RIIZE ກາຍເປັນສິລະປິນລ້ານອາລະບ້ຳ ພ້ອມເພງໃໝ່ ‘Talk Saxy’ ທີ່ຂຶ້ນອັນດັບ 1 ໃນຫຼາຍໆປະເທດ


RIIZE ວົງນ້ອງໃໝ່ຈາກ SM Entertainment ກາຍເປັນວົງທີ່ຂຶ້ນເປັນ ‘Million Seller’ ຫຼື ສິລະປິນທີ່ມີຍອດຈຳໜ່າຍອາລະບ້ຳຮອດລ້ານອາລະບ້ຳ ໂດຍການຈຳໜ່າຍໝົດຢ່າງວ່ອງໄວໃນອາທິດທຳອິດຂອງການເດບິວເພງໃນອາລະບ້ຳ ‘Get A Guitar’.

ຫຼ້າສຸດນ້ອງ RIIZE ໄດ້ປ່ອຍເພງໃໝ່ ‘Talk Saxy’ ເຊິ່ງມີຄວາມໂດດເດັ່ນໃນການສ້າງສັນດົນຕີທີ່ຕິດຫູຕາມຕາມສະໄຕຂອງ RIIZE ໂດຍສຳລັບເພງນີ້ໄດ້ຮັບການຮ່ວມມືກັບ J BLAZE ນັກອອກແບບທ່າເຕັ້ນ ແລະ ນັກເຕັ້ນແນວໜ້າຂອງສິລະປິນຊື່ດັງລະດັບໂລກຢ່າງ Justin Bieber ແລະ Chris Brown ເຊິ່ງບັນດາເຫຼົ່າສະມາຊິກວົງກໍໄດ້ເຂົ້າເຝິກອົບຮົມທ່າເຕັ້ນໂດຍກົງເລີຍ.

RIIZE ຖືວ່າເປັນອີກວົງທີ່ໜ້າຈັບຕາເບິ່ງ ທັງບັນດາສະມາຊິກທີ່ມີຄາແຣັກເຕີທີ່ແຕກຕ່າງກັນໄປ ແຕ່ສຸດຈະລົງຕົວ ພ້ອມກັບຜົນງານເພງ ແລະ ຄອນເຊັບເພງ ບອກເລີຍວ່າລ້ຳຍຸກລ້ຳສະໄໝສະໄຕ SM Entertainment ເປັນອີກວົງຂອງ GEN 5 ທີ່ໜ້າຕິດຕາມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/