ຍີ່ປຸ່ນ ແລະ ສິງກະໂປ ເປັນປະເທດທີ່ຄອງໜັງສືເດີນທາງທີ່ມີອິດທິພົນທີ່ສຸດໃນໂລກໃນປີ 2021


ໃນການອັບເດດດັດຊະນີໜັງສືເດີນທາງທົ່ວໂລກຂອງ Henley Passport Index ເມື່ອປີ 2021 ນີ້ ໄດ້ສະແດງໃຫ້ເຫັນວ່າຍີ່ປຸ່ນ ແລະ ສິງກະໂປນັ້ນຄອງທີ 1 ຫຼື ກໍຄືເປັນສອງປະເທດທີ່ມີໜັງສືເດີນທາງທີ່ມີອິດທິພົນທີ່ສຸດໃນໂລກໃນປີ 2021 ນີ້. ໂດຍສາມາດເດີນທາງແບບບໍ່ຕ້ອງໃຊ້ວີຊາ ຫຼື ສາມາດໄດ້ວີຊາເມື່ອເດີນທາງຮອດຈຸດໝາຍໄດ້ເທິງ 192 ປະເທດ.

ໃນອັນດັບສອງແມ່ນປະເທດເຢຍລະມັນ ແລະ ສ.ເກົາຫຼີ ທີ່ສາມາດເດີນທາງເຂົ້າໄດ້ 190 ປະເທດ.

ສ່ວນອັນດັບສາມໄດ້ແກ່ຟິນແລນ, ອິຕາລີ, ລັກເຊມເບີກ ແລະ ສະເປນ ທີ່ສາມາດເດີນທາງເຂົ້າໄດ້ 189 ປະເທດ.

ນອກຈາກນີ້ຍັງມີ 5 ອັນດັບປະເທດທີ່ມີໜັງສືເດີນທາງເຂົ້າປະເທດໄດ້ໜ້ອຍທີ່ສຸດໄດ້ແກ່ ເຢເມນ 33 ປະເທດ, ປາກີສຖານ 31 ປະເທດ, ຊີເຣຍ 29 ປະເທດ, ອີຣັກ 28 ປະເທດ, ອັບການິສຖານ 26 ປະເທດ.

ສຳລັບປະເທດລາວເຮົານັ້ນແມ່ນຖືກຈັດຢູ່ໃນອັນດັບທີ 99 ເຊິ່ງສາມາດເດີນທາງໄດ້ 49 ປະເທດໂດຍບໍ່ໃຊ້ວີຊາ ຫຼື ຮັບວີຊາເມື່ອເດີນທາງຮອດ.

ໃນຂໍ້ມູນຫຼ້າສຸດນັ້ນ ມັນໄດ້ສະແດງໃຫ້ເຫັນວ່າ ຊ່ອງວ່າງໃນການເດີນທາງປະເທດນັ້ນເພີ່ມຂຶ້ນຫຼາຍທີ່ສຸດຕັ້ງແຕ່ປີ 2006. ແຕ່ເນື່ອງຈາກມາດຕະການການເດີນທາງທີ່ປ່ຽນແປງ ໂດຍອ້າງອີງຈາກສະຖານະການລະບາດໂຣກໂຄວິດ-19 ສົ່ງຜົນໃຫ້ຫຼາຍປະເທດອາດຈະເດີນທາງໃນຕົວຈິງໄດ້ໜ້ອຍກວ່າຈຳນວນປະເທດທີ່ຖືກຈັດອັນດັບໄວ້. ເຖິງຢ່າງໃດກໍຕາມ ທາງ Henley ກໍບໍ່ໄດ້ໃຫ້ຂໍ້ມູນຫຍັງເພີ່ມຕື່ມໃນເງື່ອນໄຂຕໍ່ຈຳນວນປະເທດທີ່ເດີນທາງ ແລະ ອັນດັບຂອງພວກເຂົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/