“THE SHOW” ຄອນເສີດອອນລາຍວົງ BLACKPINK ມີດີທັງສີລະປິນ ແລະ ນັກເຕັ້ນ


“BLACKPINK” ວົງຈາກສ.ເກົາຫຼີທີ່ມີຊື່ສຽງລະດັບໂລກ, ໄດ້ສ້າງອີກໜຶ່ງປາກົດການທີ່ແຟນເພງ ຈະຈື່ຈໍາຕະຫຼອດໄປ. ເພາະທາງຄ້າຍ YG ENTERTAINMENT ໄດ້ຈັດຄອນເສີດຜ່ານທາງອອນລາຍ ເປັນການສະແດງທີ່ເປີດໃຫ້ຊົມໃນ YouTube ແບບສະໝັກສະມາຊິກເຊິ່ງກໍໄດ້ເປີດໃຫ້ຊົມໃນວັນທີ 31 ມັງກອນທີ່ຜ່ານມາ.

ການສະແດງຂອງສີ່ສາວ Jennie, Jisoo, Rosé ແລະ Lisa ທີ່ພ້ອມພຽງກັນ, ຈັດເຕັມທັງຊຸດທີ່ອະລັງການ, ປະກອບກັບບົດເພງຕ່າງໆທີ່ນໍາມາຮ້ອງມາໂຊໃຫ້ແຟນໆໄດ້ເຫັນຈົນລືມບໍ່ລົງ, ພ້ອມທັງແສງສີສຽງທີ່ມີອົງປະກອບແບບຄົບຖ້ວນ ງາມຈົນເຮັດໃຫ້ທຸກຄົນທີ່ຮັບຊົມຫຼົງໄຫຼໄປກັບຄອນເສີດໃນຄັ້ງນີ້.

ນອກຈາກນີ້ ຍັງມີທີມນັກເຕັ້ນທັງຍິງ ແລະ ຊາຍ ທີ່ໃຜເຫັນແລ້ວຕ້ອງປະທັບໃຈ ເພາະທາງຄ້າຍ ໄດ້ຄັດເອົານັກເຕັ້ນ ທີ່ນອກຈາກຈະໜ້າຕາດີແລ້ວກໍຍັງອັດແໜ້ນໄປດ້ວຍຄວາມສາມາດ ເສີມໃຫ້ເວທີທີ່ສີ່ສາວ BLACKPINK ເຮັດການສະແດງນັ້ນມີຄວາມມ່ວນຊື່ນຂຶ້ນຕື່ມ ນີ້ກໍເປັນເຫດຜົນໜຶ່ງທີ່ແຟນໆປະທັບໃຈ.

ຈາກແຮສແທັກ #THESHOW_BLACKPINK ໃນທະວິດເຕີ ໄດ້ພິສູດໃຫ້ເຫັນວ່າທຸກຄົນລ້ວນແຕ່ປະທັບໃຈໃນຄອນເສີດຄັ້ງນີ້ ໂດຍສະເພາະແຟນໆຊາວບລິ້ງ (ຊື່ເອີ້ນແຟນຄລັບຂອງ BLACPINK), ເພາະທຸກຄົນທີ່ໄດ້ຊົມການສະແດງຈະເຫັນຄວາມສໍາຄັນຂອງວົງ ທີ່ຕັ້ງໃຈຝຶກຊ້ອມ ແລະ ເຕັມທີ່ກັບໂຊ ເພາະທາງວົງກໍມີເປົ້າໝາຍຢາກຈະໃຫ້ຄອນເສີດມີປະສິດທິພາບ ແລະ ເປັນພາບແຫ່ງຄວາມຊົງຈໍາທີ່ດີຂອງທຸກຄົນທີ່ໄດ້ເຂົ້າມາເບິ່ງ.

ຄອນເສີດໃນຄັ້ງນີ້ ຖືໄດ້ວ່າເປັນຄອນເສີດທີ່ຄົບຖ້ວນ ສະແດງໃຫ້ທຸກຄົນໄດ້ເຫັນເຖິງຄວາມສາມາດຂອງນັກຮ້ອງ ທີ່ມີດີ ແລະ ເອກະລັກແຕກຕ່າງກັນ, ທຸກຄົນໄດ້ເຫັນທັກສະການຮ້ອງການສະແດງໂດຍທີ່ບໍ່ໜ້າເບື່ອ, ໄດ້ເຫັນມຸມໜ້າຮັກໆຂອງນັກຮ້ອງທັງ 4 ສາວ. ຖ້າຫາກຄົນໃດທີ່ໄດ້ສະໝັກເຂົ້າຊົມການສະແດງຄັ້ງນີ້ ຮັບຮອງວ່າບໍ່ເສຍໃຈແນ່ນອນ ແລະ ຄວາມສຸກທີ່ໄດ້ເບິ່ງມັນຈະຢູ່ນໍາເຮົາຕະຫຼອດໄປ.

ພາບ: hitechgon, isakkk_woo