ຊາຍໜຸ່ມອາຍຸ 20ປີ ສ້າງລົດຖີບອັດສະລິຍະ ສາມາດລ້ຽວ ແລະ ຫຼົບຫຼີກສິ່ງກີດຂວາງເອງໄດ້


ໃນວັນທີ 21 ສິງຫາ 2021ທີ່ຜ່ານມາ ສຳນັກຂ່າວ ຊາຍນາ ຣີພອດ ອາຊຽນ (China Report ASEAN) ໄດ້ລາຍງານວ່າ: ທີ່ມົນທົນກວາງຕຸ້ງ ບໍລິເວນທາງຕອນໃຕ້ຂອງຈີນ ໄດ້ມີໄວໜຸ່ມຄົນໜຶ່ງທີ່ສາມາດປະດິດ ລົດຖີບຂັບເຄື່ອນອັດຕະໂນມັດຂຶ້ນມາ ເຊິ່ງເກີດຈາກການປະດິດຄິດສ້າງຂອງໄວໜຸ່ມທີ່ມີອາຍຸພຽງແຕ່ 20 ປີເທົ່ານັ້ນ.

ຊາຍໜຸ່ມຄົນດັ່ງກ່າງມີຊື່ວ່າ ເຜິງ ຈື້ຮຸຍ ປັດຈຸບັນໄດ້ເຮັດອາຊີບເປັນນັກອອກແບບປັນຍາປະດິດໃຫ້ແກ່ບໍລິສັດຫົວເວີ່ຍ (Huawei) ບໍລິສັດດ້ານໂທລະຄົມມະນາຄົມຍັກໃຫຍ່ໃນຈີນ ເຊິ່ງຜົນງານລົດຖີບອັດຕະໂນມັດຂອງ ເຜິງ ແມ່ນສຳເລັດພາຍໃນ 4 ເດືອນເທົ່ານັ້ນ ແລະ ຈຸດພິເສດຂອງລົດຖີບອັດສະລິຍະນີ້ ແມ່ນເປັນລົດຖີບແບບຟິກເກຍ ເຊິ່ງສາມາດຂີ່ໄປດ້ວຍຕົວມັນເອງແບບອັດຕະໂນມັດ ພ້ອມກັບສາມາດຫຼົບຫຼີກສິ່ງກີດຂວາງ ແລະ ລ້ຽວໂຄ້ງໄດ້ດ້ວຍຕົນເອງອີກພ້ອມ.

ສຳລັບແຮງບັນດານໃຈທີ່ ເຜິງ ສ້າງລົດອັດສະລິຍະນີ້ຂຶ້ນມາ ແມ່ນເກີດມາຈາກການມີຄວາມຄິດສົນໃຈຢາກຕໍ່ຍອດຈາກລະບົບຂັບຂີ່ອັດຕະໂນມັດທີ່ມີຢູ່ແລ້ວ ບວກກັບຄວາມສາມາດທີ່ຕົນເອງເປັນນັກອອກແບບປັນຍາປະດິດ ຈຶ່ງເກີດເປັນໄອເດຍນີ້ຂຶ້ນມາ ເຜິງລະບຸວ່າ ລາຄາເລີ່ມຕົ້ນຂອງລົດຄັນນີ້ທີ່ຈະວາງຈຳໜ່າຍແມ່ນປະມານ 10,000 ຢວນ ຫຼື ປະມານ 14,815,000 ກີບ.

ທີ່ມາ: https://bit.ly/3Du82JB

ພາບ: Xinhua, China Report ASEAN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/