ຜົນການທົດລອງວັກຊີນໂຄວິດ-19 ຊະນິດໃໝ່ “Valneva” ມີປະສິດທິພາບສູງກວ່າວັກຊີນ AstraZeneca ຫຼາຍເທົ່າ


ວັກຊີນ Valneva ອາດຈະເປັນວັກຊີນທາງເລືອກໃນການຮັບມືກັບ ໂຄວິດ-19 ສາຍພັນເດລຕ້າ (Delta) ທີ່ກຳລັງແຜ່ລະບາດໄປທົ່ວໂລກ ລວມໄປຮອດປະເທດລາວເຮົາ ເພາະວ່າ ຫຼ້າສຸດວັກຊີນຂອງ Valneva ໄດ້ມີຜົນການທົດລອງໃນໄລຍະສາມວ່າ ມັນມີປະສິດທິພາບສູງກວ່າວັກຊີນຂອງ AstraZeneca.

Valneva ເປັນບໍລິສັດຢາໃນຝຣັ່ງ ທີ່ເຮັດການຜະລິດ ແລະ ທົດລອງວັກຊີນດັ່ງກ່າວ ໂດຍຜົນການທົດລອງທັງສາມໄລຍະຊີ້ໃຫ້ເຫັນວ່າ ວັກຊີນມີປະສິດທິພາບສູງໃນການຮັບມືກັບເຊື້ອ ໂຄວິດ-19 ໄດ້ເຖິງ 95% ເຖິງແມ່ນວ່າເຊື້ອເດລຕ້າຈະເປັນສ່ວນໜຶ່ງໃນການທົດລອງນຳກໍຕາມ.

ວັກຊີນ Valneva ຜະລິດໂດຍເທັກໂນໂລຢີເຊື້ອຕາຍ ເມື່ອສັກວັກຊີນນີ້ ຮ່າງກາຍຈະສາມາດຜະລິດພູມຕ້ານທານເພື່ອຮັບມືກັບໂຄວິດ-19 ໄດ້ເອງ. ເຖິງວ່າຈະເປັນເທັກໂນໂລຢີເຊື້ອຕາຍ ແຕ່ສາສະດາຈານ ອາດໍາ ຟິນ (Adam Finn) ຈາກມະຫາວິທະຍາໄລ Bristol ເຊິ່ງເປັນນັກວິທະຍາສາດທີ່ເປັນຜູ້ນຳການທົດລອງໃນຄັ້ງນີ້ໄດ້ກ່າວວ່າ ຜົນການທົດລອງປະສິດທິພາບຂອງວັກຊີນແມ່ນ “ໜ້າປະທັບໃຈ ແລະ ສ້າງກຳລັງໃຈໄດ້ຫຼາຍ”.

ວັກຊີນ Covid-19 ຈາກຝຣັ່ງນີ້ກໍາລັງຈະຂຶ້ນຂໍຮັບຮອງການນໍາໃຊ້ຈາກທາງປະເທດອັງກິດ ແລະ ກຽມຍື່ນເລື່ອງໄປຫາອົງກອນການຢາຂອງສະຫະພາບຢູໂຣບ ໂດຍທີ່ພວກເຂົາມີຖານໂຮງງານການຜະລິດຢູ່ ສະກັອດແລນ ແລະ ພວກເຂົາເຊື່ອວ່າທາງການຈະອະນຸຍາດໃຫ້ວັກຊີນດັ່ງກ່າວ ສາມາດສັກໃນປະຊາກອນອາຍຸລະຫວ່າງ 18-55 ປີ ຕາມອາສາສະໝັກທີ່ເຂົ້າຮ່ວມການທົດລອງຂອງພວກເຂົາ.

“ຜົນການທົດລອງນີ້ເຮັດໃຫ້ເຫັນວ່າ ວັກຊີນຊະນິດນີ້ ມີບົດບາດສຳຄັນໃນການເອົາຊະນະການລະບາດໃຫຍ່ໃນຄັ້ງນີ້” ສາສະດາຈານ ອາດຳ ຟິນ ໄດ້ກ່າວເສີມ ຢ່າງໃດກໍດີ ລັດຖະບານຂອງອັງກິດເຄີຍສັ່ງຈອງວັກຊີນຂອງ Valneva ຈຳນວນ 100 ລ້ານໂດສໄວ້ ກ່ອນທີ່ຈະຍົກເລີກສັນຍາໄປ.

ການຕັດສິນໃຈໃນຄັ້ງນັ້ນຂອງລັດຖະບານອັງກິດ ອາດຈະບໍ່ແມ່ນເລື່ອງທີ່ໜ້າເສຍດາຍ ເມື່ອມີຜົນການທົດລອງອອກມາ ເພາະ Valneva ອາດຈະຖືກນຳໄປໃຊ້ໃນປະເທດກຳລັງພັດທະນາທີ່ວັກຊີນເຂົ້າເຖິງໄດ້ຊ້າກວ່າປະເທດທີ່ພັດທະນາແລ້ວ ໂດຍສະເພາະບັນດາປະເທດທີ່ເຂົ້າຮ່ວມໂຄງການ COVAX ຄື ສປປ ລາວ ກໍອາດຈະໄດ້ນຳໃຊ້ວັກຊີນຊະນິດນີ້ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/