ກຽມເປີດສູນລວມອາຫານລາວ ແລະ ສູນຝາກຂາຍສິນຄ້າໂອດັອບທີ່ສະໜາມບິນສາກົນວັດໄຕ ສົ່ງເສີມສິນຄ້າລາວ ອອກສູ່ລູກຄ້າຕ່າງປະເທດ


ສູນລວມອາຫານລາວ ແລະ ສູນຝາກຂາຍສິນຄ້າໂອດັອບ (ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ) ຈະເປີດໃຫ້ບໍລິການຢ່າງເປັນທາງການ ໃນເດືອນທັນວາ 2023 ທີ່ຕຶກສາກົນຊັ້ນ 3 ຂອງສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ເພື່ອເປັນການອະນຸລັກສົ່ງເສີມຜະລິດຕະພັນລາວ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນເຖິງຄຸນນະພາບຂອງຜະລິດຕະພັນລາວ ແລະ ໄດ້ມີໂອກາດໄດ້ຊີມອາຫານທີ່ມີເອກະລັກສະເພາະຂອງລາວ

ທ່ານ ນາງ ອານິດ ສີວິໄຊ ເຈົ້າຂອງສູນລວມອາຫານລາວ ແລະ ສູນຝາກຂາຍສິນຄ້າໂອດັອບ ໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການເປີດສູນລວມອາຫານລາວ ແລະ ສູນຝາກຂາຍສິນຄ້າໂອດັອບ ເພື່ອຈຸດປະສົງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງຜ່ານສະໜາມບິນ ໄດ້ມີສະຖານທີ່ກິນອາຫານພື້ນເມືອງລາວ ທີ່ມີຣົດຊາດເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ດ້ວຍລາຄາທີ່ເໝາະສົມທີ່ທຸກຄົນສາມາດຮັບປະທານໄດ້, ພ້ອມນັ້ນ ຍັງມີການບໍລິການອາຫານແບບບຸບເຟນຳອີກ.

ສຳລັບ ສູນຝາກຂາຍສິນຄ້າໂອດັອບ ແມ່ນໄດ້ວາງສະແດງເຄື່ອງຫັດຖະກຳປະເພດຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າມາຢ້ຽມຊົມ ແລະ ຊື້ສິນຄ້າຫັດຖະກຳຂອງລາວ ເພື່ອເປັນຂອງຝາກຂອງຕ້ອນ. ພ້ອມນັ້ນ, ຍັງເປັນການຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍຕະຫຼາດຜະລິດຕະພັນລາວ ໃຫ້ກວ້າງອອກ. 

ສູນຝາກຂາຍສິນຄ້າໂອດັອບ ຍັງຮັບຝາກຈຳໜ່າຍຜະລິດຕະພັນລາວ ຖ້າຫາກທ່ານໃດມີຜະລິດພັນຫັດຖະກຳ ແມ່ນສາມາດນຳມາຝາກຂາຍນຳສູນດັ່ງກ່າວ ເພື່ອໃຫ້ລູກຄ້າໄດ້ທ່ຽວຊົມ,ຊື້-ຂາຍ.

https://www.facebook.com/share/YgGwWY7xaA2Ya1wv/?mibextid=WC7FNe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/