ໃນ 9 ເດືອນທີ່ຜ່ານມາ ແຂວງອັດຕະປື ສາມາດເກັບລາຍຮັບເຂົ້າງົບປະມານສູງເຖິງ 153 ຕື້ກວ່າກີບ


ພະແນກການເງິນແຂວງອັດຕະປື ໄດ້ມີກອງປະຊຸມສະຫຼຸບການຈັດຕັ້ງວຽກງານຊຸກຍູ້ລາຍຮັບງົບປະມານເກັບກູ້ໜີ້ສິນຂອງແຂວງ ແລະ ເກັບກໍາຂໍ້ມູນສໍາຫຼວດລາຍຮັບງົບປະມານ ໃນ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2021 ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີທ່ານຮອງເຈົ້າແຂວງ, ເຈົ້າເມືອງ 5 ເມືອງ, ຫົວໜ້າ-ຮອງຫົວໜ້າຈາກພະແນກການຕ່າງໆອ້ອມຂ້າງແຂວງ ພ້ອມດ້ວຍຫົວໜ້າຫ້ອງການການເງິນເມືອງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ເພື່ອເປັນການທົບທວນການຈັດຕັ້ງປະຕິບັດວຽກງານລາຍຮັບງົບປະມານ ເກັບກູ້ໜີ້ສິນຂອງແຂວງ ແລະ ເກັບກໍາຂໍ້ມູນສໍາຫຼວດລາຍຮັບງົບປະມານ 9 ເດືອນ 2021 ແລະ ທິດທາງແຜນການ 3 ເດືອນທ້າຍປີ 2021 ພ້ອມດຽວກັນນີ້, ຮັບຟັງການສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບງົບປະມານແຫ່ງລັດໃນໄລຍະ 9 ເດືອນ ແລະ ການຄາດຄະເນການຈັດຕັ້ງປະຕິບັດ ກໍຄືການຄາດຄະເນແຜນງົບປະມານແຫ່ງລັດໝົດປີ 2021 ແມ່ນໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການປ່ຽນແປງທັງພາຍໃນ ແລະ ຕ່າງປະເທດ.

ໄລຍະ 9 ເດືອນຜ່ານມາ ທົ່ວແຂວງສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 153.787.259.540 ກີບ,ເທົ່າກັບ 115,12 % ຂອງແຜນການປີ, ຖ້າທຽບໃສ່ແຜນການສູ້ຊົນຂອງແຂວງເທົ່າກັບ 96,97% ໃນນີ້: ລາຍຮັບພູດສູນກາງມີ 61 ຕື້ກ່ວາກີບ,ເທົ່າກັບ 174,62% ຂອງແຜນການປີ,ໂດຍໄດ້ຈາກກອງກວດກາພາສີມີ 420.601.850 ກີບ,ດ່ານສາກົນພູເກືອ 29 ຕື້ກວ່າກີບ, ຮັບຈາກຊັບສິນຂອງລັດ 31 ຕື້ກວ່າກີບ,ສ່ວນລາຍຮັບຂອງທ້ອງຖິ່ນມີ 92 ຕື້ກວ່າກີບ, ເທົ່າກັບ 98,51% ຂອງແຜນ​ການປີ, ລາຍຮັບຈາກສ່ວຍສາອາກອນ 56 ຕື້ກວ່າກີບ, ລາຍຮັບຈາກຊັບສິນຂອງລັດ 36 ຕື້ກວ່າກີບ ແລະ ຮັບຈາກການເກັບກູ້ໜີ້ສິນຂອງແຂວງ 142.331.102 ກີບ, ເຊິ່ງຜົນສໍາເລັດໃນ 9 ເດືອນທີ່ຜ່ານມາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ກໍຄືສາມາດຕອບສະໜອງລາຍຈ່າຍໃຫ້ແກ່ການເຄື່ອນໄຫວ ຂອງກົງຈັກພັກ-ລັດ ເປັນຕົ້ນ: ລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ແລະ ເງິນລົງທຶນຕ່າງໆ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ເພື່ອກໍານົດລາຍຮັບງົບປະມານ ເກັບກູ້ໜີ້ສິນ ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານຊຸກຍູ້ລາຍຮັບງົບປະມານ, ເກັບກູ້ໜີ້ສີນຂອງແຂວງ ແລະ ເກັບກໍາຂໍໍ້ມູນສໍາຫຼວດລາຍຮັບງົບປະມານພາຍໃນແຂວງອັດຕະປື ໃນຕໍ່ໜ້າໃຫ້ບັນລຸຕາມຄາດໝາຍທີ່ວ່າງໄວ້.

ຂອບໃຈຂໍ້ມູນຈາກ: https://bit.ly/3jnaJnU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/