ລົດໄຟຍີ່ປຸ່ນອອກຊ້າ ສາເຫດຍ້ອນມີແມວໄປນອນຢູ່ເທິງຫຼັງຄາລົດໄຟ!


ຕອນປະມານ 08:30 ທີ່ສະຖານີຮິໂລຊິມາ ໃນຊ່ວງເວລາຮີບດ່ວນ, ລົດໄຟຈາກສາຍ Sanyo ຈາກສະຖານີ Shiraichi ແຂວງຮິໂລຊິມາ ທີ່ກຳລັງຈະມຸ່ງໜ້າໄປສູ່ Iwakuni ແຂວງຍາມາກຸຈິ, ເຈົ້າໜ້າທີ່ໃນລົດໄຟແຈ້ງມາທີ່ສະຖານີວ່າ ເກີດເຫດສຸກເສີນ “ຍ້ອນມີແມວຢູ່ເທິງຫຼັງຄາລົດໄຟ” ບໍລິເວນຕູ້ທີ 4.

ບໍ່ມີໃຜຮູ້ວ່າແມວຂຶ້ນໄປໄດ້ແນວໃດ? ແລະຂຶ້ນໄປຕັ້ງແຕ່ຕອນໃດ? ເຊິ່ງເມື່ອຈອດທີ່ສະຖານີຮິໂລຊິມາ ເຈົ້າໜ້າທີ່ກໍຮວມໂຕກັນມາເຕັມທີ່ ເພື່ອຈະຈັບແມວ ແຕ່ເມື່ອລົດໄຟຈອດ ແມວເຫັນເຈົ້າໜ້າທີ່ພະຍາຍາມຈະຈັບມັນກໍຕົກໃຈເລີຍໂດດລົງຮາງລົດໄຟໜີໄປ.

ເຈົ້າໜ້າທີ່ຈຶ່ງໄດ້ຈອດລົດໄຟຖ້າ ພ້ອມທັງປະກາດອອກໄມວ່າ “ຂໍອະໄພສໍາລັບຄວາມຫຼ້າຊ້າທີ່ເກີດຂຶ້ນ ໃນຕອນນີ້ມີແມວຢູ່ເທິງຫຼັງຄາລົດໄຟ ເຈົ້າຫນ້າທີ່ກໍາລັງຫາທາງກວດກາ…”

ພໍແຕ່ໄດ້ຍິນສຽງປະກາດແບບນັ້ນ ຜູ່ໂດຍສານທີ່ກຳລັງໃຈຮ້າຍ ຍ້ອນອາດຈະໄປເຮັດວຽກບໍ່ທັນ ກໍຍິ້ມ ແລະ ຫົວກັນທັງຄັນ. ສຸດທ້າຍເຈົ້າໜ້າທີ່ກໍສາມາດຈັບແມວໄດ້ ໂດຍລົດໄຟໃນມື້ນັ້ນ ໄປຮອດປາຍທາງຊ້າເຖິງ 19 ນາທີ ແລະ ຜູ່ໂດຍສານສ່ວນໃຫຍ່ ກໍບໍ່ໄດ້ໃຈຮ້າຍເລີຍ ແຕ່ສະແດງອາການເປັນຫ່ວງແມວຫຼາຍກວ່າ.

ທີ່ມາ: http://petslady.com/articles/cat-delays-train-after-making-tracks-roof