາແຂວງຄໍາມ່ວນຍັງໄດ້ເຊີນຊວນທຸກຫົວໜ່ວຍທຸລະກິດທຸກພາກສ່ວນນັບແຕ່ຫົວໜ່ວຍທຸລະກິດຂັ້ນຄອບຄົວຈົ່ງພ້ອມກັນຜະລິດສິນຄ້າພາຍໃນໃຫ້ມີຄວາມຫຼາກຫຼາຍ ທັງນີ້ກໍເພື່ອໃຫ້ສອດຄ່ອງກັບແນວທາງຂອງພັກ ແລະ ລັດຖະບານວາງອອກວ່າດ້ວຍການປະຕິບັດສອງວາລະແຫ່ງຊາດໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍການຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບບັນຫາເສດຖະກິດ – ການເງິນເຊິ່ງມາຮອດປະຈຸບັນນີ້ພວກເຮົາກໍໄດ້ມີການສູ້ຊົນເພື່ອຜະລິດສິນຄ້າຢູ່ພາຍໃນໃຫ້ມີຄວາມຫຼາກຫຼາຍເພື່ອໃຫ້ເທົ່າທຽມກັບຜະລິດຕະພັນຂອງປະເທດເພື່ອນບ້ານ ແລະ ການຊົມໃຊ້ຜະລິດຕະພັນພາຍໃນຂອງພວກເຮົາກໍ່ໃຫ້ນັບມື້ນັບຫຼາຍຂຶ້ນ .

https://www.facebook.com/medialaos/posts/pfbid02UGpqce53YCqh9DidY4euzNXMU2z183KwpRzCvva2apPUpNEtuZQ5GoQvMKSjdcfRl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/