ເດັກນ້ອຍຍີ່ປຸ່ນອາຍຸລະຫວ່າງ 6-18 ປີ ຂ້າຕົວຕາຍສູງສຸດນັບຕັ້ງແຕ່ມີການບັນທຶກມາ


ກະຊວງສຶກສາທິການຂອງຍີ່ປຸ່ນເປີດເຜີຍວ່າໃນປີ 2020 ທີ່ຜ່ານມາ ມີເຍົາວະຊົນອາຍຸລະຫວ່າງ 6-18 ປີ ຂ້າຕົວຕາຍສູງເປັນປະຫວັດສາດໂດຍເປັນຈຳນວນ 417 ຄົນ ນັບເປັນຕົວເລກທີ່ສູງທີ່ສຸດນັບຕັ້ງແຕ່ມີການເລີ່ມບັນທຶກມາໃນປີ 1974 ໂດຍຕົວເລກນີ້ສູງກວ່າການຂ້າຕົວຕາຍຂອງເດັກໃນປີ 2019 ປະມານ 31% ໂດຍໃນປີດັ່ງກ່າວມີການຂ້າຕົວຕາຍຂອງເດັກນັກຮຽນທັງໝົດ 317 ຄົນ.

ສຳນັກຂ່າວ NHK ຂອງຍີ່ປຸ່ນໄດ້ບອກວ່າ ບັນຫາຄອບຄົວ, ຜົນການຮຽນທີ່ບໍ່ດີ, ຄວາມສຳພັນລະຫວ່າງໝູ່ໃນຊັ້ນຮຽນ ໄປຈົນຮອດອາການປ່ວຍ ລ້ວນແລ້ວແຕ່ເປັນສາເຫດຫຼັກທີ່ເຮັດເດັກນ້ອຍກຸ່ມນີ້ຕັດສິນໃຈທີ່ຈະຈົບຊີວິດຂອງຕົນເອງລົງ. ເຖິງຢ່າງໃດກໍຕາມ ຈາກການຂ້າຕົວຕາຍ 417 ຄົນໃນປີ 2020 ທີ່ຜ່ານມາ ຫຼາຍກວ່າເຄິ່ງໜຶ່ງແມ່ນ “ບໍ່ສາມາດລະບຸສາເຫດໄດ້”.

ລາຍງານທີ່ຖືກເຜີຍແຜ່ອອກມາຍັງໄດ້ບອກອີກວ່າໃນປີ 2020 ມີນັກຮຽນໃນລະດັບຊັ້ນປະຖົມ ແລະ ມັດທະຍົມຕົ້ນ “ບໍ່ເຂົ້າຮຽນເກີນ 30 ມື້” ເປັນຈຳນວນ 196,127 ຄົນ ຖືວ່າເປັນອັດຕາທີ່ສູງທີ່ສຸດ ແລະ ຫຼາຍກວ່າປີກ່ອນໜ້ານີ້ປະມານ 8%.

ທ່ານ ອິກຸຊິ ອາຣິຊິກະ ຜູ້ອຳນວຍການຝ່າຍເດັກ ແລະ ນັກຮຽນໃນສັງກັດກະຊວງສຶກສາທິການຂອງຢຍີ່ປຸ່ນໄດ້ກ່າວວ່າ “ອັດຕາການຂ້າຕົວຕາຍທີ່ເພີ່ມຂຶ້ນເປັນສິ່ງທີ່ໜ້າກັງວົນແທ້ໆ” ພ້ອມເນັ້ນໜັກວ່າວິກິດໂຣກລະບາດເປັນປັດໄຈສົ່ງຜົນກະທົບຢ່າງໜັກ ກັບການປ່ຽນແປງໃນໂຮງຮຽນ ແລະ ພຶດຕິກຳຂອງເດັກ ທາງກະຊວງຍັງກ່າວອີກວ່າຈະເຮັດວຽກເພື່ອສົ່ງເສີມໃຫ້ເດັກນັກຮຽນສາມາດຂໍຄວາມຊ່ວຍເຫຼືອໄດ້ ແລະ ຊ່ວຍອຳນວຍຄວາມສະດວກໃຫ້ກັບກຸ່ມນັກຮຽນທີ່ບໍ່ສາມາດໄປໂຮງຮຽນແບບປົກກະຕິ ໃຫ້ສາມາດຮຽນຮູ້ໄດ້ຢ່າງຕໍ່ເນື່ອງ.

ທີ່ຜ່ານມາກະຊວງສຶກສາທິການໄດ້ສົ່ງແບບສຳຫຼວດ ໄປໃຫ້ກັບນັກຮຽນໃນທຸກລະດັບຊັ້ນຮຽນ ໃນທຸກໂຮງຮຽນທົ່ວປະເທດ ຜົນອອກມາວ່າ ນອກຈາກບັນຫາການຂ້າຕົວຕາຍຂອງເດັກນັກຮຽນ ກໍຍັງມີເລື່ອງການຂົ່ມເຫງ, ການບູລີ້ ແລະ ການໂຕນຮຽນທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍມີນັກຮຽນ ຈຳນວນ 30,287 ຄົນທີ່ເຮັດແບບສຳຫຼວດໄດ້ບອກວ່າພວກເຂົາໜີຮຽນຫຼາຍກວ່າ 30 ມື້ ສາເຫດຫຼັກແມ່ນກັງວົນກ່ຽວກັບການລະບາດຂອງໂຄວິດ-19.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/