ນຸ່ຍ ນົບຊະພອນ ເປີດເຜີຍເຖິງແຮງບັນດານໃຈ ໃນການອອກແບບຊຸດປະຈຳຊາດລາວ ຈົນໄດ້ຊະນະເລີດ


ການພະຍາຍາມ ແລະ ເຮັດໃນສິ່ງທີ່ເຮົາມັກ ພ້ອມທັງຝຶກຝົນພັດທະນາຕົນເອງຢູ່ສະເໝີ ໃນມື້ໃດໜຶ່ງກໍອາດຈະສົ່ງຜົນໃຫ້ເຮົາພົບກັບຜົນສຳເລັດ ຫຼື ໄດ້ພົບກັບໂອກາດທີ່ເໝາະສົມທີ່ຈະສະແດງຄວາມສາມາດ ແລະ ຜົນງານຂອງເຮົາໃຫ້ຫຼາຍໆຄົນໄດ້ເຫັນ.

ນຸ່ຍ ນົບຊະພອນ ຜູ້ຊະນະເລີດ ການປະກວດອອກແບບ ຊຸດປະຈຳຊາດລາວ ຂອງການປະກວດ Miss Universe Laos 2021 ກໍໄດ້ມາເລົ່າເຖິງຄວາມປະທັບໃຈ ແລະ ຄວາມເປັນມາຂອງຜົນງານທີ່ເຕັມໄປດ້ວຍຄວາມເປັນເອກະລັກລາວ ແລະ ຕົວຕົນຂອງຜູ້ອອກແບບຈົນໄດ້ຮັບຮາງວັນຊະນະເລີດໃນເທື່ອນີ້.ສຳລັບໃຜທີ່ຢາກຮູ້ຈັກ ນຸ່ຍ ແລະ ຜົນງານທີ່ຜ່ານມາຂອງລາວກໍສາມາດເຂົ້າໄປອ່ານບົດສຳພາດຈາກທາງ Lao X ໄດ້ທີ່ : https://laox.la/art-culture/12624/

  1. ຢາກເລົ່າໃຫ້ຟັງເຖິງແນວຄວາມຄິດຂອງການອອກແບບຊຸດນີ້ ວ່າມາຈາກໃສແດ່?
    – ຫຼັກໆເລີຍຄືດອກຈຳປາທີ່ເປັນດອກໄມ້ປະຈຳຊາດ, ຄືຕອນທີ່ເຫັນຢາກໃຫ້ຄົນຮູ້ເລີຍວ່າ ນີ້ແມ່ນສັນຍະລັກປະເທດຂ້ອຍ ເພາະສ່ວນຕົວກໍມັກດອກຈຳປາສີຂາວຢູ່ແລ້ວ ແລະ ຕອນທີ່ອອກແບບກໍຄິດວ່າ ຖ້າດອກໄມ້ສີຂາວນວນແບບນີ້ ກໍໜ້າຈະຄວນຄູ່ກັບລາຍລາວສີທອງ, ເຊິ່ງມີສະຖານທີ່ ທີ່ນຸ່ຍມັກກໍຄືວັດຊຽງທອງ ກໍເລີຍເອົາລວດລາຍຂອງສະຖານທີ່ນັ້ນບາງສ່ວນມາປະກອບກັບຊຸດ ແລະ ດອກຈຳປາເລີຍ, ອີກຢ່າງໜຶ່ງກໍຢາກໃຫ້ຫຼາຍໆຄົນໄດ້ເຫັນລວດລາຍລາວທີ່ຢູ່ວັດຂອງບ້ານເຮົານຳ ເພາະອາດຈະຍັງມີຫຼາຍຄົນເລີຍທີ່ຍັງບໍ່ຮູ້ວ່າ ລວດລາຍຂອງວັດຊຽງທອງ ຕ່າງຊາດທີ່ເຂົາໄດ້ມາເຫັນ ຍົກໃຫ້ລວດລາຍຂອງວັດຊຽງທອງ ເປັນອັນຍະມະນີຂອງສະຖາປັດຕະຍະກຳລາວ.
  2. ກ່ອນຈະມາເປັນຊຸດນີ້ໄດ້ຄິດໄວ້ຫຼາຍຊຸດບໍ່?
    – ໂດຍ ຈົດໄວ້ຫຼາຍແບບ ເເລ້ວກໍຖາມຜົວວ່າ ຄວນເອົາຫຍັງດີໃນຖານະທີ່ເປັນຄົນເບິ່ງ ແຕ່ຜົວລາວແນະນຳໃນຖານະຄົນເບິ່ງວ່າ ຖ້າຢາກໃຫ້ອອກມາລາວແທ້ໆ ກໍຕ້ອງດອກຈຳປາແລ້ວ ແລ້ວລາວກໍຍັງແນະນຳວ່າ ຄວນຄວບຄູ່ກັບສີທອງໃຫ້ສົມກັບບໍ່ເງິນບໍ່ຄຳທີ່ເຮົາມີ.
    – ກໍເລີຍໄດ້ເປັນຊຸດນີ້ອອກມາ ທຳອິດລາວບໍ່ຮູ້ວ່າຈະລົງ ເພາະບອກລາວວ່າຈະເຮັດໆໄວ້ອັບລົງ ແບບທີ່ນຸ່ຍເຄີຍເຮັດແລ້ວອັບລົງແບບທີ່ຜ່ານມາຊື່ໆ.
  3. ຮູ້ສຶກແນວໃດຫຼັງຈາກທີ່ໄດ້ຮູ້ວ່າຜົນງານ ຂອງຕົນເອງໄດ້ຮັບຮາງວັນຊະນະເລີດໃນການປະກວດນີ້?
    – ດີໃຈແຮງ ດີໃຈທີ່ສຸດເລີຍ ບໍ່ຄິດວ່າຈະແມ່ນເຮົາ ຕອນທີ່ໄດ້ Top10 ຄືດີໃຈທີ່ສຸດແລ້ວ ເພາະຄົນທີ່ລົງປະກວດປີນີ້ ຄືຕ້ອງຍອມຮັບເລີຍວ່າເກັ່ງຫຼາຍ ແລະ ມີແຕ່ຜົນງານດີເດັ່ນເລີຍ ເຮົາກໍແອບໆເຊຍທັ້ງຂອງຕົນເອງ ແລະ ຂອງນ້ອງໆໝູ່ໆນຳ.
  4. ມີຫຍັງຢາກເລົ່າຕື່ມກ່ຽວກັບການປະກວດ ແລະ ຄວາມສຳເລັດໃນການປະກວດເທື່ອນີ້ອີກບໍ່?
    – ໃນການປະກວດເທື່ອນີ້ກໍໄດ້ຮູ້ຈັກກັບນ້ອງໆໝູ່ໃໝ່ຫຼາຍເລີຍ ທັງຄົນທີ່ປະກວດນຳກັນ ແລະ ຄົນທີ່ມາເຊຍເຮົາ ແລະ ຍັງໄດ້ເຫັນຄວາມສາມາດຄົນບ້ານເຮົານຳ ເຫັນແລ້ວຮູ້ສຶກດີໃຈວ່າຄົນເກັ່ງໆບ້ານເຮົາມີຫຼາຍ ແລ້ວຍັງໄດ້ແລກປ່ຽນໄອເດຍຫຼາຍໆອັນນຳກັນພ້ອມ – ຄວາມສຳເລັດໃນເທື່ອນີ້ຖືວ່າເປັນຝັນອີກອັນຂອງເຮົາ ທີ່ຈະໄດ້ເອົາສິ່ງຕ່າງໆຂອງບ້ານເຮົາໃຫ້ຕ່າງຊາດເພິ່ນໄດ້ຮັບຮູ້.

ຮູບພາບຈາກ : facebook : Nenui Nopsaphone
ສຳພາດໂດຍ : ເຊັນໄປ
ສຳພາດໃນວັນທີ 19 ທັນວາ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/