ດາວເຄາະຜີດິບ! ນັກດາຣາສາດ ຄົ້ນພົບດາວເຄາະນອກລະບົບສຸລິຍະ ທີ່ຄາດວ່າໜ້າຈະລະເບີດໄປແລ້ວ ແຕ່ຍັງຄົງສະພາບຢູ່


ນັກດາຣາສາດຈາກຫໍສັງເກດການ ເມົານາເຄອາ (Maunakea) ລັດຮາວາຍ ສະຫະລັດອາເມຣິກາ ຢືນຢັນການຄົ້ນພົບດາວເຄາະນອກລະບົບສຸລິຍະ ທີ່ຄວາມຈິງຄວນຈະຫາຍໄປແລ້ວຈາກການລະເບີດ (Supernova) ຂອງດາວຍັກແດງ ແຕ່ກັບຢູ່ລອດມາໄດ້ ຈົນເຮັດໃຫ້ ຖືກຕັ້ງສາຍາວ່າ ດາວຜີດິບ ຫຼື Zombie Planet ທີ່ໝາຍຄວາມວ່າ ເຖິງແມ່ນວ່າຈະປະເຊີນກັບຄວາມຕາຍມາແລ້ວ ແຕ່ຍັງມີຊີວິດຢູ່.

ໂດຍຄວາມຈິງແລ້ວ ດາວເຄາະດັ່ງກ່າວມີຊື່ວ່າ ຮາລາ (Halla) ເຊິ່ງເປັນການຕັ້ງຊື່ໂດຍນັກດາຣາສາດຊາວເກົາຫຼີໃຕ້ ທີ່ພົບດາວນີ້ເປັນຄັ້ງທຳອິດເມື່ອປີ 2015. ແຕ່ນັກດາຣາສາດໃນ ຮາວາຍ ລວມເຖິງນັກດາຣາສາດ ຈາກແຄນາດາ ແລະ ຜູ້ຊ່ຽວຊານຂອງ NASA ໄດ້ຮ່ວມກັນສຶກສາເພີ່ມຕື່ມກ່ຽວກັບດາວດັ່ງກ່າວ ຈົນໄດ້ບົດສະຫຼຸບວ່ານີ້ເປັນດາວເຄາະນອກລະບົບສຸລິຍະ ທີ່ໂຄຈອນອ້ອມ ດວງດາວ ແບັກທູ (Baekdu) ເຊິ່ງຢູ່ຫ່າງຈາກໂລກ 520 ປີແສງ.

ນັກດາຣາສາດອະທິບາຍວ່າ ດວງດາວສ່ວນຫຼາຍໃນຕອນທ້າຍຂອງວິວັດທະນາການຈະກາຍເປັນ ‘ດາວເຄາະຂະໜາດໃຫຍ່ສີແດງ’ (Red Giant Planet) ເຊິ່ງມີການຂະຫຍາຍຕົວຫຼາຍຮ້ອຍເທົ່າ. ເນື່ອງຈາກວ່າເຊື້ອໄຟໄຮໂດຣເຈນຢູ່ໃຈກາງຂອງດາວກໍາລັງໝົດໄປ, ມັນຈຶ່ງກາຍເປັນປະຕິກິລິຍາການປະສົມປະສານນິວເຄຼຍທີ່ເຮັດໃຫ້ເກີດການລະເບີດ supernova, ແລະ ດວງຕາເວັນ ທີ່ໂລກກໍາລັງປິ່ນອ້ອມຮອບໃນວົງໂຄຈອນຢູ່ກໍຈະປະເຊີນກັບຊະຕາກໍານີ້ໃນປະມານ 5 ພັນລ້ານປີທາງໜ້າ.

ໂດຍທົ່ວໄປ. ດາວທີ່ໂຄຈອນອ້ອມດາວຍັກແດງໃນເວລາທີ່ລະເບີດມັກຈະພົບກັບຈຸດຈົບ ແຕ່ Halla ຍັງມີຊີວິດຢູ່. ນີ້ແມ່ນການຄົ້ນພົບອັນໃຫຍ່ຫຼວງໃນດ້ານວິທະຍາສາດ ແລະ ດາຣາສາດ.

ລາຍງານກ່ຽວກັບການຄົ້ນພົບຂອງ Halla ໄດ້ຖືກພິມເຜີຍແຜ່ໃນວາລະສານ Nature ຢ່າງເປັນທາງການໃນວັນທີ 28 ມິຖຸນາ 2023 ເຊິ່ງມັນໄດ້ຈຸດປະກາຍ ຄວາມຫວັງວ່າຖ້າເຮົາຮູ້ຄວາມລັບຂອງການຢູ່ລອດຂອງ Halla ອາດຈະນໍາມາສູ່ຫົນທາງທີ່ໂລກຂອງເຮົາຈະຢູ່ລອດໄດ້ ເມື່ອຕາເວັນຂະຫຍາຍໄປຮອດຈຸດທີ່ຈະທຳລາຍດາວເຄາະທີ່ໂຄຈອນອ້ອມຕົວມັນ.

ຂອບໃຈຂໍ້ມູນຈາກ: independent, BrandThink, keckobservatory

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/