ບໍລິສັດໃນອິນເດຍ ເອົາດອກໄມ້ທີ່ຖືກຖິ້ມ ມາຣີໄຊເຄິນເປັນທູບ ເພື່ອສ້າງອາຊີບໃຫ້ແມ່ຍິງດ້ອຍໂອກາດໃນປະເທດ


ບໍລິສັດ Phool.co ກໍ່ຕັ້ງໂດຍ Ankit Agarwal ດໍາເນີນທຸລະກິດການກໍາຈັດ ແລະ ນໍາຂີ້ເຫຍື້ອດອກໄມ້ຫຼາຍລ້ານໂຕນທີ່ຖືກຖິ້ມລົງໃສ່ແມ່ນ້ຳຄົງຄາມາຣີໄຊເຄິນ. ດອກໄມ້ທີ່ມີເສດເຫຼືອແມ່ນຖືກເອົາມາຣີໄຊເຄິນເປັນທູບ, ເຈ້ຍ ແລະສີນໍ້າ.

ປະຊາຊົນໃນປະເທດອິນເດຍຈະບູຊາດອກໄມ້ເພື່ອເປັນການເຄົາລົບສິ່ງສັກສິດ. ດອກໄມ້ທີ່ຜ່ານການບູຊາມາແລ້ວນັ້ນມີຈຳນວນຫຼາຍ ແລະ ປະມານແປດລ້ານໂຕນໄດ້ຖືກຖິ້ມລົງສູ່ແມ່ນໍ້າສາຍໃຫຍ່ຂອງປະເທດທຸກໆປີ. ສານເຄມີ ແລະຢາຂ້າແມງໄມ້ທີ່ໃຊ້ປູກດອກໄມ້ດັ່ງກ່າວນັ້ນໄດ້ແຜ່ກະຈາຍໄປໃນແມ່ນໍ້າ ເຮັດໃຫ້ເກີດເປັນມົນລະພິດສະສົມ.

ພະນັກງານຂອງ Agarwal ທີ່ສ່ວນໃຫຍ່ເປັນຜູ້ຍິງ ໄດ້ເກັບເອົາດອກໄມ້ທີ່ຖືກຖິ້ມຢູ່ນໍາແຄມແມ່ນໍ້າ ແລະວັດ ເພື່ອນໍາໄປແປຮູບເປັນເຈ້ຍສີ ແລະ ສີນໍ້າທີ່ສາມາດນຳໄປໃຊ້ໃນເທສະການໂຮລີ (Holi festival) ຊາວຮິນດູ ແລະ ເພື່ອເຮັດໃຫ້ການຖິ້ມທູບໃສ່ກະຕ່າຂີ້ເຫຍື້ອຢູ່ໃນກະຕ່າຂີ້ເຫຍື້ອໄດ້ງ່າຍຂຶ້ນ, Phool.co ຈຶ່ງອອກແບບການຫຸ້ມຫໍ່ຂອງເຂົາເຈົ້າໂດຍບໍ່ໃສ່ຮູບພາບຂອງເທບຮິນດູ.

Phool.co ໄດ້ຮັບການສະໜັບສະໜູນທຶນຈາກກຸ່ມ Tata ເພື່ອຊ່ວຍແກ້ໄຂບັນຫາມົນລະພິດໃນແມ່ນໍ້າຄົງຄາ ແລະ ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນໃນທ້ອງຖິ່ນ ໂດຍການຈ້າງແມ່ຍິງສ່ວນຫຼາຍທີ່ວ່າງງານ ຫຼື ເຄີຍເຮັດວຽກເປັນຄົນເກັບຂີ້ເຫຍື້ອມາກ່ອນ. ປັດຈຸບັນ ມີພະນັກງານເພດຍິງຫຼາຍກວ່າຮ້ອຍຄົນເຮັດວຽກຢູ່ສະຖານທີ່ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/