Coinbase ເປີດເຜີຍຂໍ້ມູນໃໝ່ ຫຼາຍກວ່າ 50% ຂອງ Gen Y ແລະ Gen Z ຈະສະໜັບສະໜູນຜູ້ເຂົ້າຮ່ວມການເລືອກຕັ້ງທີ່ເປັນມິດກັບ Crypto ໃນການເລືອກຕັ້ງປີ 2024


Coinbase ເວັບເທຣດ Crypto ຊັ້ນນຳໃນສະຫະລັດກ່າວວ່າ ຊາວອາເມຣິກາຫຼາຍກວ່າ 50% ທີ່ເກີດໃນລະຫວ່າງປີ 1981 – 2012 ມີທ່າອ່ຽງທີ່ຈະສະໜັບສະໜູນຜູ້ສະໝັກໃນການເລືອກຕັ້ງສະຫະລັດໃນປີ 2024 ທີ່ສະໜັບສະໜູນສະກຸນເງິນດິຈິຕອນ.

Coinbase ກ່າວວ່າຈາກການສໍາຫຼວດຫຼ້າສຸດທີ່ໄດ້ດຳເນີນການກັບບໍລິສັດຄົ້ນຄວ້າ Bovitz, Inc. ສະແດງໃຫ້ເຫັນວ່າ ກຸ່ມຄົນ Gen Y ແລະ Gen Z ໃນອາເມຣິກາຕ້ອງການໃຫ້ຜູ້ນໍາລົງຄະແນນສຽງຂອງພວກເຂົາສະໜັບສະໜູນ ສະກຸນເງິນດິຈິຕອນ, ເຊິ່ງພວກເຂົາເຊື່ອວ່າມັນຈະນໍາມາເຊິ່ງຜົນປະໂຫຍດທາງດ້ານສັງຄົມທີ່ສໍາຄັນຢ່າງແນ່ນອນ.

Coinbase ຕື່ມວ່າ “ພວກເຂົາກຳລັງດຳເນີນການກັບ Crypto ນອກເໜືອຈາກການເປັນເຈົ້າຂອງມັນດ້ວຍການໃຫ້ການສຶກສາກ່ຽວກັບມັນຢູ່ໃນໂຮງຮຽນ, ເຊິ່ງພວກເຂົາເຫັນວ່າເປັນແຫຼ່ງໃນບ່ອນເຮັດວຽກທີ່ສຳຄັນ ແລະ ກຽມພ້ອມທີ່ຈະສະໜັບສະໜູນໃນການລົງຄະແນນສຽງໃຫ້ກັບຜູ້ທີ່ສະໜັບໜູນໃນ Crypto ເພື່ອສ້າງອະນາຄົດໃໝ່ ແລະ ຕໍ່ຕ້ານຜູ້ທີ່ຈະເຮັດໃຫ້ສະຖານະຂອງສະກຸນເງິນດິຈິຕອນນີ້ພັງທະລາຍລົງ

ທັງນີ້, ກຸ່ມຄົນ Gen Y ແລະ Gen Z ເຊິ່ງນຳມາລວມກັນແລ້ວຈະກວມເອົາປະມານ 40% ຂອງປະຊາກອນທີ່ຢູ່ໃນໄວອາຍຸທີ່ສາມາດລົງຄະແນນສຽງໃນປັດຈຸບັນໄດ້ ແລະ ຈະກາຍຊາວອາເມຣິກາສ່ວນໃຫຍ່ທີ່ມີອາຍຸຜ່ານເກນໃນການລົງຄະແນນສຽງໃນປີ 2028. ໃນປະມານ 51% ຂອງພວກເຂົາກ່າວວ່າ ພວກເຂົາມີຄວາມຕັ້ງໃຈທີ່ຈະເທຄະແນນສຽງໃຫ້ກັບຜູ້ສະໝັກປະທານາທິບໍດີທີ່ເປັນມິດກັບ Crypto ໃນປີ 2024. ແລະ ອີກປະມານ 2 ໃນ 5 (39%) ກ່າວວ່າ ນັກການເມືອງ ແລະ ຜູ້ກຳນົດນະໂຍບາຍຄວນທີ່ຈະສະໜັບສະໜູນເຕັກໂນໂລຊີເຊັ່ນ Crypto ແລະ Blockchain ເພື່ອຊ່ວຍເຫຼືອຄົນຮຸ່ນຫຼັງ ທີ່ທຽບກັບ 28% ຂອງຊາວອາເມຣິກາທີ່ເປັນຜູ້ສູງອາຍຸ”

ໂດຍການສໍາຫຼວດດັ່ງກ່າວນັ້ນ ໄດ້ສໍາຫຼວດຊາວອາເມຣິກາ 1,000 ຄົນຈາກ Gen Z, Gen Y, Gen X ແລະ Baby Boomer ໃນເດືອນມິຖຸນາ. ລວມທັງໄດ້ສໍາພາດຜູ້ໃຫຍ່ຊາວອາເມຣິກາ 30 ຄົນທີ່ມີອາຍຸລະຫວ່າງ 18 ຫາ 59 ປີ, ອີງຕາມລາຍງານຈາກ Blog ໂພສຂອງ Coinbase.

ທີ່ມາ:

dailyhodl

coinbase

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/