ແມວບໍ່ພຽງແຕ່ເປັນເພື່ອນທີ່ດີທີ່ສຸດຂອງເຮົາ ແຕ່ມັນເປັນຢາວິເສດ! ການເບິ່ງຄລິບແມວ ຫຼື ຮູບແມວຈະຊ່ວຍຫຼຸດຜ່ອນຄວາມຄຽດ ແລະ ເຮັດໃຫ້ເຮົາຮູ້ສຶກດີຂຶ້ນ


ເວລາເຮົາທີ່​ເຮົາ​ບໍ່​ສະບາຍໃຈ ຫຼື ພົບເຈິແຕ່ເລື່ອງຄຽດໆມາ ຫຼາຍຄົນຈະມີວິທີຮັບມືກັບອາລົມໃນທາງລົບທີ່ແຕກຕ່າງກັນ ບໍ່ວ່າຈະເປັນການເບິ່ງຄລິບຕະຫຼົກ, ເບິ່ງຮູບເງົາ, ເບິ່ງຊີຣີ້, ອອກກຳລັງກາຍ ຫຼື ອອກໄປນອກ ແລະ ອື່ນໆ.

ແຕ່ສຳລັບບາງຄົນພຽງແຕ່ເບິ່ງຄລິບແມວ ຫຼື ຮູບແມວກັບເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ຮູ້ສຶກດີຂຶ້ນມາໃນທັນທີ. ເຊິ່ງນີ້ມັນບໍ່ໄດ້ແມ່ນພຽງແຕ່ເຮົາຄິດໄປເອງ ຫຼື ເປັນທາດແມວຢູ່ແລ້ວ ເພາະຜູ້ຊ່ຽວຊານຕ່າງໆກໍໄດ້ອອກມາຢືນຢັນ ແລະ ພິສູດວ່າການເບິ່ງຄລິບແມວນັ້ນສາມາດຊ່ວຍເຮົາໃຫ້ດີຂຶ້ນໄດ້ແທ້ໆ.

ອີງຂໍ້ມູນຈາກງານຄົ້ນຄວ້າໂດຍ Jessica Gall Myrick ອາຈານສອນຄະນະສື່ມວນຊົນທີ່ມະຫາວິທະຍາໄລ Indiana University Bloomington ໃນຫົວຂໍ້ທີ່ມີຊື່ວ່າ “ການຄວບຄຸມອາລົມ ແລະ ການເບິ່ງຄລິບວິດີໂອແມວອອນລາຍ: ໃຜເຄີຍເບິ່ງຮູບ ຫຼື ຄລິບແມວ? ເປັນຫຍັງເຈົ້າຕ້ອງເບິ່ງ? ​ແລະ​ມີ​ຜົນ​ກະທົບ​ແນວ​ໃດ?” ທີ່ໄດ້ຖືກຕີພິມໃນວາລະສານທີ່ເອີ້ນວ່າ Computers in Human Behavior ທີ່ເວົ້າເຖິງພຶດຕິກໍາຂອງມະນຸດ ໃນ​ການ​ນໍາ​ໃຊ້​ຄອມ​ພິວ​ເຕີ​ໃນ​ປີ 2015.​

ໂດຍພົບວ່າອາສາສະໝັກທີ່ເຂົ້າຮ່ວມໃນການສໍາຫຼວດເກືອບ 7,000 ຄົນ ຮູ້ສຶກວ່າມີພະລັງງານ ແລະ ມີຄວາມຄິດໃນທາງບວກຫຼາຍ, ອາ​ລົມ​ທາງ​ລົບ​ເຊັ່ນ​ຄວາມ​ກັງ​ວົນ, ຄວາມ​ລໍາ​ຄານ ແລະ​ ຄວາມ​ໂສກ​ເສົ້າ​ແມ່ນ​ຫຼຸດ​ລົງ ຫຼັງຈາກທີ່ເບິ່ງສື່ອອນລາຍກ່ຽວກັບແມວ.

ອາສາສະໝັກສ່ວນຫຼາຍນັ້ນມັກຈະເບິ່ງຄລິບ ຫຼື ຮູບພາບຕ່າງໆກ່ຽວກັບແມວໃນຕອນທີ່ພວກເຂົາເຮັດວຽກ ຫຼື ຕອນຮຽນ ເພາະມັນຈະເຮັດໃຫ້ພວກເຂົາຮູ້ສຶກຜ່ອນຄາຍ ແລະ ຮູ້ສຶກດີຂຶ້ນ. ເຊິ່ງຜູ້ຊ່ຽວຊານຈາກມະຫາວິທະຍາໄລ Oxford ໄດ້ໃຫ້ຄຳອະທິບາຍວ່າ: ແມວແມ່ນສັດທີ່ບໍ່ມີຄວາມສາມາດໃນການສະແດງອອກທາງສີໜ້າ ເຊິ່ງນີ້ໝາຍຄວາມວ່າເມື່ອພວກເຮົາເບິ່ງຮູບພາບຂອງແມວ ໃບໜ້າຂອງແມວຈະຄ້າຍຄືຜືນຜ້າໃບ ທີ່ມະນຸດເຮົາສາມາດຈິນຕະນາການເຖິງອາລົມ ແລະ ຄວາມຮູ້ສຶກຂອງພວກເຮົາໃສ່ລົງໄປໃຫ້ກາຍເປັນງານສິລະປະອອກມາໄດ້

ຫຼືຈະເວົ້າໃຫ້ເຂົ້າໃຈງ່າຍໆວ່າ ທຸກຄົນທີ່ເບິ່ງຮູບແມວກໍຈະມີຄວາມຮູ້ສຶກ ແລະ ຕີຄວາມໝາຍຈາກສີໜ້າຂອງມັນທີ່ແຕກຕ່າງກັນອອກໄປ. ເພາະສະນັ້ນ, ພວກເຮົາສາມາດເຫັນໄດ້ວ່າຮູບພຽງຮູບດຽວທີ່ເອົາມາປ່ຽນແຄັບຊັນ ກໍສາມາດປ່ຽນເລື່ອງລາວ​ຂອງ​ຮູບ​ແມວນັ້ນໆໄດ້ອີກອາລົມໜຶ່ງເສີຍເລີຍ​.

ເຊິ່ງນີ້ເຮັດໃຫ້ເວລາຫຼາຍໆຄົນເບິ່ງຮູບແມວ, ກໍອາດຈະເຮັດໃຫ້ພວກເຂົາບໍ່ຮູ້ສຶກເບື່ອ, ແຕ່ກັບມີຄວາມມ່ວນທີ່ໄດ້ຈິນຕະການເຖິງຄວາມຮູ້ສຶກຂອງໃບໜ້າຂອງມັນ ແລະ ມີຄວາມສຸກນັ້ນເອງ.

ດັ່ງນັ້ນ, ຖ້າຫາກເຮົາຮູ້ສຶກໄດ້ຮັບພະລັງງານລົບມາ ຫຼື ເມື່ອຍໃຈຈາກບັນຫາຕ່າງໆທີ່ເຂົ້າມາໃນຊີວິດປະຈຳວັນ ກໍສາມາດນອນຢູ່ເຮືອນ ເປີດພັດລົມເຢັນໆ ແລ້ວເບິ່ງຄລິບແມວທີ່ແສນຈະໜ້າຮັກທີ່ຈະຊ່ວຍເຮົາໃຫ້ຮູ້ສຶກດີ ແລະ ຜ່ອນຄາຍຂຶ້ນ. ເຊິ່ງຫຼັງຈາກທີ່ເບິ່ງຈົບແລ້ວ ບາງທີເຈົ້າອາດຈະເປັນອີກໜຶ່ງຄົນທີ່ຖືກແມວຕົກໄປເປັນທາດລາຍຕໍ່ໄປກໍເປັນໄປ.

ທີ່ມາ:

catdumb

sciencedaily

nbcnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/