Grab ຈັບມືກັບ 7 ບໍລິສັດຊັ້ນນຳເພື່ອເດີນໜ້າໂຄງການ “Grab EV” ທີ່ເປີດໃຫ້ຄູ່ຮ່ວມງານໃນການຂັບຂີ່ Grab ສາມາດເຂົ້າເຖິງລົດ EV ໄດ້ງ່າຍຂຶ້ນ


Grab ປະເທດໄທໄດ້ຈັດງານ “Grab EV-LUTION Change… ເພື່ອສະພາບແວດລ້ອມ ແລະ ຊີວິດທີ່ດີຂຶ້ນ” ໂດຍໄດ້ປະກາດການຮ່ວມມືກັບ 7 ຄູ່ຮ່ວມງານຊັ້ນນໍາ ເຊັ່ນ: Rever Automotive, Moove, Swap & Go, EV Station PluZ, H SEM Motor, STROM ແລະ Auto Drive EV ເດີນໜ້າ​ໂຄງ​ການ “Grab EV” ​ເພື່ອ​ແນ​ໃສ່​ຊຸກຍູ້​ໃນການເພີ່ມຈຳນວນການນຳ​ໃຊ້ລົດ EV ​ໃນ​ບັນດາ​ຄູ່​ຮ່ວມ​ງານ​ຂັບ​ລົດ​ໃຫ້​ໄດ້ 10% ​ພາຍໃນ​ປີ 2026.

ນອກຈາກນີ້ໃນໂຄງການ “Grab EV” ຍັງໄດ້ເປີດຕົວ 2 ໂຄງການທີ່ຈະມາຊ່ວຍແບ່ງເບົາພາລະທາງດ້ານການເງິນໃຫ້ແກ່ຄົນຂັບ Grab ສາມາດເຂົ້າເຖິງລົດ EV ໄດ້ງ່າຍຂຶ້ນນັ້ນກໍຄື: ຜ່ອນຂັບຮັບລົດ (Drive-to-Own) ແລະ ເຊົ່າຄົບຈົບໃນແອັບ (End-to-end EV Bike rental).

ທ່ານນາງ ເມ​ທິ​ນີ ອະນະວັດກຸນ, ຜູ້ຊ່ວຍຜູ້ຈັດການ ພະແນກທຸລະກິດດ້ານການຄຸ້ມຄອງການເດີນທາງ ແລະ ຜູ້ຂັບຂີ່ຂອງ Grab ປະເທດໄທ ກ່າວວ່າ Grab ມີແຜນທີ່ຈະຮ່ວມມືກັບ Moove, ຜູ້ໃຫ້ບໍລິການດ້ານການເງິນດ້ານລົດຍົນ ແລະ Rever Automotive ຜູ້ຈັດຈໍາໜ່າຍລົດໄຟຟ້າ BYD.

​ເປີດ​ໂອກາດ​ໃຫ້​ຜູ້​ຂັບ​ຂີ່​ເປັນ​ເຈົ້າ​ຂອງ​ລົດ​ໄຟຟ້າ​ເພື່ອ​ໃຊ້​ໃນ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ໃນ​ໂຄງການ “ຜ່ອນຂັບຮັບລົດ”

ໂດຍຜູ້ຂັບຂີ່ບໍ່ຕ້ອງໃຊ້ປະຫວັດທາງດ້ານການເງິນ ແຕ່ພວກເຂົາຈະພິຈາລະນາການອະນຸມັດເງິນກູ້ໂດຍອີງໃສ່ປະຫວັດການບໍລິການຂອງພວກເຂົາກັບ Grab (Grab Behavior Score), ເຊິ່ງໝາຍຄວາມຄູ່ຮ່ວມງານຂັບລົດບໍ່ຈຳເປັນຕ້ອງມັດຈຳເງິນດາວກ່ອນ ແລະ ສາມາດຈ່າຍເປັນງວດໃນແຕ່ລະມື້ໂດຍການຫັກອອກຈາກລາຍຮັບຈາກການບໍລິການໃນແຕ່ລະມື້ໄດ້, ໂດຍມີໄລຍະເວລາຜ່ອນໄດ້ດົນສູງສຸດ 72 ເດືອນ.

ນອກຈາກນັ້ນ, ຍັງມີສິດທິພິເສດອື່ນໆເພີ່ມເຕີມອີກເຊັ່ນ: ຟຣີຄ່າບໍາລຸງຮັກສາລົດ, ລວມທັງການປະກັນໄພລົດ, ປະກັນສຸຂະພາບ ແລະ ຊີວິດຂອງຜູ້ຂັບຂີ່.

ສຳລັບລົດໄຟຟ້າຂອງ BYD ທີ່ເຂົ້າຮ່ວມໃນໂຄງການຈະມີ 3 ໄດ້ແກ່:

– BYD Dolphin

– BYD Atto 3

– BYD Seal

​ທັງນີ້ໂຄງການ​ດັ່ງກ່າວ​ຈະ​ເລີ່ມ​ເປີດໃຫ້​ຄູ່​ຮ່ວມ​ງານ​ຂອງ​ຜູ້​ຂັບ​ຂີ່ Grab ສາມາດ​ຈອງ​ລົດ​ໄຟຟ້າ​ຈາກ BYD ໃນ​ຕົ້ນ​ປີ 2024 ແລະ ຄາດ​ວ່າ​ຈະ​ສາມາດເຮັດໃຫ້​ຄູ່​ຮ່ວມ​ງານຂອງ​ຜູ້​ຂັບ​ຂີ່​ເຂົ້າ​ເຖິງລົດໄຟຟ້າໄດ້ເຖິງ 5,000 ຄັນພາຍໃນ​ປີ 2025.

ສ່ວນໃນໂຄງການ “ເຊົ່າຄົບຈົບໃນແອັບ” ທີ 2 ນັ້ນ, ທາງ Grab ຈະຮ່ວມມືກັບ 3 ຜູ້ຜະລິດລົດຍົນຊັ້ນນຳ ແລະ ແພລັດຟອມສຳລັບແບັດເຕີຣີລົດຈັກໄຟຟ້າ ເຊິ່ງໄດ້ແກ່ STROM, H SEM Motor ແລະ Swap & Go ເພື່ອໃຫ້ບໍລິການໃຫ້ເຊົ່າລົດຈັກໄຟຟ້າສໍາລັບຄູ່ຮ່ວມຂັບລົດທີ່ໃຫ້ບໍລິການ GrabFood, GrabExpress ຫຼື GrabBike.

ສຳລັບອັດຕາຄ່າເຊົ່າເລີ່ມຕົ້ນແມ່ນພຽງ 125 ບາດຕໍ່ມື້, ພ້ອມກັບສິດທິປະໂຫຍດອີກຫຼາຍຢ່າງເຊັ່ນ: ການສະຫຼັບແບັດເຕີຣີໄດ້ແບບບໍ່ຈໍາກັດຮອບຕະຫຼອດ 24 ຊົ່ວໂມງ, ການຈັດຫາອຸປະກອນເສີມໃຫ້ເຊັ່ນ: ຊັ້ນວາງດ້ານຫຼັງລົດ, ບ່ອນວາງໂທລະສັບມືຖື ແລະ ສາຍສາກແບັດເຕີຣີສຳລັບສາກໄຟຢູ່ເຮືອນ ຫຼື ຢູ່ສະຖານີ, ຈັດຫາລົດໃຫ້ໃຊ້ແທນໃນກໍລະນີສຸກເສີນ ລວມທັງການຊ່ວຍເຫຼືອຄ່າໃຊ້ຈ່າຍໃນການບໍາລຸງຮັກສາລົດ, ການເຮັດປະກັນໄພລົດຊັ້ນ 3+, ພ້ອມທັງມີພະນັກງານດູແລ ແລະ ໃຫ້ຄໍາປຶກສາຕະຫຼອດການໃຊ້ງານໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ.

ທາງໂຄງການຄາດວ່າໂຄງການນີ້ຈະຊ່ວຍໃຫ້​ຄູ່​ຮ່ວມ​ງານ​ຂອງ​ຜູ້​ຂັບ​ຂີ່​ຂອງ Grab ສາມາດ​ເຂົ້າ​ເຖິງ​ລົດຈັກ​ໄຟຟ້າຂອງທັງ 3 ​ຄູ່​ຮ່ວມ​ງານ​ທີ່​ສຳຄັນ​ໄດ້ກວ່າ 3,000 ຄັນພາຍໃນປີ 2024

ພາຍໃຕ້ໂຄງການ ‘Grab EV’ ທີ່ມີຈຸດປະສົງເພື່ອຊຸກຍູ້ໃຫ້ຄູ່​ຮ່ວມ​ງານ​ຂອງ​ຜູ້​ຂັບ​ຂີ່ – ຂົນສົ່ງອາຫານນຳໃຊ້ພາຫະນະ EV ເພື່ອໃຫ້ບໍລິການ. ໂດຍມີເປົ້າໝາຍແມ່ນເພື່ອໃຫ້ຈໍານວນຜູ້ໃຊ້ລົດ EV ບັນລຸ 10% ຂອງຜູ້ຮ່ວມໂຄງການທັງໝົດພາຍໃນປີ 2026, ໂດຍ Grab ເຮັດໜ້າທີ່ເປັນຕົວກາງທີ່ເຊື່ອມຕໍ່ກັບພາກສ່ວນຕ່າງໆ ບໍ່ວ່າຈະເປັນຜູ້ຜະລິດ EV ແລະ ຜູ້ຈໍາໜ່າຍ, ຜູ້ໃຫ້ບໍລິການສະຖານີສາກໄຟ ແລະ ລະບົບການຈັດການການສາກແບັດເຕີຣີ, ລວມທັງສະຖາບັນການເງິນເຂົ້າໄວ້ດ້ວຍກັນ ເພື່ອແບ່ງປັນຂໍ້ມູນທີ່ເປັນປະໂຫຍດສໍາລັບການພັດທະນາການແກ້ໄຂທີ່ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຂັບຂີ່ໄດ້ດີທີ່ສຸດ.

ທ່ານ ວໍຣະຊາດ ລັກຂານະໂຣດ, ຜູ້ຈັດການຂອງ Grab ປະເທດໄທ ກ່າວວ່າ “ເຖິງວ່າໃນປັດຈຸບັນຈະມີຄູ່ຮ່ວມຂັບລົດ Grab ໃຫ້ຄວາມສົນໃຈ ແລະ ຕ້ອງການປ່ຽນໄປໃຊ້ລົດ EV ສູງເຖິງ 85%, ແຕ່ກໍຍັງມີຫຼາຍປັດໄຈທີ່ຖືເປັນຂໍ້ຈຳກັດ ບໍ່ວ່າຈະເປັນເລື່ອງຂອງລາຄາລົດທີ່ຂ້ອນຂ້າງສູງ, ຄວາມສາມາດຂອງລົດທີ່ບໍ່ຕອບໂຈດຕາມຄວາມຕ້ອງການໃນ ບໍລິການ ລວມທັງລະບົບໂຄງສ້າງ ແລະ ສະຖານີສາກໄຟທີ່ອາດຈະບໍ່ພຽງພໍ.

ດັ່ງນັ້ນ, Grab ຈຶ່ງໄດ້ຮ່ວມມືກັບ 7 ບໍລິສັດທີ່ຢູ່ໃນຂະແໜງ EV ເພື່ອພັດທະນາ ແລະ ຊຸກຍູ້ໂຄງການ ‘Grab EV’ ໃຫ້ປະສົບຜົນສຳເລັດ. ພ້ອມກັບເປີດຕົວ 2 ໂຄງການໃໝ່ ທີ່ຈະຊ່ວຍປົດລັອກ ແລະ ເຮັດຄູ່ຮ່ວມງານໃນຂັບລົດຂອງ Grab ສາມາດເຂົ້າເຖິງລົດ EV ໄດ້ງ່າຍຂຶ້ນ.

ທີ່ມາ:

facebook

bangkokbiznews

mxphone

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/