9 ເດືອນທໍາອິດຂອງປີ ຫວຽດນາມສົ່ງອອກຖົ່ວລຽນລາຍໄດ້ສູງເຖິງ 1,630 ລ້ານໂດລາສະຫະລັດ


ສຳນັກຂ່າວຂອງຫວຽດນາມ ໄດ້ລະບຸວ່າມູນຄ່າການສົ່ງອອກຖົ່ວລຽນຂອງຫວຽດນາມ ໃນເດືອນມັງກອນຮອດເດືອນກັນຍາ ທີ່ຜ່ານມາຢູ່ທີ່ປະມານ 1,630 ລ້ານໂດລາສະຫະລັດ ເພີ່ມຂຶ້ນກວ່າ 14 ເທົ່າ ຖ້າທຽບກັບໄລຍະເວລາດຽວກັນຂອງປີຜ່ານມາ.

ສິ່ງສຳຄັນ ແມ່ນຈີນເປັນຕະຫຼາດສົ່ງອອກຖົ່ວລຽນທີ່ໃຫຍ່ທີ່ສຸດຂອງຫວຽດນາມ ໂດຍຫວຽດນາມມີພື້ນທີ່ເພາະປູກຖົ່ວລຽນ 422 ແຫ່ງ ແລະ ໂຮງບັນຈຸຫີບຫໍ່ຖົ່ວລຽນ 153 ແຫ່ງ ທີ່ໄດ້ຮັບສິດໃຫ້ສົ່ງອອກຖົ່ວລຽນໄປຍັງປະເທດຈີນ.

ໃນຂະນະດຽວກັນ ຍອດການສົ່ງອອກຖົ່ວລຽນຂອງຫວຽດນາມແຊງໜ້າການສົ່ງອອກ ຜັກ ແລະ ໝາກໄມ້ ຊະນິດອື່ນ ເຊັ່ນ: ໝາກມັງກອນ, ໝາກໂມ, ໝາກກ້ວຍ ແລະ ໝາກລິ້ນຈີ່ ຂຶ້ນໄປຄອງອັນດັບໜຶ່ງ ໂດຍຄອງສັດສ່ວນ  38.7% ຂອງມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ ທັງໝົດຂອງຫວຽດນາມໃນປີນີ້.

ທີ່ມາ: ThaiNews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/