ສຸດຍອດ! ໄອເດຍລະບົບຈັດເກັບໄຟຟ້າຈາກການປັ່ນລົດຖີບ ສາມາດສົ່ງພະລັງງານທີ່ໄດ້ມາເປັນໄຟຟ້າ


ເມືອງອຳສະເຕີດຳ (Amsterdam) ປະເທດເນເທີແລນ ຂຶ້ນຊື່ວ່າເປັນເມືອງແຫ່ງນັກປັ່ນ ນັບຕັ້ງແຕ່ປີ 2017 ຄົນປະມານ 68% ມັກເດີນທາງໄປເຮັດວຽກ ຫຼື ໂຮງຮຽນດ້ວຍລົດຖີບເປັນຫຼັກ, ໃນແຕ່ລະມື້ມີຄົນທີ່ປັ່ນລົດຖີບລວມກັນແລ້ວ 2 ກິໂລແມັດ. ການປັ່ນຂອງຊາວເມືອງ ສາມາດກຳເນີດພະລັງງານໄຟຟ້າໄດ້ຈຳນວນຫຼາຍເຖິງ 19.5 ລ້ານວັດ/ຊົ່ວໂມງ, ເຊິ່ງຫຼາຍພຽງພໍທີ່ຈະໃຊ້ເປັນ 1,000 ຄົວເຮືອນ.

S-Park ລະບົບການຈັດເກັບລົດຖີບແບບໃໝ່ທີ່ນັກອອກແບບ Guillaume Roukhomovsky ແລະ Blaz Verhnjak ອອກແບບມາເພື່ອຕອບສະໜອງຕໍ່ພຶດຕິກຳການຖປັ່ນລົດຖີບ ແລະ ຫັນມາໃຊ້ພະລັງງານສະອາດ.

ລະບົບຈະຖືກຕິດຕັ້ງໄວ້ກັບລໍ້ໜ້າ ໂດຍທີ່ລໍ້ໜ້າຈະມີແບັດເຕີຣີທີ່ຈັດເກັບພະລັງງານຈາກການເຄື່ອນທີ່ເປັນວົງມົນຂອງລໍ້ລົດ ແລະ ເມື່ອເອົາລົດຖີບມາຈອດກັບ S-Park ບ່ອນຈັດເກັບລົດຖີບ ມັນກໍຈະເອົາພະລັງງານທີ່ໄດ້ຮັບຈາກການປັ່ນໄປໃຊ້ເປັນພະລັງງານໄຟຟ້າ.

ເຖິງຢ່າງໃດກໍຕາມ S-Park ຍັງບໍ່ໄດ້ຖືກນຳມາໃຊ້ແທ້ ແຕ່ອຳສະເຕີດຳໄດ້ວາງແຜນທີ່ຈະລົງທຶນຈຳນວນ 100 ລ້ານໂດລາ ສໍາລັບໂຄງສ້າງພື້ນຖານສໍາລັບການຂີ່ລົດຖີບ ພາຍໃນປີ 2020 ເຊິ່ງ S-Park ກໍຫວັງວ່າຈະໄດ້ເປັນໜຶ່ງໃນນັ້ນ.

ຂອບໃຈຂໍ້ມູນຈາກ: