ຢູໂຣບຂູ່ແບນ Twitter ຖ້າ Elon Musk ປ່ອຍໃຫ້ Twitter ເປັນພື້ນທີ່ ທີ່ສາມາດເວົ້າທຸກເລື່ອງ ແບບບໍ່ມີການຈຳກັດເນື້ອຫາແບບຈິງຈັງ


ນັບຕັ້ງແຕ່ ອີລອນ ມັສ ເຂົ້າມາເປັນ ເຈົ້າຂອງ Twitter ແພລັດຟອມສື່ສັງຄົມອອນລາຍ ອັນດັບຕົ້ນໆຂອງໂລກ ກໍໄດ້ມີການປັບໂຄງສ້າງ ແລະ ປັບປ່ຽນແນວທາງກັນຄັ້ງໃຫຍ່ ແລະ ມີປະເດັນໃຫ້ເວົ້າເຖິງກັນເກືອບທຸກມື້.

ໜຶ່ງແນວທາງຂອງ ອີລອນ ມັສ ທີ່ວ່າຢາກໃຫ້ Twitter ແພລັດຟອມສື່ສັງຄົມອອນລາຍຂອງຕົນເອງນັ້ນ ກາຍເປັນພື້ນທີ່ Free Speech ຫຼື ເປັນພື້ນທີ່ ທີ່ສາມາດສະແດງຄວາມຄິດເຫັນ ເນື້ອຫາໄດ້ຢ່າງ ເຕັມທີ່ນັ້ນ ກໍເປັນອີກໜຶ່ງສິ່ງທີ່ກາຍເປັນທີ່ຖົກຖຽງ ແລະ ເວົ້າເຖິງກັນຈົນຮອດປັດຈຸບັນ.

ຫຼ້າສຸດ ອີລອນ ມັສ ຕ້ອງປະເຊີນກັບຄວາມກົດດັນຄັ້ງໃຫຍ່ອີກເທື່ອໜຶ່ງ ເມື່ອ ສະຫະພາບຢູໂຣບ ຂູ່ວ່າຈະແບນ Twitter ຖ້າບໍ່ຍອມປະຕິບັດຕາມກົດລະບຽບການຄວບຄຸມເນື້ອຫາທີ່ເຂັ້ມງວດ.

ໂດຍຄຳເຕືອນດັ່ງກ່າວມີຂື້ນໃນການສົນທະນາຜ່ານວິດີໂອລະຫວ່າງ ອີລອນ ມັສ ແລະ ເທຍຣີ ເບຕັ້ນ (Thierry Breton) ຄະນະກຳມະການ ຂອງສະຫະພາບຢູໂຣບ ຜູ້ທີ່ເຮັດໜ້າທີ່ ດູແລຄວບຄຸມໃນການດຳເນີນການຕາມກົດໝາຍດິຈິຕອລ ເຊິ່ງໄດ້ບອກກັບ ອີລອນ ມັສ ວ່າ Twitter ຕ້ອງປະຕິບັດຕາມລາຍການກວດສອບຕ່າງໆ ລວມເຖິງຍຸຕິ ການໃຊ້ແນວທາງຕາມໃຈຕົນເອງ ເຊັ່ນການກູ້ຄືນສະຖານະຜູ້ໃຊ້ທີ່ຖືກແບນໄປແລ້ວໃຫ້ກັບມາ ເຊັ່ນກໍລະນີຂອງ Donald Trump ທີ່ ອີລອນ ມັສ ໄດ້ເຮັດການປົດລັອກໃຫ້.

ອີລອນ ມັສ ໄດ້ຮັບຄຳເຕືອນອີກວ່າ ຖ້າບໍ່ປະຕິບັດຕາມກົດລະບຽບເຫຼົ່ານັ້ນ Twitter ກໍສ່ຽງທີ່ຈະລະເມີດກົດໝາຍ  Digital Services Act ສະບັບໃໝ່ຂອງທາງສະຫະພາບຢູໂຣບ ເຊິ່ງເປັນກົດໝາຍໃໝ່ທີ່ກຳນົດມາດຕະຖານລະດັບໂລກວ່າ Big Tech ຈະຕ້ອງຄວບຄຸມດູແລເນື້ອຫາໃນອິນເຕີເນັດ. ເທຍຣີ ເບຕັ້ນ ຍັງລະບຸອີກວ່າ Twitter ອາດຖືກສັ່ງແບນທົ່ວຢູໂຣບ ຫຼື ຖືກປັບໃໝສູງເຖິງ 6% ຂອງມູນຄ່າການຊື້ຂາຍທົ່ວໂລກຖ້າຍັງບໍ່ປະຕິບັດຕາມກົດລະບຽບ.

ໃນຂະນະທີ່ກ່ອນໜ້ານີ້ ອີລອນ ມັສ ເຄີຍບອກວ່າ Twitter ຈະປະຕິບັດຕາມກົດໝາຍທຸກຂໍ້ ທີ່ກ່ຽວຂ້ອງ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/