ພົບເຄື່ອງໃຊ້ຂອງ Brian Laundrie ຜູ້ເປັນຄູ່ໝັ້ນຂອງ Gabby Petito ແລ້ວ ພ້ອມກັບພົບຊິ້ນສ່ວນສົບໃນນັ້ນ


ລາຍງານຫຼ້າສຸດຈາກການຄົ້ນຫາຂອງ FBI ໄດ້ພົບເຫັນຮ່ອງຮອຍຂອງ Brian Laundrie (ຄູ່ໝັ້ນຂອງ Gabby Petito) ທີ່ປັດຈຸບັນກຳລັງສູນຫາຍ ໂດຍປັດຈຸບັນພວກເຂົາໄດ້ພົບວ່າມີເຄື່ອງໃຊ້ທີ່ຢືນຢັນຮຽບຮ້ອຍວ່າແມ່ນຂອງ Brian ພ້ອມກັບຊິ້ນສ່ວນຈາກສົບໃນເຄື່ອງໃຊ້ນັ້ນທີ່ສວນຟລໍຣິດາ.

ທ້າວ Brian ໄດ້ກັບຈາກທຣິບທ່ອງທ່ຽວກັບຄູ່ໝັ້ນ ແຕ່ມີພຽງລາວຄົນດຽວທີ່ກັບມາ. ພາຍຫຼັງເຈົ້າໜ້າທີ່ກໍພົບວ່າ Gabby ຄູ່ໝັ້ນນັ້ນໄດ້ເສຍຊີວິດລົງແລ້ວ ແຕ່ຕົວ Brian ກໍຫາຍຕົວໄປອີກຄັ້ງທັນທີທີ່ກັບມາ ລາວຈຶ່ງກາຍເປັນບຸກຄົນທີ່ຢູ່ໃນຄວາມສົນໃຈຂອງເຈົ້າໜ້າທີ່ FBI. ມາຮອດປັດຈຸບັນກໍເປັນເວລາກວ່າໜຶ່ງເດືອນແລ້ວທີ່ Brian ໄດ້ຫາຍໄປ. ທາງຕຳຫຼວດໄດ້ນຳທີມຄົ້ນຫາໃນສວນຟລໍຣິດາ ເຊິ່ງເປັນສະຖານທີ່ຫຼ້າສຸດທີ່ Brian ໄດ້ບອກກັບພໍ່ແມ່ວ່າຈະໄປກ່ອນທີ່ຈະບໍ່ມີຮ່ອງຮອຍການກັບມາອີກເລີຍ.

ໃນວັນພຸດທີ່ຜ່ານມາ ທາງ FBI ໄດ້ໃຫ້ຜົນການຄືບໜ້າຈາກການຄົ້ນຫາວ່າ ພວກເຂົາໄດ້ພົບເຄື່ອງໃຊ້ທີ່ເປັນ ກະເປົາແບັກແພັກສຳລັບເດີນທາງ ແລະ ຄອມພິວເຕີໂນດບຸກ. ທາງຄອບຄົວຂອງ Brian ທີ່ໄດ້ເຂົ້າຮ່ວມພາລະກິດຄົ້ນຫາກໍເປັນຜູ້ຢືນຢັນເອງວ່າເຄື່ອງດັ່ງກ່າວເປັນຂອງ Brian . ນອກຈາກນີ້ແລ້ວຍັງມີຊິ້ນສ່ວນຈາກຮ່າງກາຍທີ່ຢູ່ໃຕ້ນ້ຳຂອງລະແວກທີ່ເຄື່ອງໃຊ້ຖືກກະຈາຍຢູ່. ພວກເຂົາກ່າວວ່າຊິ້ນສ່ວນດັ່ງກ່າວ ໄດ້ມາຢູ່ນີ້ເປັນເວລາດົນ ແລະ ອາດຈະໃຊ້ເວລາໃນການກວດສອບ, ສ່ວນໃນຕອນນີ້ ຍັງບໍ່ສາມາດລະບຸໄດ້ວ່າແມ່ນຂອງໃຜ.

ທາງຕຳຫຼວດໄດ້ມີການເກັບຫຼັກຖານທັງໝົດໃນສະຖານທີ່ ເພື່ອນຳໄປປະກອບເຂົ້າໃນການກວດສອບທາງນິຕິເວດ ເຊິ່ງອາດຈະໃຊ້ເວລາດົນ ກວ່າຈະໄດ້ຜົນການກວດ. ແຕ່ຕຳຫຼວດກໍຍັງດຳເນີນການສືບສວນ ແລະ ຄົ້ນຫາຕົວ Brian ອີກຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/