ລາຍງານໃໝ່ເຜີຍ ຜູ້ທີ່ນັບຖືສາສະໜາຄຣິສບໍ່ແມ່ນປະຊາກອນສ່ວນໃຫຍ່ໃນອັງກິດ ແລະ ເວລສ໌ ອີກແລ້ວ ຫຼັງມີຈຳນວນຜູ້ບໍ່ນັບຖືສາສະໜາເພີ່ມຂຶ້ນ


ສຳນັກງານສະຖິຕິແຫ່ງຊາດຂອງສະຫະລາຊະອານາຈັກ ຫຼື ONS ໄດ້ອອກມາເຜີຍແຜ່ລາຍງານຂໍ້ມູນສຳມະໂນຄົວປະຊາກອນປີ 2021 ອອກມາໃນວັນອັງຄານ ທີ 29 ພະຈິກ 2022 ໂດຍພົບວ່າປະຊາກອນສ່ວນໃຫຍ່ໃນອັງກິດແລະເວລສ໌ນັ້ນ ບໍ່ແມ່ນຜູ້ທີ່ນັບຖືສາສະໜາຄຣິສອີກຕໍ່ໄປແລ້ວ ເພາະວ່າມີຈຳນວນຄົນທີ່ນັບຖືລົດລົງຈາກປີ 2021 ທີ່ມີຈຳນວນປະມານ 59% ເຫຼືອພຽງ 46% ເທົ່ານັ້ນ.

ພ້ອມນັ້ນ ຈຳນວນຜູ້ທີ່ບອກວ່າຕົນເອງບໍ່ນັບຖືສາສະໜາໃດໆ ແມ່ນເພີ່ມຂຶ້ນຫຼາຍທີ່ສຸດຈາກ 25% ເມື່ອປະມານທົດສະວັດກ່ອນ ມາເປັນ 37% ໃນປັດຈຸບັນນີ້ ສ່ວນຜູ້ທີ່ນັບຖືສາສະໜາອິດສະລາມເພີ່ມຂຶ້ນຈາກ 5% ໃນປີ 2021 ມາເປັນ 6,5% ໃນຂະນະຜູ້ທີ່ນັບຖືສາສາໜາອື່ນໆ ເຊັ່ນ: ພຸດ, ຮິນດູ, ຍິວ, ຊິກ ແມ່ນຍັງຢູ່ໃນລະດັບຊົງຕົວຈາກເມື່ອ 10 ປີກ່ອນ.

ໂດຍອັງກິດນັ້ນຖືເປັນປະເທດຄຣິສຕຽນຕາມກົດໝາຍ ມີສາສະໜາຈັກເປັນຂອງຕົນເອງຄື ໂບດແຫ່ງອັງກິດ ແລະມີກະສັດເປັນປະມຸກ. ທັງນີ້ເລື່ອງການຕອບແບບສອບຖາມເລື່ອງສາສະໜາຈະເປັນໄປໂດຍຄວາມສະໝັກໃຈ ເຊິ່ງຜູ້ເຮັດແບບສອບຖາມຄັ້ງນີ້ມີຜູ້ຕອບຮັບເພີ່ມເປັນ 94% ຈາກ 93% ເມື່ອທຽບກັບທົດສະວັດກ່ອນ ທີ່ໄດ້ເຮັດໃນອັງກິດແລະເວລສ໌ເທົ່ານັ້ນ ເນື່ອງຈາກອີກ 2 ປະເທດຢ່າງ ສະກັອດແລນກັບໄອແລນເໜືອມີລະບົບສຳຫຼວດປະຊາກອນຂອງຕົນເອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/