2 ນາຍົກລາວ-ໄທ ຮ່ວມເປີດ ສະຖານີລົດໄຟ ວຽງຈັນ ຄໍາສະຫວາດ ຢ່າງເປັນທາງການ ຄາດເປີດນຳໃຊ້ຕົວຈິງ ຕົ້ນປີ 2024


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຮ່ວມເປີດສະຖານີລົດໄຟ ວຽງຈັນ ຄຳສະຫວາດ ໂຄງການທາງລົດໄຟລາວ-ໄທ ໄລຍະ II ຢ່າງເປັນທາງການ ດ້ວຍມູນຄ່າໂຄງການທັງໝົດຫຼາຍກວ່າ 966 ລ້ານບາດໄທ ພ້ອມປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ ການຂົນສົ່ງທາງລົດໄຟ ລາວ-ໄທ.

ອີງຕາມການລາຍງານຂອງ ແຫຼ່ງຂ່າວຈາກ ໜັງສືພິມວຽງຈັນທາມ ພິທີເປີດໃນຄັ້ງນີ້ ເປັນການເປີດສະຖານີ ເພື່ອຕ້ອນຮັບ ພະນະທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເທົ່ານັ້ນ ເຊິ່ງວ່າຈະສາມາດເປີດບໍລິການຢ່າງເຕັມຮູບແບບ ທີ່ໃຫ້ປະຊາຊົນມາໃຊ້ບໍລິການໄດ້ນັ້ນ ພາຍໃນຕົ້ນປີ 2024.

ພິທີເປີດສະຖານີລົດໄຟວຽງຈັນ (ຄຳສະຫວາດ) ກ່ຽວກັບໂຄງການກໍ່ສ້າງທາງ ລົດໄຟ ລາວ-ໄທ ໄລຍະ II ໄດ້ມີຂຶ້ນ ໃຕອນເຊົ້າວັນທີ 30 ຕຸລາ 2023 ທີ່ສະຖານີວຽງຈັນ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ການຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ກໍໃຫ້ກຽດເຂົ້າຮ່ວມ. 

ໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ II ໄດ້ເລີ່ມລົງມືກໍ່ສ້າງ ຕັ້ງແຕ່ ເດືອນ ຕຸລາ 2019 ແລະ ສໍາເລັດລົງ ໃນເດືອນ ມີຖຸນາ 2022, ມູນຄ່າໂຄງການທັງໝົດ ຈຳນວນປະມານ 966.699.806,89 ບາດ, ໄລຍະເວລາກໍ່ສ້າງ 33 ເດືອນ. ເຊິ່ງລວມມີການກໍ່ສ້າງທາງລົດໄຟ ແຕ່ ສະຖານີ ທ່ານາແລ້ງ ຫາ ສະຖານີວຽງຈັນ (ຄຳສະຫວາດ) ມີຄວາມຍາວ 7,5 km; ວຽກກໍ່ສ້າງສະຖານີວຽງຈັນ (ຄຳສະຫວາດ), ວຽກກໍ່ສ້າງເຮືອນພັກ ພະນັກງານ, ວຽກກໍ່ສ້າງທາງເຂົ້າ ເຂດສະຖານີ ແລະ ເຂດເຮືອນພັກພະນັກງານ, ວຽກກໍ່ສ້າງທາງຕັດຜ່ານ, ທາງດິນແດງ (ສໍາລັບໃຫ້ປະຊາຊົນນໍາໃຊ້ ແລະ ສ້ອມແປງທາງລົດໄຟ) ແລະ ວຽກອື່ນໆ ຈຳນວນໜຶ່ງ.

ໃນໂອກາດດັ່ງກ່າວ ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II ແມ່ນໄດ້ຮັບການສະໜັບສະໜູນ ດ້ານການເງິນ ຈາກ ລັດຖະບານແຫ່ງຣາຊະອານາຈັກໄທ ໂດຍຜ່ານອົງການຮ່ວມມືພ້ດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນ ບ້ານ ຫຼື NEDA ໃນຮູບແບບເງິນກູ້ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫຼືອລ້າ ເປັນຈຳນວນເງິນທັງໝົດ 1.650 ລ້ານບາດ ລວມທັງ ຕອນທີ 1 ແລະ ຕອນທີ 2 ເປັນເງິນກູ້ຢືມ 70% ແລະ ຊ່ວຍເຫຼືອລ້າ 30%.

ເຊິ່ງໂຄງການດັ່ງກ່າວ ແມ່ນກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ແລະ ໄດ້ວ່າຈ້າງບໍລິສັດ ເອຊຽນ ເອັນຈີເນຍລິ້ງ ຄອນຊາວເຕັ້ນ (AEC) ແລະ ບໍລິສັດ LGE ຈາກ ລາວ ແລະ ໄທ ເປັນທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ວ່າຈ້າງບໍລິສັດ ເພີ່ມສະຫງວນ ກໍ່ສ້າງ ຈຳກັດ ຈາກໄທ ເປັນຜູ້ຮັບເໝົາກໍ່ສ້າງ.

ໃນໂອກາດດຽວກັນ ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ການຂົນສົ່ງຍັງໄດ້ ກ່າວອີກວ່າ: “ການພັດທະນາເສດຖະກິດ ສັງຄົມ ຂອງ ສປປ ລາວ ໂດຍສະເພາະການພັດທະນາໂຄງລ່າງ ພື້ນຖານທາງດ້ານຄົມມະນາຄົມ ໃນໄລຍະຜ່ານມາ ກໍຄືໃນປັດຈຸບັນ ແລະ ຕໍ່ໜ້າ ໂດຍ NEDA ກໍເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ແລະ ເປັນຜູ້ໃຫ້ການສະໜັບສະໜູນດ້ານການເງິນ ໃນການກໍ່ສ້າງ ທາງລົດໄຟ ເປັນຄັ້ງທີ 2 ແລ້ວ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ປະຊາຊົນລາວ ແລະ ຜູ້ປະກອບການ ສາມາດໃຊ້ບໍລິການການຂົນສົ່ງ ທາງລົດໄຟຫຼາຍ ຂື້ນ, ລວມທັງຊ່ວຍກະຕຸກຊຸກຍູ້ ວຽກງານການທາງລົດໄຟ ຢູ່ ສປປ ລາວ ອີກດ້ວຍ”

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/