ລັດຖະບານທະຫານມຽນມາ “ຜິດຫວັງຢ່າງສູງ” ຫຼັງຈາກຜູ້ນໍາປະຕິເສດບໍ່ໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN summit)


ໃນວັນເສົາທີ່ຜ່ານມານີ້ ລັດຖະບານທະຫານຂອງມຽນມາໄດ້ສະແດງຄວາມຜິດຫວັງເປັນຢ່າງສູງກັບການຕັດສິນໃຈຂອງລັດຖະມົນຕີຕ່າງປະເທດຂອງສະມາຄົມອາຊຽນ ທີ່ບໍ່ອະນຸຍາດໃຫ້ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ (Min Aung Hlaing) ຜູ້ນໍາລັດຖະບານທະຫານມຽນມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ກໍາລັງຈະຈັດຂຶ້ນໃນປາຍເດືອນນີ້.

ການຕັດສິນໃຈບໍ່ໃຫ້ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຄັ້ງວັນທີ 26-28 ຕຸລານີ້ ເກີດຂຶ້ນລະຫວ່າງການປະຊຸມສຸກເສີນຂອງສະມາຄົມອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໃນວັນສຸກທີ່ຜ່ານມາ ຕາມຄຳຖະແຫຼງການຂອງບຣູໄນ ໃນຖານະປະທານອາຊຽນສະໄໝປັດຈຸບັນ.

ບຣູໄນໄດ້ກ່າວໃນຖະແຫຼງການວ່າ ບຸກຄົນທີ່ບໍ່ແມ່ນຜູ້ດຳລົງຕຳແໜ່ງທາງການເມືອງຈາກມຽນມາຈະໄດ້ຮັບເຊີນໃຫ້ເຂົ້າຮ່ວມສຸດຍອດກອງປະຊຸມໃນຄັ້ງນີ້ ຫຼັງຈາກທີ່ບໍ່ມີເອກະພາບໃຫ້ຜູ້ແທນທາງການເມືອງຂອງມຽນມາເຂົ້າຮ່ວມກອງປະຊຸມ.

ລັດຖະມົນຕີຕ່າງປະເທດບຣູໄນຍັງກ່າວອີກວ່າ ລັດຖະບານທະຫານມຽນມາມີ “ຄວາມກ້າວໜ້າບໍ່ພຽງພໍ” ໃນແຜນການຟື້ນຟູສັນຕິພາບໃນປະເທດ ເຊິ່ງວ່າລັດຖະບານທະຫານມຽນມາໄດ້ຕົກລົງກັບອາຊຽນໃນເດືອນເມສາທີ່ຜ່ານມາ ແລະ ມີຄວາມກັງວົນກ່ຽວກັບການໃຫ້ຄຳສັນຍາຂອງລັດຖະບານທະຫານມຽນມາໃນການເຈລະຈາໃນແນວທາງທີ່ສ້າງສັນກັບລະຫວ່າງທຸກຝ່າຍທີ່ກ່ຽວຂ້ອງ.

“ປະເທດສະມາຊິກອາຊຽນບາງປະເທດ ແນະນຳສະມາຄົມອາຊຽນໃຫ້ພື້ນທີ່ແກ່ມຽນມາເພື່ອຟື້ນຟູກິດຈະການພາຍໃນ ແລະ ກັບຄືນສູ່ພາວະປົກກະຕິ” 

ທາງດ້ານກະຊວງການຕ່າງປະເທດຂອງມຽນມາໄດ້ອອກມາຕອບໂຕ້ຖະແຫຼງການຂອງອາຊຽນວ່າ “ຜິດຫວັງຢ່າງສູງແລະຄັດຄ້ານຢ່າງຍິ່ງ ທີ່ມຽນມາຖືກກີດກັນອອກຈາກກອງປະຊຸມສຸດຍອດອາຊຽນ”

“ການອະພິປາຍ ແລະ ການຕັດສິນໃຈກ່ຽວກັບປະເດັນການເປັນຕົວແທນຂອງມຽນມາເກີດຂຶ້ນໂດຍບໍ່ມີຄວາມເປັນເອກະພາບ ແລະ ຂັດຕໍ່ວັດຖຸປະສົງຂອງສະມາຄົມອາຊຽນ” ກະຊວງການຕ່າງປະເທດຂອງມຽນມາໄດ້ກ່າວ.

ການເມີນເສີຍຕໍ່ປະເພນີອັນດີງາມຂອງສະມາຄົມອາຊຽນໃນການສົ່ງເສີມເອກະພາບລະຫວ່າງກາງຄວາມຫຼາກຫຼາຍ ແລະ ການແກ້ໄຂຄວາມແຕກຕ່າງຜ່ານການປຶກສາຫາລື ຈະສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ” ທາງມຽນມາໄດ້ກ່າວເພີ່ມຕື່ມ.

ກ່ອນໜ້ານີ້ໂຄສົກລັດຖະບານທະຫານມຽນມາອອກມາກ່າວໂທດການແຊກແຊງຈາກຕ່າງປະເທດ ວ່າເປັນສາເຫດເຮັດໃຫ້ສະມາຄົມອາຊຽນຕັດສິນໃຈແບບຄືດັ່ງກ່າວ.

ໃນຂະນະທີ່ກະຊວງການຕ່າງປະເທດຂອງສິງກະໂປໄດ້ອອກມາຖະແຫຼງໃນວັນເສົາທີ່ຜ່ານມາວ່າ ສິງກະໂປສະໜັບສະໜູນການຕັດສິນໃຈຂອງສະມາຄົມອາຊຽນ ໂດຍບອກວ່າ “ເປັນການຕັດສິນໃຈທີ່ຍາກແຕ່ຈຳເປັນ”ເພື່ອເປັນການຮັກສາຄວາມຖືກຕ້ອງ ແລະ ໜ້າເຊື່ອຖືຂອງອາຊຽນ.

ສໍານັກຂ່າວ CNN ລາຍງານວ່າ ການຕັດສິນໃຈຂອງສະມາຄົມອາຊຽນທີ່ຈະບໍ່ໃຫ້ຜູ້ແທນຂອງລັດຖະບານທະຫານມຽນມາ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຖືວ່າເປັນບາດກ້າວທີ່ກ້າຫານ ແລະ ບໍ່ຄ່ອຍໄດ້ເກີດຂຶ້ນ, ເນື່ອງຈາກວ່າທີ່ຜ່ານມາສະມາຄົມອາຊຽນສະໜັບສະໜູນນະໂຍບາຍການມີສ່ວນຮ່ວມ ແລະ ການບໍ່ແຊກແຊງ. ນອກຈາກນີ້ການຕັດສິນໃຈດັ່ງກ່າວຂອງສະມາຄົມອາຊຽນຍັງຖືວ່າເປັນການດູໝິ່ນທີ່ບໍ່ເຄີຍເກີດຂຶ້ນມາກ່ອນສຳລັບ ພົນເອກ ມິນ ອ່ອງ ຫຼ່າຍ (Min Aung Hlaing) ເຊິ່ງເປັນຜູ້ນຳການເຮັດລັດຖະປະຫານໂຄ່ນລົ້ມລັດຖະບານພົນລະເຮືອນ ທີ່ມາຈາກການເລືອກຕັ້ງ ແລະ ຄວບຄຸມ ທ່ານ ນາງ ອອງ ຊານ ຊູຈີ ຜູ້ນຳໂດຍພຶດຕິໄນຂອງປະເທດ ໃນເດືອນກຸມພາທີ່ຜ່ານມາ.

ປະຊາຊົນຫຼາຍພັນຄົນຖືກສັງຫານໂດຍກອງທັບຄວາມໝັ້ນຄົງຂອງມຽນມາແລະອີກຫຼາຍພັນຄົນຖືກຈັບ ຕາມລາຍງານຂອງອົງກອນສະຫະປະຊາຊາດ. ເຖິງຢ່າງນັ້ນ ລັດຖະບານທະຫານກໍໄດ້ກ່າວວ່າການປະເມີນຍອດຜູ້ເສຍຊີວິດແມ່ນເກີນຄວາມເປັນຈິງ. ໃນເດືອນສິງຫາທີ່ຜ່ານມາ ມິນ ອ່ອງ ຫຼ່າຍ ປະກາດຕັ້ງຕົນເອງເປັນນາຍົກລັດຖະມົນຕີຂອງລັດຖະບານຮັກສາການທີ່ຈັດຕັ້ງຂຶ້ນໃໝ່ ແລະ ໃນລະວັນທີ 1 ສິງຫາ ລາວເນັ້ນໜັກຄຳໝັ້ນສັນຍາວ່າຈະຈັດການເລືອກຕັ້ງໃນປີ 2023 ແລະ ໄດ້ກ່າວອີກວ່າລັດຖະບານຂອງລາວພ້ອມທີ່ຈະເຮັດວຽກຮ່ວມກັບທູດພິເສດປະຈຳພາກພື້ນໃນປະເດັນທີ່ກ່ຽວຂ້ອງກັບມຽນມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/