COSO ອຸປະກອນອຸ່ນອັນທະເພື່ອຄຸມກຳເນີດສຳລັບທ່ານຊາຍ


ໃນໂລກປັດຈຸບັນນີ້ ການທີ່ຈະມີເພດສຳພັນກ່ອນແຕ່ງກໍບໍ່ແມ່ນບັນຫາສຳລັບຄົນຮຸ່ນໃໝ່ອີກແລ້ວ ເພາະວ່າມີລະບົບສັງຄົມທີ່ຊ່ວຍພັດທະນາຄວາມຮູ້ ແລະ ຄວາມເຂົ້າໃຈຂອງຜູ້ປະຕິບັດຕໍ່ການຮັບຜິດຊອບໃນກິດຈະກຳດັ່ງກ່າວເຊັ່ນການປ້ອງກັນ. ໃນທາງກົງກັນຂ້າມ, ການປິດກັ້ນບໍ່ໃຫ້ໄວໜຸ່ມໄດ້ເຂົ້າໃຈຍິ່ງຈະສ້າງຄວາມສ່ຽງເພີ່ມຂຶ້ນ ເນື່ອງຈາກພື້ນຖານຂອງມະນຸດນັ້ນກໍມີຄຸນລັກສະນະຢາກຮູ້ຢາກເຫັນມາແຕ່ໃດ. ຖ້າບໍ່ໃຫ້ຄວາມຮູ້ເລື່ອງປ້ອງກັນ ພວກເຂົາກໍຍິ່ງຈະບໍ່ຮູ້ເຖິງຄວາມຮັບຜິດຊອບນັ້ນ. ຫຼາຍໆຜູ້ຜະລິດຈຶ່ງໄດ້ແຂ່ງຂັນກັນສ້າງອຸປະກອນປ້ອງກັນບໍ່ວ່າຈະເປັນຖົງຢາງອະນາໄມ ແລະ ຢາຄຸມກຳເນີດ ເຊິ່ງທັງສອງມັກຈະຖືກນຳໃຊ້ຄຽງຄູ່ກັນ ເພື່ອໃຫ້ປະສິດທິພາບໃນການປ້ອງກັນນັ້ນສູງທີ່ສຸດ. ແຕ່ຂໍ້ເສຍຂອງການກິນຢາຄຸມກຳເນີດນັ້ນມີຫຼາຍ. ໃນການທີ່ຈະຮັບຜິດຊອບຕໍ່ກິດຈະກຳດັ່ງກ່າວນີ້ ຕ້ອງມີຜູ້ຍິງອີກຫຼາຍຄົນນຳເອົາສຸຂະພາບຂອງພວກເຂົາມາສ່ຽງກັບການກິນຢາຄຸມກຳເນີດ. ດ້ວຍເຫດນັ້ນ, ຜູ້ຜະລິດລາຍໃໝ່ກໍໄດ້ປະກາດອຸປະກອນຄຸມກຳເນີດສຳລັບຜູ້ຊາຍໂດຍສະເພາະ ພາຍໃຕ້ຊື່ວ່າ COSO.

COSO ແມ່ນອຸປະກອນຄຸມກຳເນີດແບບອັລຕຣ້າຊາວທີ່ມີປະສິດທິພາບ ແລະ ຄວາມສ່ຽງຕໍ່ຜົນຂ້າງຄຽງຕ່ຳ. ຮູບຊົງຂອງມັນເປັນກ່ອງທີ່ມີຮູສຳລັບວາງລູກອັນທະຂອງຜູ້ຊາຍລົງໄປ. ຄວາມຄິດນີ້ແມ່ນຂອງ Rebecca Weiss ຈາກປະເທດເຢຍລະມັນ. ໂດຍການທີ່ລາວແລະແຟນຕ້ອງການທາງເລືອກທີ່ຫຼາກຫຼາຍພ້ອມທັງປອດໄພໃນການຄຸມກຳເນີດຂອງຜູ້ຊາຍ ກໍພົບວ່າມັນມີໜ້ອຍ. ດ້ວຍເຫດນັ້ນ, ລາວຈຶ່ງໄດ້ນຳເອົາໄອເດຍດັ່ງກ່າວນີ້ມາປະຍຸກເຂົ້າໃນບົດຄວາມປະລິນຍາໂທທີ່ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລມິວນິກ, ປະເທດເຢຍລະມັນ.

ວິທີການນຳໃຊ້ແມ່ນເທນ້ຳລົງໄປໃນອຸປະກອນຕາມເສັ້ນທີ່ໝາຍໄວ້ ແລ້ວເຄື່ອງຈະເພີ່ມອຸນຫະພູມໃຫ້ນ້ຳນັ້ນອຸ່ນຂຶ້ນຈົນຮອດອຸນຫະພູມທີ່ເໝາະສົມ ຫຼັງຈາກນັ້ນກໍເລີ່ມຂັ້ນຕອນອັລຕຣ້າຊາວ ເມື່ອສຳເລັດແລ້ວຕົວເຄື່ອງຈະປິດໂດຍອັດຕະໂນມັດ. ເທັກໂນໂລຊີດັ່ງກ່າວນີ້ແມ່ນການຕໍ່ຍອດຈາກການສຶກສາເມື່ອປີ 2021 ຂອງ Parsemus Foundation ທີ່ໄດ້ມີການທົດລອງກັບສັດໂດຍການດຳເນີນຂັ້ນຕອນອັລຕຣາຊາວເພື່ອຄຸມກຳເນີດ ມາຕໍ່ຍອດທົດລອງກັບມະນຸດ.

ການຄຸມກຳເນີດຂອງຜູ້ຊາຍນັ້ນມີພຽງສອງວິທີເຊັ່ນ ໃຊ້ຖົງຢາງອະນາໄມ ແລະ ການເຮັດໝັນໂດຍການຕັດແລະປິດຕົວສົ່ງອະສຸຈິອອກໂດຍຖາວອນ. ນອກຈາກນີ້ ການທົດລອງນຳໃຊ້ຢາຄຸມສຳລັບຜູ້ຊາຍນັ້ນລົ້ມເຫຼວ ເນື່ອງຈາກມັນສົ່ງໃຫ້ເກີດອາການຂ້າງຄຽງຢ່າງຮຸນແຮງ. ແນວທາງອື່ນໆ ກໍບໍ່ປະສົບຜົນສຳເລັດໃນຫຼາຍທາງ. ໂດຍສ່ວນໃຫຍ່ແລ້ວການຄຸມກຳເນີດຂອງຜູ້ຊາຍນັ້ນຈະບໍ່ຄ່ອຍເປັນມິດກັບຜູ້ໃຊ້. ດ້ວຍເຫດນັ້ນ, COSO ທີ່ບໍ່ມີຜົນຂ້າງຄຽງ ແລະ ການບາດເຈັບຈຶ່ງເປັນທາງເລືອກທີ່ສາມາດຊັກຈູງໃຫ້ຜູ້ຊາຍຄຸມກຳເນີດນຳໄດ້.

ການຄົ້ນພົບຂອງເທັກໂນໂລຢີນີ້ໄດ້ຊະນະຮາງວັນ Franz-Berberich ສາຂາເທັກໂນໂລຢີທີ່ມະຫາວິທະຍາໄລມິວນິກ ແລະ ຍັງໄດ້ສ້າງຄວາມສົນໃຈແກ່ຄົນທົ່ວໂລກໃນການພັດທະນາການຄຸມກຳເນີດກັບຜູ້ຊາຍ. ເຖິງຢ່າງໃດກໍຕາມ, ອຸປະກອນ COSO ກໍຍັງບໍ່ໄດ້ຮັບອຸນມັດລົງຕະຫຼາດເທື່ອ, ເນື່ອງຈາກມັນຍັງຕ້ອງຜ່ານການຜະລິດທາງຕົ້ນແບບ ແລະ ການທົດລອງໃນໂຮງໝໍ ທີ່ຕ້ອງການເງິນທຶນສູງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/