ສປປ ລາວ ຈະມີລາຍຮັບຈາກການສົ່ງອອກງົວສູ່ຕະຫຼາດຈີນ ປີໜຶ່ງ 251 ຕື້ກີບ


ເພື່ອເຮັດໃຫ້ໂຄງການຜະລິດງົວເພື່ອການສົ່ງອອກ ຈຶ່ງໄດ້ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແນ່ໃສ່ເປີດຂະບວນການລ້ຽງງົວໃຫ້ຂະຫຍາຍຕົວ ແລະ ກາຍເປັນກຳລັງແຮງໜຶ່ງ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ.

ໃນວັນທີ 15 ຕຸລາ 2021 ທີ່ກົມລ້ຽງສັດ ແລະ ການປະມົງ ນະຄອນຫລວງວຽງຈັນ, ຂະແໜງການລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍໂຄງການຜະລິດງົວ ເພື່ອການສົ່ງອອກໃນທົ່ວປະເທດ ຜ່ານລະບົບທາງໄກ ໂດຍການເປັນປະທານ ຂອງ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ພ້ອມດ້ວຍຫົວໜ້າກົມ, ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ ແລະ ຜູ້ປະກອບການເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເຜີຍແຜ່ຮ່າງໂຄງການຜະລິດງົວເພື່ອການຄ້າ, ໃຫ້ຄໍາແນະນໍາໃນການຈັດຕັ້ງປະຕິບັດໂຄງການ, ເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລື ກ່ຽວກັບມາດຕະການວາງແຜນການຈັດຕັ້ງປະຕິບັດ ໃຫ້ແຕ່ລະແຂວງ ໃຫ້ຮັບຊາບຂໍ້ມູນເພື່ອປັບປຸງຟາມຕົນເອງ.

ທ່ານ ນາງ ວິໄລພອນ ວໍລະພິມ ແຈ້ງໃຫ້ຮູ້ວ່າ: ໂຄງການຜະລິດງົວເພື່ອການຄ້າ ໄດ້ກໍານົດເອົາ 18 ແຂວງໃນທົ່ວປະເທດ, ເຊິ່ງໄລຍະການຈັດຕັ້ງປະຕິບັດໂຄງການ 8 ປີ (2021-2028) ແລະຕ້ອງ ການດ້ານການລົງທຶນທັງໝົດ 1.765 ຕື້ກີບ, ໃນນີ້ເປັນທຶນຄົງທີ່ 90,1 ຕື້ກີບ ແລະ ທຶນງົວໜູນວຽນ 1.674 ຕື້ກີບ. ໂຄງການດັ່ງກ່າວ, ມີຈຸດປະສົງເພື່ອປະກອບສ່ວນສ້າງລາຍຮັບໃຫ້ປະເທດຊາດ ໂດຍສະເພາະແມ່ນຜະລິດງົວເພື່ອສົ່ງອອກໄປ ສປ ຈີນ. ສຳລັບການຄາດໝາຍຂອງການຜະລິດງົວມາດຕະຖານ ໃຫ້ໄດ້ 50.000 ໂຕຕໍ່ປີ ໃນປີທີ 3.

ສ່ວນວຽກງານຈຸດສຸມ ແມ່ນໄດ້ສ້າງຟາມພໍ່-ແມ່ພັນງົວ ເພື່ອຜະລິດລູກ, ລ້ຽງງົວ ໂດຍມີເປົ້າໝາຍໃຫ້ໄດ້ 100 ຟາມ ທີ່ມີຂະໜາດ 500 ໂຕ/ຮອບ ຂຶ້ນໄປ ແລະ ຄາດວ່າ ສປປ ລາວ ຈະມີງົວຊີ້ນ 50.000 ໂຕ/ປີ ຄິດເປັນມູນຄ່າ 251 ຕື້ກີບ/ປີ.

ຂອບໃຈຂໍ້ມູນຈາກ: https://bit.ly/3vr7Xmg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/