Facebook ຈະປ່ຽນຊື່ບໍລິສັດໃໝ່ ເພື່ອສອດຄ່ອງກັບເປົ້າໝາຍແຫ່ງຄວາມເປັນ “Metaverse”


“ອີກບໍ່ພໍເທົ່າໃດປີຕໍ່ໄປ ເຮົາຈະປ່ຽນຈາກການທີ່ຄົນເບິ່ງວ່າເຮົາເປັນບໍລິສັດ Social Media ໄປເປັນການສະແດງໃຫ້ເຫັນວ່າພວກເຮົາເປັນ Metaverse Company” ນັ້ນຄືຄຳກ່າວຂອງ Mark Zuckerberg, CEO ຂອງບໍລິສັດ Facebook ທີ່ໄດ້ກ່າວຂຶ້ນໃນເດືອນກໍລະກົດທີ່ຜ່ານມາ.

ເຊິ່ງຕໍ່ມາທາງ Facebook ກໍໄດ້ອອກມາລະບຸເຖິງແນວທາງການພັດທະນາ ແລະ ເປົ້າໝາຍຂອງບໍລິສັດ ທີ່ຈະຫັນເຂົ້າສູ່ຍຸກ Metaverse ພ້ອມທັງຈະປ່ຽນຊື່ບໍລິສັດພາຍໃນອາທິດໜ້າ.

ການຣີແບຣນໃນເທື່ອນີ້ກໍອາດຈະຍັງຄົງໄວ້ເຊິ່ງຄວາມເປັນ Facebook ແຕ່ອາດຈະຍ້າຍ Facebook ມາເປັນຜະລິດຕະພັນພາຍໃຕ້ບໍລິສັດແມ່ອີກເທື່ອໜຶ່ງ ເຊິ່ງກໍຮວມໄປເຖິງຜະລິດຕະພັນອື່ນໆເຊັ່ນ:​ Instagram, WhatsApp, Oculus ນຳ.

ໃນຄວາມເປັນຈິງແລ້ວການປ່ຽນຊື່ຂອງບໍລິສັດໃນເທື່ອນີ້ Mark Zuckerberg ໄດ້ຕັ້ງໃຈຈະປະກາດໃນການປະຊຸມປະຈຳປີຂອງບໍລິສັດໃນວັນທີ 28 ຕຸລາ ເຊິ່ງເຮົາອາດຈະໄດ້ຍິນຊື່ທີ່ຈະໃຊ້ແທ້ໆ ຖືກເປີດເຜີຍອອກມາກໍເປັນໄດ້ ແລະ ການປ່ຽນຊື່ໃນເທື່ອນີ້ກໍເປັນທີ່ໜ້າຈັບຕາເບິ່ງຂອງຜູ້ຄົນຈາກທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/