DJ Snake ປ່ອຍເພງໃໝ່ SG ຮ່ວມກັບ Lisa BLACKPINK, Megan Thee Stallion ແລະ Ozuna


ມາແລ້ວ! ມື້ທີ່ທຸກຄົນໄດ້ລໍຄອຍ ເພງໃໝ່ຂອງ DJ Snake ທີ່ມີການຮວມຕົວຂອງສິລະປິນດັງລະດັບໂລກເຊັ່ນMegan Thee Stallion ແລະ Ozuna ບໍ່ພຽງແຕ່ເທົ່ານັ້ນ, ຍັງມີການຮ່ວມກັບສິລະປິນຈາກວົງເຄປັອບຊື່ດັງຢ່າງ Lisa BLACKPINK ອີກພ້ອມ!

ກ່ອນໜ້ານີ້ທາງ DJ Snake ໄດ້ມີການກ່າວໄວ້ດົນນານວ່າຕົນເອງນັ້ນຕ້ອງການຮ່ວມສ້າງຜົນງານເພງກັບ Lisa BLACPINK ບໍ່ວ່າຈະເປັນການລົງຮູບໃນຊ່ອງທາງອິນສະຕາແກຣມ ຫຼື ຈະເປັນການບອກໃບ້ເຖິງການມີຕົວ Lisa ໃນການສ້າງເພງ ເຊິ່ງແຟນຄລັບທີ່ເຫັນກໍພາກັນຕື່ນເຕັ້ນ ແລະ ລໍຄອຍການປ່ອຍຜົນງານນັ້ນອອກມາ. ຈົນໃນທີ່ສຸດ DJ Snake ກໍໄດ້ລົງຮູບຕົວຢ່າງໃນວັນພຸດທີ່ຜ່ານມາ ພາຍໃນຮູບນັ້ນມີຕົນເອງ, Lisa BLACKPINK, Megan Thee Stallion ແລະ Ozuna ພາຍໃນຊື່ເພງ SG ເຊິ່ງຈະມີເອັມວີອອກມາຢ່າງເປັນທາງການໃນວັນທີ 22 ຕຸລາ ຫຼື ກໍຄືວັນສຸກນີ້ໃນເວລາ 11 ໂມງສວຍ.

ພວກເຮົາໄດ້ເກັບພາບງາມໆ ຈາກໃນເອັມວີໄວ້ໃຫ້ທຸກຄົນໄດ້ຊົມເປັນຕົວຢ່າງ ວ່າແລ້ວກໍຫ້າມພາດຮັບຊົມຮັບຟັງເພງ SG ກັນໄດ້ຕາມລິ້ງທາງລຸ່ມໄດ້ເລີຍ!  
https://cutt.ly/vRmegIV

ຂອບໃຈຂໍ້ມູນຈາກ: https://cutt.ly/FRmeym3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/