Moderna ກຽມສົ່ງມອບວັກຊີນໂຄວິດ-19 ໃຫ້ກັບທົ່ວໂລກ.


ສຳນັກງານຂ່າວ ຊິນຫົວ ລາຍງານວ່າ Moderna ບໍລິສັດເພສັດຊະກຳສັນຊາດອະເມຣິກາກຳລັງກະກຽມທີ່ຈະສົ່ງມອບວັກຊີນປ້ອງກັນໂຣກໂຄວິດ-19 ໃຫ້ກັບທຸກປະເທດທົ່ວໂລກ.

ສະເຕຟານ ບັນເຊວ CEO ຂອງ Moderna ລະບຸໃນຖະແຫຼງການວ່າ “ເຮົາກຳລັງກຽມສົ່ງມອບວັກຊີນ mRNA-1273 ແລະ ເຮົາໄດ້ລົງນາມໃນຂໍ້ຕົກລົງຈັດຫາວັກຊີນໃຫ້ກັບລັດຖະບານຕ່າງໆທົ່ວໂລກ”.

ບັນເຊວ ລະບຸວ່ານອກເໜືອຈາກການທົດລອງວັກຊີນ mRNA-1273 Phase 3 ທີ່ມີອາສາສະໝັກລົງທະບຽນເຂົ້າຮ່ວມເຕັມຈຳນວນນັ້ນ Moderna ຍັງມີໂຄງການການສຶກສາ Phase 2 ຢູ່ອີກ 4 ໂຄງການ.

ບັນເຊວກ່າວວ່າ “Moderna ຍຶດໝັ້ນຕໍ່ມາດຕະຖານຄຸນນະພາບຂໍ້ມູນໃນລະດັບສູງສຸດ ແລະ ການວິໄຈທາງວິທະຍາສາດຢ່າງເຄັ່ງຄັດ ຂະນະທີ່ເຮົາຍັງເຮັດວຽກກຳກັບດູແລຕ່າງໆເພື່ອພັດທະນາວັກຊີນ mRNA-1273”.

 ການທົດລອງວັກຊີນ mRNA-1273 Phase 3 ໄດ້ສຳເລັດການລົງທະບຽນອາສາສະໝັກ 30,000 ຄົນໃນວັນທີ 22 ຕຸລາ 2020 ທີ່ຜ່ານມາໂດຍມີອາສາສະໝັກປະມານ 37% ມາຈາກຊຸມຊົນທີ່ຫຼາກຫຼາຍ.

ການວິເຄາະວັກຊີນສະເພາະ  Phase 1 ເຊິ່ງຕີພິມໃນວາລະສານ The New England Journal of Medicine ສະບັບວັນທີ່ 14 ກໍລະກົດ 2020 ສະແດງໃຫ້ເຫັນວ່າ ວັກຊີນ mRNA-1273 ສາມາດໃຊ້ໄດ້ກັບອາສາສະໝັກທຸກກຸ່ມອາຍຸ ແລະ ກໍ່ໃຫ້ເກີດການຕອບສະໜອງທາງພູມຄຸ້ມກັນຢ່າງວ່ອງໄວ ແລະ ແຂງແກ່ນຕໍ່ເຊື້ອໂຣກໂຄວິດ-19 (SARS-CoV-2).

ທີ່ມາ: https://www.ryt9.com/s/iq38/3171117