AI ຊ່ວຍໃຫ້ຫວຽດນາມ ເປັນເຈົ້າແຫ່ງອຸດສາຫະກຳໂລກ


Nguyen Duc Toan ປະທານເຈົ້າໜ້າທີ່ບໍລິສັດ Google Cloud ໃນຫວຽດນາມເຊື່ອວ່າ Generative AI ຈະສົ່ງຜົນກະທົບຢ່າງຍິ່ງໃຫຍ່ຕໍ່ອຸດສາຫະກໍາເກມ ຫຼັງຈາກການປາກົດຕົວຂອງກຣາຟຟິກ 3 ມິຕິແບບຣຽວທາມ ແລະ ສະມາດໂຟນ. ນອກຈາກນີ້ ອຸດສາຫະກຳເກມຈະເຮັດໜ້າທີ່ເປັນຕົວສົ່ງສັນຍານແກ່ທຸລະກິດອື່ນໆ ແລະ ແນະນຳວິຖີທາງໃໝ່ໃນການແຈ້ງຂໍ້ມູນ ດຶງດູດ ແລະ ເຊື່ອມຕໍ່ຜູ້ຄົນໃນຂະໜາດໃຫຍ່ໄດ້.

ບໍລິສັດເກມຫວຽດນາມຢ່າງ  VNG Games, Amanotes ແລະ Wolffun Game ໄດ້ສະແດງຄວາມຄິດເຫັນກ່ຽວກັບບົດບາດຂອງ AI ແລະ AI ໄດ້ເຂົ້າມາຊ່ວຍແກ້ໄຂບັນຫາຕ່າງໆຫຼາຍຢ່າງທັງພາຍໃນ ແລະ ພາຍນອກອຸດສາຫະກຳເກມ.

Vo Tuan Binh ປະທານເຈົ້າໜ້າທີ່ບໍລິຫານ ແລະ ຜູ້ຮ່ວມກໍ່ຕັ້ງ Amanotes ກ່າວວ່າ ໜຶ່ງໃນປັດໄຈທີ່ຊ່ວຍໃຫ້ສິນຄ້າເກມບໍລິສັດມີຍອດດາວໂຫຼດຜ່ານ App Stores ສູງເຖິງ 3 ພັນລ້ານ ມາຈາກການໃຊ້ AI ວິເຄາະຂໍ້ມູນ.

ໃນຂະນະທີ່ Nguyen Dinh Khanh ປະທານເຈົ້າໜ້າທີ່ບໍລິຫານຂອງ Wolffun Game ກ່າວວ່າພະນັກງານໃນບໍລິສັດສາມາດຫາຄຳຕອບໃນການເຮັດວຽກຕ່າງໆໄດ້ຈາກ AI ຫຼາຍກວ່າ CEO ແລະ ຜູ້ຂຽນ Code ກໍເຮັດຜິດພາດໜ້ອຍລົງເພາະນຳ AI ມາຊ່ວຍ. ນອກຈາກນີ້ ບໍລິສັດຍັງວາງແຜນນຳ Generative AI ເຂົ້າມາໃຊ້ແອັບ Thetan Creator ເຊິ່ງຈະມາຊ່ວຍໃຫ້ຜູ້ໃຊ້ງານສາມາດສ້າງຕົວລະຄອນ ແລະ ຄອນເທັ້ນຕົ້ນສະບັບຂອງຕົວເອງໄດ້ຕາມຄວາມຕ້ອງການຂອງຜູ້ໃຊ້ງານ.

ຂໍ້ມູນຈາກ:

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/