ໄທ ອະນຸມັດເງິນກູ້ 1.800 ລ້ານບາດ ໃຫ້ ສປປ ລາວ ພັດທະນາເສັ້ນທາງ R12 ເຊື່ອມເສດຖະກິດ ລາວ, ໄທ, ຫວຽດນາມ ແລະ ຈີນ


ສຳນັກຂ່າວ ກຸງເທບທຸລະກິດ ຂອງໄທ ລາຍງານວ່າ ຄະນະລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ໄດ້ມີມັດຕິເຫັນດີ ອະນຸມັດ ເງິນກູ້ 1.800 ລ້ານບາດ ໃຫ້ ສປປ ລາວ ໃນການພັດທະນາເສັ້ນທາງ R12 ຈາກຕົວເມືອງ ທ່າແຂກ-ດ່ານສາກົນ ນາເພົ້າ ພັດທະນາພື້ນຖານໂຄງລ່າງ ເຊື່ອມເສດຖະກິດ ລາວ, ໄທ, ຫວຽດນາມ ແລະ ຈີນ.

ໂດຍ ທ່ານ ນ. ເກນິກາ ອຸ່ນຈິດ ໂຄສົກປະຈຳສຳນັກງານ ນາຍົກລັດຖະມົນຕີ ກ່າວວ່າ: ການດຳເນີນໂຄງການ R12 ເລີ່ມຕົ້ນຈາກເມືອງທ່າແຂກ ແຂວງຄຳມ່ວນ ບໍລິເວນຈຸດເຊື່ອມຕໍ່ເສັ້ນທາງໝາຍເລກ 13 ໃຕ້ ຫ່າງຈາກຂົວມິດຕະພາບລາວ-ໄທ ແຫ່ງທີ 3 ປະມານ 17 ກິໂລແມັດ ຜ່ານໄປເມືອງ ຍົມມະລາດ ເມືອງ ບົວລະພາ ຈົນຮອດ ດ່ານສາກົນ ນາເພົ້າ ເຊິ່ງຢູ່ກົງກັນຂ້າມກັບ ດ່ານສາກົນ ກວາງປິງ ຂອງ ສສ. ຫວຽດນາມ ໄລຍະທາງທັງໝົດ 147 ກິໂລແມັດ.

ໂດຍໂຄງການພັດທະນາດັ່ງກ່າວ ຈະລວມທັງການ ພັດທະນາທາງດ່ວນອາຊຽນ (ASEAN Highway), ການປັບປຸງຈຸຜ່ານແດນ ອາຄານສໍານັກງງານຕ່າງໆ ຈຸດປ່ຽນຖ່າຍສິນຄ້າ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນຈຸດຜ່ານແດນ, ປັບປຸງລະບົບໄຟຟ້າຕ່າງໆ ບໍລິເວນທາງແຍກໃນຊຸມຊົນ ລະບົບລະບາຍນໍ້າຕ່າງໆ ແລະ ຕິດຕັ້ງລະບົບຄວາມປອດໄພໃນຈຸດສ່ຽງຕ່າງໆ ແລະ ລວມໄປເຖິງການພັດທະນາສິ່ງອຳນວຍຄວາມສະດວກຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ຈາກການສຶກສາພົບວ່າ ເສັ້ນທາງ R12 ຈະສະໜັບສະນູນນະໂຍບາຍເຊື່ອມໂຍງການຄົມມະນາຄົມຂົນສົ່ງ ແລະ ລະບົບໂລຈິສຕິກລະຫວ່າງປະເທດ ລາວ, ໄທ, ຫວຽດນາມ ແລະ ຈີນ ຮ່ວມສ້າງຄວາມເຊື່ອມໂຍງລະຫວ່າງປະເທດເນື່ອງຈາກລົດຂັ້ນຕອນການຜ່ານດ່ານພາສີຈາກ 5 ຈຸດ ເຫຼືອ 2 ຈຸດ.

ໂດຍເງື່ອນໄຂ ແລະ ຮູບແບບການໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນຄັ້ງນີ້ແມ່ນມີອັດຕາດອກເບ້ຍ 1,75% ຕໍ່ປີ ອາຍຸສັນຍາ 30 ປີ ຄ່າທຳນຽມບໍລິຫານ 0,15% ຂອງວົງເງິນກູ້ຢືມ, ໄລຍະເວລາເບີກຈ່າຍ 6 ປີ ຈາກມື້ລົງນາມສັນຍາ, ປະກອບການກໍ່ສ້າງ ແລະ ທີ່ປຶກສາຕ້ອງເປັນນິຕິບຸກຄົນ ສັນຊາດໄທ, ຕ້ອງໃຊ້ສິນຄ້າ ແລະ ບໍລິການຈາກປະເທດໄທ ບໍ່ຕໍ່າກວ່າ 50% ຂອງມູນຄ່າສັນຍາ, ຜູ້ຮັບເໝົາກໍ່ສ້າງ ແລະ ທີ່ປຶກສາ ນິຕິບຸກຄົນສັນຊາດໄທ ແລະ ກົດໝາຍທີ່ໃຊ້ບັງຄັບຕ້ອງເປັນກົດໝາຍໄທ.

ທີ່ມາ:

https://www.bangkokbiznews.com/business/economic/1122790

https://www.bangkokbiznews.com/business/economic/1070187

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/