ອາເຈນຕິນານັດລວມກັນແຕ່ງຕົວເປັນ Spider-Man ເພື່ອຫວັງທຳລາຍສະຖິຕິໂລກ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເມື່ອວັນທີ 29 ຕຸລາ 2023 ທີ່ຜ່ານມາມີຝູງຊົນປະມານ 1000 ຄົນ ໄດ້ອອກມາແຕ່ງກາຍດ້ວຍຊຸດ Spider-Man ແຫ່ກັນມາລວມທີ່ອະນຸສາວະລີສຳຄັນໃຈກາງເມືອງຫຼວງອາເຈນຕິນາ ຫວັງທຳລາຍສະຖິຕິການລວມຕົວຂອງຄົນໃສ່ຊຸດ Spider-Man ຫຼາຍທີ່ສຸດໃນໂລກ

“ຍູກິ ດີນ” ອິນຟູເອັນເຊີຊາວອາເຈນຕິນາ ຜູ້ຈັດງານນີ້ຂຶ້ນມາໂດຍຜ່ານ Instagram ເພື່ອຫວັງທຳລາຍສະຖິຕິການລວມຕົວຂອງຄົນທີ່ໃສ່ Spider-Man ທີ່ປະເທດມາເລເຊຍ ໂດຍປະເທດມາເລເຊຍເຮັດໄວ້ທີ່ 685 ຄົນ ເມື່ອເດືອນ ມິຖຸນາ 2023 ທີ່ຜ່ານມາ.

ທາງ “ຍູກິ ດີນ” ເອງກໍຮູ້ສຶກໝັ້ນໃຈວ່າຈະໄດ້ຮັບການບັນທຶກສະຖິຕິໂລກ Guinness World Records ຈາກການລວມຕົວກັນທີ່ອານຸສະວີອັນໂດ່ງດັງໃນນະຄອນ Buenos Aires ແຫ່ງນີ້ ທີ່ເຕັມໄປດ້ວຍຜູ້ຄົນທີ່ແຕ່ງກາຍ ແລະ ສວມໃສ່ໜ້າກາກ Spider-Man.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/