Maldives ແຫຼ່ງທ່ອງທ່ຽວທີ່ອາດບໍ່ປອດໄພຕໍ່ LGBTQ+


ໃນສະຖານະການລັອກດາວແບບນີ້ ສິ່ງທີ່ທຸກຄົນປາດຖະນາທີ່ສຸດກໍອາດບໍ່ພົ້ນການໄດ້ທ່ອງທ່ຽວ, ບໍ່ວ່າຈະເປັນໃກ້ຫຼືໄກ. ຍິ່ງໄລຍະຫຼັງນີ້ ເຫັນໄດ້ວ່າການອອກໄປຮັບລົມຊົມວິວທິວທັດຂອງທຳມະຊາດນັ້ນເປັນທີ່ນິຍົມຫຼາຍຂຶ້ນໃນກຸ່ມໄວໜຸ່ມເຮົາ. ເຊິ່ງຖ້າເວົ້າເຖິງທຳມະຊາດແລ້ວ, ຖ້າສາມາດເລືອກໄດ້ຫຼາຍຄົນກໍຄົງຈະຢາກລອງໄປ Maldives ທີ່ຂຶ້ນຊື່ວ່າເປັນເກາະສະຫວັນແຫ່ງການພັກຜ່ອນ ຈັກຄັ້ງໃນຊີວິດຢ່າງແນ່ນອນ. ແຕ່ວ່າສະຖານທີ່ທ່ອງທ່ຽວນີ້ອາດຈະບໍ່ຮັບປະກັນຄວາມປອດໄພຂອງແຂກທີ່ໄປພັກທຸກຄົນ ໂດຍສະເພາະແມ່ນກຸ່ມຄົນຫຼາກຫຼາຍຢ່າງ LGBTQ+.

Maldives ເປັນປະເທດທີ່ມີເກາະລະຫວ່າງທະເລອາຣາບຽນ ແລະ ມະຫາສະໝຸດອິນເດຍ. ມັນຕັ້ງຢູ່ທີ່ພາກໃຕ້ຂອງປະເທດອິນເດຍ ແລະ ພາກຕາເວັນຕົກສຽງໃຕ້ຂອງສຣີລັງກາ ເຊິ່ງນັບ Maldives ນັ້ນກໍນອນຢູ່ໃນທະວີບອາຊີ.

ຈຸດເດັ່ນຂອງປະເທດ ແມ່ນເກາະທີ່ຢູ່ກາງທະເລທີ່ລະດັບນ້ຳຕ່ຳ ເຊິ່ງພວກເຂົາໄດ້ນຳມາປະຍຸກສ້າງເປັນໂຮງແຮມຫຼູ ທີ່ມີຫ້ອງພັກເປັນບ້ານນ້ອຍຫຼັງໜຶ່ງມາສະໜອງຄວາມເປັນສ່ວນຕົວແກ່ແຂກທີ່ເຂົ້າພັກ ພ້ອມຕື່ນຂຶ້ນມາແລ້ວໄດ້ເຫັນນ້ຳທະເລໃສຢູ່ອ້ອມຮອບ ມັນໄດ້ກາຍເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ມີຄົນຢາກມາພັກຜ່ອນແບບໂຣແມນຕິກຫຼາຍທີ່ສຸດ. ແຕ່ນັ້ນກໍແມ່ນໃນກໍລະນີທີ່ນັກທ່ອງທ່ຽວບໍ່ແມ່ນ LGBTQ+.

Maldives ນັ້ນໄດ້ຖືກຈັດຢູ່ໃນອັນດັບທີ 17 ຈາກ 20 ປະເທດ ຂອງວາລະສານ Forbes ກ່າວວ່າເປັນປະເທດທີ່ອັນຕະຫຼາຍທີ່ສຸດສຳລັບກຸ່ມຄົນ LGBTQ+ ເນື່ອງຈາກວ່າມີກົດໝາຍລົງໂທດເຄັ່ງຄັດສຳລັບຄົນຮັກຮ່ວມເພດ, ຖ້າພວກເຂົາຖືກຈັບໄດ້ວ່າສະແດງຄວາມຮັກ ຫຼື ມີເພດສຳພັນກໍຈະຖືກຕັດສິນຈຳຄຸກສູງເຖິງ 8 ປີ ແລະ ຖືກຕີ 100 ຄັ້ງ. ໃນ Maldives ນັ້ນບໍ່ມີກົດໝາຍຄຸ້ມຄອງສິດທິຂອງຊາວ LGBTQ+ ຕ່າງໆເລີຍ ບໍ່ວ່າຈະເປັນ ກົດໝາຍປົກປ້ອງການຖືກບຽດບຽນຂອງກຸ່ມຄົນຫຼາກຫຼາຍ, ການໄດ້ສະແດງສະຖານະກັບຄົນຮັກເພດດຽວກັນຢ່າງເປີດເຜຍ, ກົດໝາຍປ່ຽນແປງເພດ… ເຫັນແບບນີ້ແລ້ວ, ບໍ່ຕ້ອງຄິດເຖິງການແຕ່ງງານຂອງເພດດຽວກັນທີ່ປະເທດເລີຍ. ເຖິງແມ່ນວ່າຈະເປັນນັກທ່ອງທ່ຽວກໍຕາມ ເຮົາກໍອາດບໍ່ຮູ້ເລີຍວ່າໄດ້ໄປຂັດປະເພນີພື້ນທີ່ນັ້ນແລ້ວຫຼືບໍ່, ເພາະສະນັ້ນແລ້ວ ໂອກາດທີ່ເຮົາຈະຖືກຈັບໃຫ້ຈຳຄຸກກໍຍັງເປັນໄປໄດ້. ນີ້ຈຶ່ງເປັນສາເຫດທີ່ Maldives ອາດບໍ່ປອດໄພຕໍ່ຄົນ LGBTQ+.

ສຳລັບຄູ່ຮັກ LGBTQ+ ທີ່ຢາກໄປທ່ຽວປະເທດ Maldives ນັ້ນອາດຈະຕ້ອງລະວັງການສະແດງອອກບໍ່ວ່າຈະເປັນທັັງລັກສະນະຂອງຕົນເອງ ໄປຈົນຮອດການສະແດງຄວາມຮັກໃນສາທາລະນະ. ສະນັ້ນການທ່ອງທ່ຽວເພື່ອພັກຜ່ອນຢ່າງໂຣແມນຕິກຄັ້ງນີ້ອາດຈະຕ້ອງເປັນການທ່ອງທ່ຽວແບບປົກປິດຕົວຕົນໄປນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/