ປິ່ນປົວຫາຍດີແລ້ວ! ຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດຂອງແຂວງອັດຕະປື ຕໍ່ໄປກຽມໄຂສົກຮຽນໃໝ່


ນັບໄດ້ວ່າເປັນເລື່ອງທີ່ດີອີກເລື່ອງໜຶ່ງ ທີ່ທາງແຂວງອັດຕະປືສຳເລັດການປິ່ນປົວຜູ້ຕິດເຊື້ອຄົນທຳອິດຂອງແຂວງເປັນທີ່ຮຽບຮ້ອຍແລ້ວ, ຖ້າເວົ້າເຖິງການຄວບຄຸມການລະບາດຂອງຂັ້ນແຂວງກໍຖືໄດ້ວ່າ ເຮັດໄດ້ດີພໍສົມຄວນ ເພາະຕັ້ງແຕ່ມີການລະບາດກໍບໍ່ມີກໍລະນີໃດເລີຍ ນອກຈາກກໍລະນີດັ່ງກ່າວ.

ໃນແຂວງກໍມີການປຶກສາຫາລືຕ່າງໆກ່ຽວກັບສະພາບການຂອງບ້ານເມືອງ, ພິເສດໄປກວ່ານັ້ນ ທາງແຂວງກໍຍັງໄດ້ອະນຸຍາດເປີດໂຮງຮຽນ ໃນບາງຕົວເມືອງອີກພ້ອມ. ບາງໂຮງຮຽນກໍມີແຜນຈະໄຂສົກຮຽນໃນໄວໆນີ້, ແຕ່ໂຮງຮຽນແຫ່ງໃດທີ່ເປີດສົກຮຽນ ທາງຄະນະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມໃສ່ການຄວບຄຸມການແຜ່ລະບາດຢ່າງໃກ້ຊິດສະໜິດແໜ້ນ ພ້ອມກັບໃຊ້ມາດຕະການ ວິທີການຕ່າງໆ ເພື່ອສະກັດກັ້ນການແຜ່ລະບາດຢ່າງມີປະສິດຕິພາບ.

ເພື່ອຮັບປະກັນໃຫ້ການຮຽນ-ການສອນໃນສົກຮຽນ 2021-2022 ທີ່ຈະໄຂຂຶ້ນຢ່າງເປັນທາງການໃນອີກບໍ່ດົນນີ້ ປັດຈຸບັນ ຄະນະອໍານວຍການ ລວມທັງຄູ-ອາຈານ ພາຍໃນໂຮງຮຽນ ມສ ຈັນທາ ແຂວງອັດຕະປື ໄດ້ກະກຽມຄວາມພ້ອມດ້ານຕ່າງໆ ໄປພ້ອມໆກັບການກຽມມາດຕະການໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ພູທິດ ສິນລະປະ ຜູ້ອຳນວຍການໂຮງຮຽນ ມສ ຈັນທາ ແຂວງອັດຕະປື ໄດ້ໃຫ້ສໍາພາດເມື່ອວັນທີ 24 ສິງຫາ 2021 ນີ້ວ່າ: ການເປີດການຮຽນ-ການສອນສົກຮຽນໃໝ່ ສົກຮຽນ 2021-2022 ແມ່ນຕ່າງຈາກປີຜ່ານມາ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ແລະ ການໄຂສົກຮຽນໃໝ່. ປີນີ້ ທາງຄະນະສະເພາະກິດ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແຂວງອັດຕະປື ໄດ້ເນັ້ນໃຫ້ຄະນະຜູ້ບໍລິຫານການສຶກສາທຸກຂັ້ນ ຕ້ອງເພີ່ມທະວີການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ, ກ່ອນຈະໄຂສົກຮຽນໃໝ່ປີນີ້ ທຸກໆສະຖານທີ່ ຫຼື ທຸກໂຮງຮຽນ ຕ້ອງໄດ້ສີດຢາຂ້າເຊື້ອ ແລະ ໃນໄລຍະຂອງການຮໍ່າຮຽນ ໃຫ້ຈັດລະບົບການປ້ອງກັນ ແລະ ຄວບຄຸມພະຍາດ ເຊັ່ນ: ມີການວັກແທກອຸນຫະພູມ, ການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ເຈວລ້າງມື ແລະ ປະຕິບັດມາດຕະການປ້ອງກັນອື່ນໆ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ສົກຮຽນໃໝ່ປີນີ້ ທາງໂຮງຮຽນ ມສ ຈັນທາ ໄດ້ກະກຽມຈັດແບ່ງຕາຕະລາງການຮຽນ-ການສອນ, ໄດ້ສ້ອມແປງ ໂຕະ-ຕັ່ງ ອາຄານສະຖານທີ່ຮອງຮັບນ້ອງນັກຮຽນ ພ້ອມທັງໄດ້ເຮັດອະນາໄມອ້ອມຮອບໂຮງຮຽນ, ໄດ້ມີການຈັດສັນປຶ້ມແບບຮຽນ-ຕຳລາຮຽນຕ່າງໆ, ຈັດແບ່ງບຸກຄະລາກອນເຂົ້າໃສ່ວຽກງານຕ່າງໆທີ່ທາງໂຮງຮຽນໄດ້ກຳນົດໄວ້ ແລະ ກະກຽມການຮັບນັກຮຽນທັງພາຍໃນ ແລະ ມາຈາກແຫ່ງອື່ນ.

ທ່ານ ພູທິດ ສິນລະປະ ຜູ້ອໍານວຍການໂຮງຮຽນ ມສ ຈັນທາ ຍັງໄດ້ຮຽກຮ້ອງມາຍັງຜູ້ປົກຄອງ ລວມທັງນ້ອງນັກຮຽນໃນໂອກາດໄຂສົກຮຽນໃໝ່ນີ້ ຈົ່ງໃຫ້ການຮ່ວມມື ໃນການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ດ້ວຍການໃສ່ຜ້າອັດປາກ-ດັງ ທຸກຄັ້ງກ່ອນອອກຈາກບ້ານເຮືອນ ຫຼື ມາຮຽນ ເພື່ອຍົກລະດັບມາດຕະການໃນການປ້ອງກັນ,ຄວບຄຸມການລະບາດຂອງພະຍາດໂຄວິດ 19 ບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ ແລະ ໃນໂຮງຮຽນ,ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງໃຫ້ເປັນເຈົ້າການອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມໃຫ້ລູກຫຼານຂອງຕົນມາຈົດຊື່ ແລະ ເຂົ້າຮຽນເປັນປົກກະຕິຕາມເວລາທີ່ໄດ້ກຳນົດໄວ້.

ໂຮງຮຽນ ມສ ຈັນທາ ມີຕຶກອາຄານທັງໜົດ 5 ຫຼັງ, ໃຊ້ເປັນຫ້ອງການ 1 ຫຼັງ ແລະ ໃຊ້ເປັນຫ້ອງຮຽນ 4 ຫຼັງ, ມີຫ້ອງຮຽນທັງໜົດ 38 ຫ້ອງ, ມີອາຈານສອນ 66 ທ່ານ ແລະ ນອກນັ້ນຍັງມີອາຈານມາຈາກພາກສ່ວນສຶກສານິເທດ, ສູນ ICT ທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງອີກ 23 ທ່ານ.

ປັດຈຸບັນຜູ້ຕິດເຊື້ອພະຍາດໂຄວິດ 19 ຄົນທໍາອິດຂອງ ແຂວງອັດຕະປື ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ຈະໄດ້ອອກຈາກໂຮງໝໍໃນວັນທີ 27 ສິງຫາທີ່ຈະມາເຖິງນີ້.

ທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ຂັ້ນແຂວງ ໄດ້ຖະແຫຼງຂ່າວໃຫ້ຮູ້ເມື່ອວັນທີ 23 ສິງຫາ 2021 ນີວ່າ: ສໍາລັບຜູ້ຕິດເຊືອພະຍາດໂຄວິດ 19 ມາຮອດປັດຈຸບັນແມ່ນອາການຫາຍດີເປັນປົກກະຕິແລ້ວ ແລະ ຈະສືບຕໍ່ຕິດຕາມປິ່ນປົວຕື່ມອີກ 3 ວັນຕາມຄູ່ມືປິ່ນປົວຂອງອົງການອະນາໄມໂລກ ແລະ ກົມປິ່ນປົວກະຊວງສາທາລະນະສຸກ,ຈາກນັ້ນຄະນະສະເພາະກິດຈະໃຫ້ຜູ້ກ່ຽວອອກຈາກໂຮງໝໍໃນວັນທີ 27 ສິງຫາ 2021 ແລະ ໄປສືບຕໍ່ຟື້ນຟູສຸກຂະພາບຢູ່ເຮືອນຕື່ມອີກເປັນເວລາ 7 ວັນ,ສໍາລັບພາກສ່ວນທີມງານຄົນອື່ນໆທີ່ຮ່ວມເດີນທາງໄປອົບຮົມ, ສໍາມະນາທີ່ສະຫວັນນະເຂດ ລວມທັງຄອບຄົວຜູ້ຕິດເຊື້ອໄດ້ກວດຕົວຢ່າງຄັ້ງທີ 2 ແລ້ວບໍ່ພົບເຊື້ອ ແລະ ຈະອະນຸຍາດໃຫ້ອອກມາເຄື່ອນໄຫວຊີວິດສັງຄົມ ແລະ ເຄື່ອນໄຫວວຽກງານປົກກະຕິຂອງແຕ່ລະຄົນໃນມື້ວັນທີ 23 ສິງຫານີ້. ແຕ່ຍັງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນຕົນເອງ, ຄອບຄົວ ແລະ ສັງຄົມຢ່າງເຂັ້ມງວດ. ສໍາລັບແພດ ແລະ ພະຍາບານຈໍານວນ 3 ທ່ານທີ່ປິ່ນປົວ ແລະ ຕິດຕາມສຸຂະພາບຂອງຜູ້ຕິດເຊື້ອຈະໄດ້ເຂົ້າກັກກັນຢູ່ສະຖານທີ່ກັກກັນທີ່ຄະນະສະເພາະກິດໄດ້ກໍານົດໄວ້, ເພື່ອຕິດຕາມສຸຂະພາບ ແລະ ເກັບຕົວຢ່າງມາກວດສອບ 2 ຄັ້ງໃນໄລຍະ 14 ວັນ, ຫຼັງຈາກທຸກຄົນປອດໄພແລ້ວ ຈະອະນຸຍາດໃຫ້ອອກມາເຄື່ອນໄຫວວຽກງານປົກກະຕິ.

ທ່ານ ອິນປັນ ອິນທິລາດ ໄດ້ໃຫ້ຮູ້ຕື່ມວ່າ: ເຖິງຢ່າງໃດກໍຕາມທາງຄະນະສະເພາະກິດຂັ້ນແຂວງ ຍັງຈະສືບຕໍ່ປະຕິບັດມາດຕະການຕາມແຈ້ງການ ເລກທີ 337/ຄສກ ເລກທີ 12 ແລະ ແຈ້ງການ ເລກທີ 362/ຄສກ ລົງວັນທີ 19 ສິງຫາ 2021, ສືບຕໍ່ນໍາເອົາຜູ້ທີ່ເດີນທາງມາຈາກເຂດສ່ຽງເຂົ້າປະຈໍາຢູ່ສູນຈໍາກັດບໍລິເວນຂອງພາກລັດ ແລະ ເອກະຊົນ ທີ່ກໍານົດໄວ້, ເຊິ່ງປັດຈຸບັນມີຜູ້ຈໍາກັດບໍລິເວນສະສົມທັງໝົດ 2.048 ຄົນ, ອອກຈາກສູນແລ້ວມີ 1.887 ຄົນ, ກໍາລັງຕິດຕາມຢູ່ສູນມີ 171 ຄົນ, ເພີ່ມທະວີການເຝົ້າລະວັງຢູ່ຕາມຈຸດຜ່ານແດນເຂົ້າ-ອອກແຂວງ,  ມີຜູ້ເດີນທາງພາຍໃນປະເທດເຂົ້າທັງໝົດ 14.773 ຄົນ, ເຂົ້າໃໝ່ 27 ຄົນ, ອອກແຂວງ 10.205 ຄົນ, ອອກໃໝ່ 8 ຄົນ, ເຂົ້າ-ອອກແຂວງຜ່ານດ່ານສາກົນພູເກືອ ທັງໝົດ 1.704 ຄົນ.

ພ້ອມນັ້ນທາງຄະນະສະເພາະກິດຂອງແຂວງຍັງສຸມໃສ່ສືບຕໍ່ສັກວັກຊີນໃຫ້ຄົບຕາມກຸ່ມເປົ້າໝາຍ. ມາຮອດປັດຈຸບັນມີຜູ້ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ທັງໝົດ 33.369 ຄົນ, ກວມເອົາ 24,16% ຂອງປະຊາກອນໃນທົ່ວແຂວງ.

ຂອບໃຈຂໍ້ມູນຈາກ:

https://bit.ly/3BhKZjj

https://bit.ly/3yioKHK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/