ລັດຖະບານ ສຸມໃສ່ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຕາມເຂດຈຸດສຸມບູລິມະສິດ


ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ຕາມເຂດຈຸດສຸມບູລິມະສິດຕ່າງໆ ດ້ວຍການສະໜອງເງື່ອນໄຂ ແລະ ໂຄງລ່າງພື້ນຖານທີ່ຈຳເປັນຕາມຄວາມສາມາດຕົວຈິງ ເພື່ອສົ່ງເສີມການຜະລິດ ແລະ ສ້າງລາຍຮັບໃຫ້ກັບປະຊາຊົນ.

ຕາມບົດລາຍງານຂອງນາຍົກລັດຖະມົນຕີ ໃນກອງປະຊຸມຄົບຄະນະບໍລິຫານງານກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ຮູ້ວ່າ: ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ໄດ້ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງສາມາດສ້າງຄອບຄົວພົ້ນທຸກ ໄດ້ 48.067 ຄອບຄົວ, ເທົ່າກັບ 23,52% ຂອງແຜນການ (ແຜນການ 5 ປີ: ໃຫ້ໄດ້ເພີ່ມ 204.360 ຄອບຄົວ), ສ້າງບ້ານພົ້ນທຸກໄດ້ 482 ບ້ານ, ເທົ່າກັບ 15,5% ຂອງແຜນການ (ແຜນການ 5 ປີໃຫ້ໄດ້ 3.104 ບ້ານ), ສ້າງຄອບຄົວພັດທະນາ ໄດ້ 50.076 ຄອບຄົວ, ເທົ່າກັບ 20,4% ຂອງແຜນການ (ແຜນການ 5 ປີ: ໃຫ້ໄດ້ 245.754 ຄອບຄົວ), ສ້າງບ້ານພັດທະນາ ໄດ້ 559 ບ້ານ, ເທົ່າກັບ 12,65% ຂອງແຜນການ (ແຜນການ 5 ປີ ໃຫ້ໄດ້ 4.420 ບ້ານ), ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ໄດ້ 12 ບ້ານ. ນອກຈາກນີ້, ໄດ້ສຳເລັດສ້າງຄອບຄົວວັດທະນະທໍາ 38.540 ຄອບຄົວ, ເທົ່າກັບ 30% ຂອງແຜນການ (ແຜນການ ໃຫ້ໄດ້ 130.000 ຄອບຄົວ), ສ້າງບ້ານວັດທະນະທໍາໄດ້ 345 ບ້ານ, ເທົ່າກັບ 46% ຂອງແຜນການ (ແຜນການ 5 ປີ ໃຫ້ໄດ້ 750 ບ້ານ) ແລະ ຂະຫຍາຍລະບົບໂທລະໂຄ່ງໃຫ້ຊຸມຊົນ ໄດ້ 1.751 ຊຸດ/ບ້ານ, ເທົ່າກັບ 62,53% (ແຜນການ 5ປີ ໃຫ້ໄດ້ 2.800 ຊຸດ/ບ້ານ).

ພ້ອມນີ້, ຍັງໄດ້ສຸມໃສ່ກໍ່ສ້າງໂຄງລ່າງພື້ນຖານທີ່ຈຳເປັນຈຳນວນໜຶ່ງ ໃນບັນດາຕົວເມືອງຂອງເມືອງ ແລະ ບ້ານທີ່ທຸກຍາກຈຳນວນໜຶ່ງ ໂດຍການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຊົນນະບົດ, ໂຮງໝໍຊຸມຊົນ, ຕາຂ່າຍໄຟຟ້າ ແລະ ອື່ນໆ ໂດຍມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນເປັນຂະບວນການດີສົມຄວນ, ເຮັດໃຫ້ອັດຕາການເຂົ້າເຖິງລະບົບສາທາລະນຸປະໂພກ ມີຄວາມຄືບໜ້າ ເປັນຕົ້ນ ອັດຕາການການຊົມໃຊ້ໄຟຟ້າ ມາຮອດປັດຈຸບັນ ບັນລຸໄດ້ 95,45% (ແຜນການ 5 ປີ 98%). ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ເຝິກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທຳໃຫ້ໄວໜຸ່ມ ແລະ ຜູ້ດ້ອຍໂອກາດ ຕາມຄວາມສາມາດຕົວຈິງຂອງງົບປະມານຂອງລັດ ແລະ ການມີສ່ວນຮ່ວມ ຂອງຜູ້ປະກອບການຕ່າງໆ.

ຂອບໃຈຂໍ້ມູນຈາກ:

ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/