ນະຄອນຮາໂນ້ຍໃຫ້ບໍລິການເຊົ່າ “ລົດຖີບສາທາລະນະ” ທີ່ລາຄາຖືກ ແລະຍັງຊ່ວຍແກ້ບັນຫາການຈະລາຈອນແອອັດ-ລົດມົນລະພິດ

ລົດຖີບສາທາລະນະ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເມື່ອບໍ່ດົນມານີ້ ນະຄອນຮ່າໂນ້ຍ ເມືອງຫຼວງຂອງປະເທດຫວຽດນາມ ໄດ້ເປີດທົດລອງໃຫ້ບໍລິການລົດຖີບສາທາລະນະໃນເຂດຊັ້ນໃນຂອງຕົວເມືອງ ເຊິ່ງໂຄງການດັ່ງກ່າວນັບເປັນຄວາມພະຍາຍາມທີ່ທາງຫວຽດນາມ ມີຄວາມພະຍາຍາມທີ່ຈະລົດຄວາມແອອັດການຈະລາຈອນຕາມທ້ອງຖະໜົນແລະມົນລະພິດທາງສິ່ງແວດລ້ອມ.

ລົດຖີບສາທາລະນະ

ສຳລັບໂຄງການບໍລິການເຊົ່າລົດຖີບສາທາລະນະແມ່ນມີເງິນລົງທຶນສູງສຸດເຖິງ 30 ພັນລ້ານດົ້ງຈາກບໍລິສັດຮຸ້ນສ່ວນ Trí Nam ເຊິ່ງກິນເວລາລວມທັງໝົດ 12 ເດືອນ ແລະ ກະຈາຍຈຸດບໍລິການໃນ 6 ເຂດຂອງນະຄອນຮ່າໂນ້ຍ ໂດຍມີຈຸດໃຫ້ເຊົ່າ 94 ແຫ່ງ ແລະ ມີລົດຖີບກວ່າ 1.000 ຄັນພ້ອມໃຫ້ບໍລິການ ແບ່ງເປັນລົດຖີບທໍາມະດາ 500 ຄັນ ແລະ ລົດຖີບໄຟຟ້າ 500 ຄັນ ໂດຍຄ່າເຊົ່າເລີ່ມຕົ້ນແມ່ນຢູ່ທີ່ 5.000 ດົ້ງ ສຳລັບລົດຖີບທຳມະດາ ແລະ 10.000 ດົ້ງ ສຳລັບລົດຖີບໄຟຟ້າ ເຊິ່ງໄລຍະການໃຊ້ງານແມ່ນຢູ່ທີ່ 30 ນາທີ ແຕ່ສຳລັບໃຜທີ່ຕ້ອງການເຊົ່າເໝົາໝົດມື້ ແມ່ນສາມາດຈ່າຍເປັນ 60.000 ດົ້ງສໍາລັບລົດຖີບທໍາມະດາ ແລະ 120.000 ດົ້ງສຳລັບລົດຖີບໄຟຟ້າ.

ລົດຖີບສາທາລະນະ
ລົດຖີບສາທາລະນະ

ໂດຍວິທີການໃຊ້ງານກໍແສນງ່າຍດາຍ ເພາະຜູ້ໃຊ້ງານສາມາດເຂົ້າໄປໃນແອັບພລິເຄຊັ່ນຂອງໂຄງການ ຈາກນັ້ນກໍຄົ້ນຫາສະຖານທີ່ໃຫ້ເຊົ່າລົດຜ່ານຕົວແອັບ, ຈອງປະເພດລົດຖີບທີ່ຕ້ອງການ, ສະແກນ QR ເພື່ອປົດລັອກລົດຖີບ ແລະ ສາມາດຊໍາລະເງິນຜ່ານຕົວແອັບໄດ້ເລີຍ.

ລົດຖີບສາທາລະນະ

ທັງນີ້ ສຳນັກຂ່າວຂອງຫວຽດນາມຍັງລາຍງານວ່າທາງກົມການຂົນສົ່ງຂອງນະຄອນຮ່າໂນ້ຍ ຈະພິຈາລະນາການດໍາເນີນງານແລະການເກັບຄ່າທຳນຽມທາງຍ່າງຈາກນັກລົງທຶນ ທີ່ໄດ້ຈາກຜົນໄດ້ຮັບແລະປະສິດທິພາບຂອງການບໍລິການ ແລະຄວາມຄິດເຫັນຂອງຜູ້ມີສ່ວນໄດ້ສ່ວນເສຍ ພ້ອມນັ້ນທາງກົມຂົນສົ່ງຍັງບອກອີກວ່າ ໂຄງການໃຫ້ເຊົ່າລົດຖີບນີ້ຈະຊ່ວຍທົດແທນການນຳໃຊ້ລົດສ່ວນຕົວໃນການເດີນທາງໄລຍະສັ້ນລະຫວ່າງເຂດທີ່ຢູ່ອາໄສ, ສະຖານີຂົນສົ່ງແລະ ສະຖານີລົດໄຟໃຕ້ດິນ. ນອກນັ້ນຍັງຈະຊ່ວຍໃຫ້ຜູ້ຄົນປ່ຽນພຶດຕິກຳການເດີນທາງ ແລະຍັງສາມາດລົດມົນລະພິດທາງສິ່ງແວດລ້ອມໄດ້ດີອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/